Ad

Ad

22 December 2016

ປີ 2016 ທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກຫຼາຍກວ່າ 5.400 ຄົນ

ໜ່ວຍເຝົ້າລະວັງພະຍາດ, ກະຊວງສາທາລະນະສຸກລາຍງານວ່າ: ນັບແຕ່ເດືອນມັງກອນມາຮອດດຽວນີ້ທົ່ວປະເທດມີຍອດຜູ້ຕິດເຊື້ອໄຂ້ເລືອດອອກຫຼາຍກວ່າ 5.400 ກໍລະນີ, ເພີ່ມຂຶ້ນຫຼາຍກວ່າປີ 2015 ຜ່ານມາ, ມີຜູ້ເສຍຊີວິດ 10 ຄົນ ແລະ ໃນນັ້ນແຂວງຈໍາປາສັກເປັນແຂວງທີ່ມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ 1,333 ກໍລະນີ, ເສຍຊີວິດ 7 ຄົນ, ຮອງລົງມາແມ່ນນະຄອນຫຼວງວຽງຈັນມີ 1.234 ກໍ ລະນີ, ເສຍຊີວິ 1 ຄົນ; ບໍລິຄຳໄຊ 646 ກໍລະນີ, ເສຍຊີວິດ 1 ຄົນ, ສະຫວັນນະເຂດ 644 ກໍ ລະນີ, ຄຳມ່ວນ 622 ກໍລະນີ, ສາລະວັນ 221 ກໍ ລະນີ, ເສຍຊີວິດ 1 ຄົນ; ອັດ ຕະປື184 ກໍ ລະນີ; ວຽງຈັນ 150 ກໍລະນີ; ເຊກອງ 126 ກໍລະ ນີ; ຫຼວງພະບາງ 131 ກໍລະນີ,ອຸດົມໄຊ 94 ກໍລະນີ; ຫຼວງນ້ຳທາ 26 ກໍລະນີ, ໄຊຍະບູລີ 16
ກໍລະນີ; ບໍ່ແກ້ວ  7 ກໍລະນີ, ໄຊສົມບຸນ 6 ກໍລະນີ  ແລະ ແຂວງອື່ນໆອີກຈຳນວນໜຶ່ງ. ເຖິງວ່າປີນີ້ກະຊວງສາທາລະນະສຸກ ແລະ ອຳນາດການປົກຄອງໄດ້ສຸມໃສ່ການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວຢ່າງຈິງຈັງດ້ວຍການຮ່ວມມືກັນໂຄສະນາແນະນຳປະຊາຊົນປ້ອງກັນຕົນເອງ ແລະ ທຳລາຍແຫລ່ງເພາະພັນຂອງຍຸງລາຍຢູ່ຕາມບ້ານເຮືອນ ແລະ ເຂດທີ່ມີຄວາມສ່ຽງຕ່າງໆ, ແຕ່ກໍເຫັນວ່າຈຳນວນຜູ້ຕິດເຊື້ອ ແລະ ຊີວິດຍັງຫຼາຍເມື່ອທຽບໃສ່ປີຜ່ານມາ ແລະ ເຖິງວ່າປັດຈຸບັນສະພາບອາກາດຈະມີການປ່ຽນແປງ  ໜາວເຢັນລົງເຮັດໃຫ້ຈຳນວນຜູ້ຕິດເຊື້ອພະຍາດດັ່ງກ່າວຈຶ້ງຕົວ, ແຕ່ພວກເຮົາທຸກຄົນກໍຕ້ອງເພີ່ມທະວີການເຝົ້າລະວັງ,ປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວຢູ່ສະເໝີ, ສຳລັບພາກສ່ວນກ່ຽວຂ້ອງກໍໃຫ້ເພີ່ມທະວີໃນການສະກັດກັ້ນ ແລະ ປ້ອງກັນພະຍາດດັ່ງກ່າວຢ່າງເຂັ້ມງວດໃນປີຕໍ່ໄປເພື່ອບໍ່ໃຫ້ມີການລະບາດດັ່ງປີນີ້, ພ້ອມນັ້ນປະຊາຊົນບັນດາເຜົ່າໃນທົ່ວປະເທດກໍຕ້ອງເປັນເຈົ້າການປະຕິບັດຄຳຂວນ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດຄື: 1 ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່. 2 ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ. 3 ປ່ອຍປາຫາງນົກຍູງເພື່ອກິນໜອນນ້ຳ. 4 ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະ, ກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ 5 ປະຕິບັດໃຫ້ເປັນນິໃສປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປພົບແພດໝໍດ່ວນເພື່ອສາມາດຈຳກັດພະຍາດນີ້ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ແລະ ຈົນກວ່າມັນຈະດັບສູນ.

No comments:

Post a Comment