Ad

Ad

22 December 2016

ໂອນຄືນວຽກງານຄວບຄຸມໄພພິບັດໃຫ້ກະຊວງແຮງງານຮັບຜິດຊອບ

          ເມື່ອບໍ່ດົນມານີ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີມອບໂອນວຽກງານການປ້ອງກັນ ແລະ ຄວບຄຸມໄພພິບັດທີ່ຂຶ້ນກັບກະຊວງຕົນ ໃນໄລ ຍະຜ່ານມາ, ຄືນໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ຮັບຜິດຊອບໂດຍກົງ, ລະຫວ່າງທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາມຂໍ້ຕົກລົງວ່າດ້ວຍການສືບຕໍ່ຊັບຊ້ອນບາງວຽກງານຂອງລັດຖະບານ, ອີງຕາມຜົນການປຶກສາຫາລືລະຫວ່າງລັດຖະມົນຕີສອງກະຊວງ
ກ່ຽວຂ້ອງດັ່ງກ່າວ ແລະ ອີງຕາມແຈ້ງການຂອງກະຊວງພາຍໃນກ່ຽວກັບການເຫັນດີມອບໂອນໜ້າທີ່ກອງເລຂາຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ຊຶ່ງເຫັນວ່າວຽກງານດັ່ງກ່າວໄປຂຶ້ນກັບກະຊວງແຮງງານເໝາະສົມກວ່າ, ຍ້ອນພາລະບົດບາດ ແລະ ໜ້າທີ່ ດ້ານວິຊາການແມ່ນແທດເໝາະກັບກົມສັງຄົມສົງເຄາະ, ແຕ່ຢູ່ພາຍໃຕ້ການຊີ້ນຳຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຊຶ່ງການມອບໂອນຄັ້ງນີ້ ເພື່ອເຮັດໃຫ້ການປະຕິບັດວຽກງານໃນການກຽມພ້ອມຕອບໂຕ້ໄພພິບັດສຸກເສີນໃຫ້ມີປະສິດທິຜົນ ແລະ ປະສິດທິພາບກວ່າເກົ່າ, ໃນການເຮັດໜ້າທີ່ເປັນຜູ້ປະສານງານກັບພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍເຫລືອໃນເວລາມີໄພພິບັດເກີດຂຶ້ນໃນທົ່ວປະເທດໃຫ້ທັນການ. 

No comments:

Post a Comment