Ad

Ad

22 December 2016

5 ປີຕໍ່ໜ້າລາວຈະສູ້ຊົນໃຫ້ເສດຖະກິດຂະຍຫາຍຕົວສະເລ່ຍ 7,5% ຕໍ່ປີ

ກະຊວງແຜນການ ແລະ ການລົງທືນໃຫ້ຮູ້ວ່າ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ລັດຖະບານໄດ້ຕັ້ງເປົ້າໄວ້ແມ່ນຕ້ອງສ້າງໂຄງປະກອບເສດຖະກິດກະສິກໍາ-ປ່າໄມ້ ຕິດພັນກັບອຸດສະຫະກໍາປຸງແຕ່ງ ແລະ ການບໍລິການ, ໂດຍຖືເອົາຂະແໜງກະສິກໍາເປັນພື້ນຖານຄໍ້າປະກັນສະບຽງອາຫານໃຫ້ໜັກແໜ້ນ, ຂະນະດຽວກັນກໍຖືເອົາການປົກປັກຮັກສາ ແລະ ພັດທະນາປ່າໄມ້ເປັນສໍາຄັນ ແລະ ເອົາຂະແໜງອຸດສະຫະກໍາ ແລະ ບໍລິການເປັນຂະແໜງຕົ້ນຕໍໃນການຊຸກຍູ້ການເຕີບໃຫຍ່ຂອງເສດຖະກິດ, ສ້າງວຽກເຮັດງານທໍາ ແລະ ຍົກສູງລາຍໄດ້ຂອງປະຊາຊົນ, ໂດຍສະເພາະໃນ 5 ປີຕໍ່ໜ້າ
ນີ້ປະເທດເຮົາຕ້ອງສູ້ຊົນໃຫ້ບັນລຸຄາດໝາຍດ້ານເສດຖະກິດໃຫ້ຂະຫຍາຍຕົວສະເລ່ຍ 7,5% ຕໍ່ປີ, ໃນນັ້ນກະສິກໍາ-ປ່າໄມ້ໃຫ້ເພີ່ມຂຶ້ນສະເລ່ຍ 3,2% ກວມ 19%, ຂົງເຂດອຸດສະຫະກໍາເພີ່ມຂຶ້ນ 9,3% ກວມ 32% ແລະ ຂົງເຂດບໍລິການເພີ່ມຂຶ້ນ 8,9% ກວມ 41% ຂອງລວມຍອດຜະລິດຕະພັນພາຍໃນ(GDP), ຄາດຄະເນຈະມີພົນລະເມືອງປະມານ 7,3 ລ້ານຄົນໃນປີ 2020 ແລະ ລາຍຮັບສະເລ່ຍຈະບັນລຸ 3.100 ໂດລາສະຫະ ລັດຕໍ່ຄົນຕໍ່ປີ. ສ່ວນອັດຕາເງິນເຟີໃຫ້ຢູ່ໃນລະດັບບໍ່ເກີນ 6% ຂະນະດຽວກັນກໍສູ້ຊົນໃຫ້ມູນຄ່າການສົ່ງອອກຂະຫຍາຍຕົວແຕ່ລະປີບໍ່ຫລຸດ 15% ແລະ ມູນຄ້າການຄ້າຂາອອກ-ຂາເຂົ້າໃຫ້ບັນລຸຫລາຍກວ່າ 70% ຂອງ GPD. ຊຶ່ງໂດຍລວມແລ້ວຈຸດໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ແມ່ນໃຫ້ຮັບປະກັນສະຖຽນລະພາບທາງດ້ານການ ເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ,ພັດທະນາປະເທດໃຫ້ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020 ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດຢ່າງຕໍ່ເນື່ອງ,ສົມດຸນມີຄຸນະພາບຕາມທິດການພັດທະນາທີ່ຍືນຍົງ ແລະ ສີຂຽວ, ມີການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງມີປະສິດທິຜົນສູງ,ສ້າງໃຫ້ໄດ້ການຫັນປ່ຽນຮູບແບບການພັດທະນາຕາມທິດເສີມຂະ ຫຍາຍທ່າແຮງບົ່ມຊ້ອນ ແລະ ຂໍ້ໄດ້ປຽບຂອງປະເທດ, ເຂົ້າຮ່ວມໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.      

No comments:

Post a Comment