Ad

Ad

22 December 2016

ຄະນະອັກສອນສາດຈັດງານເທດສະການອາຫານນານາຊາດ ຄັ້ງທີ V

ວັນທີ 20 ທັນວານີ້, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານເທດ ສະການອາຫານນານາ ຊາດ ຄັ້ງທີ V ຂຶ້ນທີ່ມະຫາໄລຂອງຕົນ, ໂດຍການເຂົ້າ ຮ່ວມຂອງທ່ານຮອງຄະນະບໍດີຄະນະອັກສອນສາດ, ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມເປັນຈຳນວນຫຼາຍ.

ໃນໂອກາດດັ່ງກ່າວ ທ່ານຮອງຄະນະບໍດີຄະນະດັ່ງກ່າວ ໄດ້ມີຄຳເຫັນວ່າ: ການຈັດງານເທດສະການອາຫານນານາຊາດຄັ້ງນີ້, ເປັນກິດຈະກຳໜຶ່ງທີ່ປິ່ນອ້ອມວຽກງານການຮຽນ-ການສອນຂອງຄູອາຈານ ແລະ ນັກ ສຶກ ສາ ເພື່ອເປັນການເຕົ້າໂຮມຂອງພາກວິຊາໃນແຕ່ລະ
ພາກໃຫ້ຮູ້ກ່ຽວກັບການແລກປ່ຽນວັດ ທະນະທຳທາງດ້ານການນຸງຖື ແລະ ດ້ານການປຸງແຕ່ງອາຫານຂອງແຕ່ລະພາກພາສາ ທີ່ນັກສຶກສາໄດ້ຮຽນມາ, ພ້ອມນີ້ ກໍເພື່ອໃຫ້ນັກສຶກສາໄດ້ມີໂອກາດສະແດງຄວາມຮູ້ຄວາມ ສາມາດຂອງຕົນເອງໃນພາກປະຕິບັດຕົວຈິງ. ໃນງານມີຫຼາຍກວ່າ 10 ຮ້ານທີ່ໄດ້ຈັດ ວາງອາຫານຂອງແຕ່ລະພາກພາສາ, ໃນນັ້ນລວມມີອາຫານຂອງພາກພາສາອັງກິດ, ພາສາ ຍີ່ປຸ່ນ, ພາສາເກົາຫລີ, ພາສາລາວສື່ສານມວນຊົນ, ພາສາ ຫວຽດນາມ, ພາສາຣັດເຊຍ, ພາສາເຢຍລະມັນ, ພາສາຝຮັ່ງ, ພາສາຈີນ ແລະ ພາສາລາວ ເພື່ອແລກປ່ຽນຄວາມຮູ້ຄວາມສາມາດ ແລະ ປະສົບການຕ່າງໆໃນການປຸງແຕ່ງອາຫານຂອງແຕ່ລະປະເທດ.

No comments:

Post a Comment