Ad

Ad

22 December 2016

ລາວ-ຈີນລົງນາມຮ່ວມມືດ້ານຖະແຫລງຂ່າວຫລາຍສະບັບ

           ພິທີລົງນາມສັນຍາຮ່ວມມືດ້ານວຽກງານຖະແຫລ່ງຂ່າວລະຫວ່າງໜັງສືພມປະຊາຊົນລາວ ແລະ ສະຖານີວິທະຍຸສາກົນແຫ່ງປະເທດຈີນ CRI, ສັນຍາກ່ຽວກັບສ້າງໂຮງລະຄອນນິຄົມຈີນລະຫວ່າງສະຖານີໂທລະພາບແຫ່ງຊາດລາວ ແລະ ສະຖານີວິທະຍຸ-ໂທລະພາບແຂວງຢຸນນານ, ສັນຍາຮ່ວມມືກ່ຽວກັບການຈັດພີມວັດຈະນານຸກົມລາວ-ຈີນລະຫວ່າງສໍານັກພີມຈໍາໜ່າຍແຫ່ງຊາດລາວ ແລະ ສໍານັກພີມຈໍາໜ່າຍປະຊາຊົນແຂວງຢຸນນານ, ສັນຍາໂຄງການກໍ່ສ້າງສະຖານີເຄືອຂ່າຍວິທະຍຸ-ໂທລະພາບດີຈີຕອນທົ່ວປະເທດລະຫວ່າງກະຊວງຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ແລະ ສະຖານີວິທະຍຸ-
ໂທລະພາບແຂວງຢຸນນານ ສປຈີນ ແລະ ພິທີສະ ເຫລີມສະຫລອງການສ້າງຕັ້ງສະຖານີວິທະຍຸ CRI ຢູ່ລາວຄົບຮອບ 10 ປີໄດ້ມີຂຶ້ນໃນບ່າຍວັນທີ 21 ທັນວານີ້ຢູ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ, ໂດບມີທ່ານ ກິແກ້ວ ໄຂ
ຄໍາພິທູນ ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ, ທ່ານ ຫລິວ ຊີ ປາວ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ທ່ານລັດຖະມົນຕີກະຊວງຖະແຫລ່ງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ບໍ່ແສງຄໍາ ວົງດາລາ, ທ່ານເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ກວານ ຮົວ ປິງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
   ການລົງນາມສັນຍາດັ່ງກ່າວມີຂຶ້ນບົນພື້ນຖານຄວາມຮຽກຮ້ອງຕ້ອງການຂອງ
ໄລຍະໃໝ່ໃນວຽກງານຂໍ້ມູນຂ່າວສານລະຫວ່າງສອງປະເທດລາວ-ຈີນ ເພື່ອໃຫ້ປະຊາຊົນສອງຊາດໄດ້ຮັບຮູ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ,ວັດທະນາທໍາ, ຮີດຄອງປະເພນີອັນດີງາມຂອງກັນ ແລະ ກັນ ໃຫ້ກວ້າງຂວາງເລິກເຊິ່ງກວ່າເກົ່າ ແລະ ນັບແຕ່ສະຖານີ CRI ໄດ້ສ້າງຕັ້ງສໍານັກງານຕາງໜ້າຢູ່ລາວກໍໄດ້ມີການເຄື່ອນໄຫວຢ່າງຫ້າວຫັນເພື່ອເສີມຂະຫຍາຍບົດບາດການເປັນສື່ກາງຂອງຈີນຕໍ່ເວທີສາກົນ, ປະກອບສ່ວນສໍາຄັນເຂົ້າໃນພາລະກິດສ້າງສັງຄົມນິຍົມຕາມສີສັນຂອງຈີນ ກໍຄືເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

           ໃນໂອກາດນີ້, ທ່ານຫົວໜ້າຄະນະໂຄສະນາອົບຮົມສູນກາງພັກສອງປະເທດລາວ-ຈີນ ໄດ້ຮ່ວມກັນເປີດປ້າຍສັນຍາລັກລາຍການກະສິກໍາຈີນໃນໂທລະພາບແຫ່ງຊາດລາວ,ພ້ອມດຽວກັນນີ້ທ່ານລັດຖະມົນຕີກະຊວງຖະແຫລ່ງຂ່າວ, ວັດທະນທໍາ ແລະ ທ່ອງທ່ຽວລາວ ກໍໄດ້ໃຫ້ກຽດຂຶ້ນປະດັບຫລຽນກາມິດຕະພາບໃຫ້ແກ່ສະຖານີວິທະຍາສາກົນແຫ່ງປະເທດຈີນ ແລະ ທ່ານ ດວງພະຈັນ (Meng Long) ຫົວໜ້າ CRI ປະຈໍາລາວ, ພ້ອມດ້ວຍທ່ານນາງ ແສງແກ້ວ (Mo Xiaoling) ອະດິດຫົວໜ້າ CRI ປະຈໍາລາວ ທີ່ມີຜົນງານເດັ່ນໃນການປະຕິບັດໜ້າທີ່ວຽກງານສື່ມວນຊົນ ກໍຄືການໂຄສະນາສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ວັດທະນາທໍາ ແລະ ການທ່ອງທ່ຽວຂອງລາວໄດ້ເຕີບໃຫຍ່ຂະຫຍາຍຕົວ.   

No comments:

Post a Comment