Ad

Ad

22 December 2016

ກຽມສູ່ປີໃໝ່ອຸດສາຫະກຳ-ການຄ້າເນັ້ນກວດກາ ແລະ ຄຸ້ມຄອງລາຄາສິນຄ້າຢ່າງເຂັ້ມງວດ

ເພື່ອຮັບປະກັນໃຫ້ຜູ້ບໍລິໂພກໄດ້ຮັບຄວາມເປັນທຳ, ທາງດ້ານລາຄາ, ປະລິມານ ແລະ ຄຸນນະພາບ ແລະ ປະຕິບັດຕາມພາລະບົດບາດຂອງຂະແໜງອຸດສາຫະກຳ ແລະ ການຄ້າໃນ ການຄຸ້ມຄອງລາຄາສິນຄ້າ, ໂດຍສະເພາະແມ່ນສິນຄ້າບໍລິໂພກເຊັ່ນ: ຊິ້ນ, ປາ ແລະ ພືດຜັກຕ່າງໆ, ຫຼີກເວັ້ນການສວນໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າຕາມລຳພັງຂອງຊາວຄ້າຂາຍເຮັດໃຫ້ປະຊາຊົນໄດ້ຮັບຄວາມເປັນທຳ, ຮັບປະກັນໃຫ້ການສະໜອງພຽງພໍກັບຄວາມຕ້ອງການເປັນຕົ້ນແມ່ນໃນລໄຍະປີໃໝ່ນີ້, ດັ່ງນັ້ນ, ພະແນກ
ອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນຈຶ່ງໄດ້ອອກແຈ້ງການສະບັບເລກທີ່ 2594, ລົງວັນທີ 23ພະຈິກ 2016 ໂດຍເນັ້ນໃຫ້ພະແນກອຸດສາ ຫະກຳ ແລະ ການຄ້າເມືອງເພີ່ມວີການປະສານສົມທົບກັນຈັດຕັ້ງປະຕິບັດການຄຸ້ມຄອງລາຄາສິນຄ້າທີ່ມີຜົນກະທົບໄວຕໍ່ການດຳລົງຊີວິດປະຈຳວັນຂອງປະຊາຊົນ,ພ້ອມທັງກຳນົດລາຄາຂາຍຍົກ-ຂາຍຍ່ອຍຊີ້ນໝູ່ສູງສຸດບໍ່ໃຫ້ເກີນ 35 ພັນກີບຕໍ່ກິໂລ.

ຜູ້ລາຍງານຂ່າວໃຫ້ຮູ້ອີກວ່າ: ນອກຈາກແຈ້ງການດັ່ງກ່າວແລ້ວ, ເມື່ອມໍ່ໆມານີ້, ກົມການຄ້າພາຍໃນຍັງໄດ້ສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ພອມດ້ວຍຂະແໜງ ການກ່ຽວຂ້ອງລົງຕິດຕາມກວດການລາຄາສິນຄ້າຢູ່ຕາມທ້ອງຕະຫຼາດຕ່າງໆ,ໂດຍສະເພາະແມ່ນຢູ່ຕະຫຼາດໂພນສະຫວ່າງຊຶ່ງຖືເປັນຕະຫຼາດໃຫຍ່ແຫ່ງໜຶ່ງຂອງນະຄອນຫຼວງວຽງຈັນ, ເພື່ອເປັນການປົກປ້ອງຜູ້ຊົມໃຊ້ບໍ່ໃຫ້ຖືກເອົາລັດເອົາປຽບ ແລະ ຜ່ານການລົງຕິດຕາມລາຄາສິນຄ້າຢູ່ຕາມຕະຫຼາດຕ່າງໆເຊັ່ນ: ຂົວດິນ, ສະພານທອງ, ຫົວຂົວ, ໂພນສະຫວ່າງ ແລະແຫ່ງອື່ນໆຂອງນັກຂ່າວພວກເຮົາໃນວັນທີ 20 ທັນວານີ້ເຫັນວ່າ: ລາຄາສິນຄ້າອຸປະໂພກບໍລິໂພກແມ່ນຍັງຢູ່ໃນເກນປົກກະຕິເຊັ່ນ: ຊິ້ນໝູ 30-35 ພັນກີບ/ ກິໂລ, ຊີ້ນງົວ 70-75 ພັນກີບ/ກິໂລ, ປາກະຊັງ 15 - 18 ພັນກີບ/ກິໂລ, ເປັດໄກ່ 4045 ພັນກີບ/ກິໂລ, ສ່ວນລາຄາພືດຜັກ, ໝາກເຜັດ, ໜາກນາວ ແລະ ຜັກຫອມປະເພດຕ່າງໆກໍຖືວ່າຍັງຢູ່ໃນເກນປົກກະຕິ, ເຖິງຢ່າງໃດກໍຕາມຖ້າຫາກພາກສ່ວນກ່ຽວ ຂ້ອງບໍ່ມີການຄຸ້ມຄອງທີ່ດີ ແລະ ເຮັດເປັນປົກກະຕິແລ້ວຄາດວ່າໃນໄລຍະປີໃໝ່ນີ້ ລາຄາສິນຄ້າປະເພດດັ່ງກ່າວອາດຈະມີການຖີບໂຕສູງຂື້ນດັ່ງທີ່ເຄີຍເປັນມາ.

No comments:

Post a Comment