Ad

Ad

22 December 2016

ກົມເຕັກໂນໂລຊີຂໍ້ມູນຂ່າວສານ ທຫລ ປັບປຸງການຈັດຕັ້ງ

           ທະນາຄານແຫ່ງ ສປປ ລາວ ( ທຫລ ) ໄດ້ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງຕົນ ເພື່ອເຮັດໃຫ້ການຈັດຕັ້ງທຸກຂັ້ນມີບາດກ້າວຂະຫຍາຍຕົວຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ທຫລ ວາງອອກຄື ໃນຕອນບ່າຍວັນທີ 19 ທັນວາຜ່ານມານີ້ ມີການປັບປຸງກົງການຈັດຕັ້ງຂອງກົມເຕັກໂນໂລຊີຂໍ້ມູນຂ່າວສານ ທຫລ ກໍໄດ້ແຕ່ງຕັ້ງ ແລະຍົກຍ້າຍໜ້າທີ່ຂັ້ນກົມ-ພະແນກຈໍານວນໜຶ່ງ ໂດຍການໃຫ້ຽດເຂົ້າຮ່ວມຂອງທ່ານ ສົມພາວ ໄຟສິດ ຜູ້ວ່າການ ທຫລ.

          ໃນພິທີທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າກົມຈັດຕັ້ງ ແລະພະນັກງານ ທຫລ ໄດ້ອ່ານຂໍ້ຕົກລົງຂອງຜູ້ ວ່າການ ທຫລ ວ່າດ້ວຍການແຕ່ງຕັ້ງທ່ານ ໄຂ່ແກ້ວ ຫຼວງສີວິໄລ ຮອງຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານ ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານ; ແຕ່ງຕັ້ງທ່ານ ພຸດສາລາ ອົມມາລາ ຫົວໜ້າພະແນກຄຸ້ມຄອງບັດທະນາຄານ ເປັນຮອງ ແລະ ແຕ່ງຕັ້ງ ທ່ານ ລັດສະໝີ ສຸວັນທອງ ຮອງຫົວໜ້າກົມດັ່ງກ່າວ, ຂະນະດຽວກັນໄດ້ຍົກຍ້າຍ ພະນັກງານວິຊາການຈຳນວນໜຶ່ງໄປຮັບໜ້າທີ່ໃໝ່ໃຫ້ສອດຄ່ອງເໝາະສົມ.

             ໃນໂອກາດນີ້ທ່ານ ຜູ້ວ່າການ ທຫລ ກໍໄດ້ມີຄເຫັນແນະນຳວ່າ: ການປັບປຸງການຈັດ ຕັ້ງໃນຄັ້ງນີ້ ແມ່ນປະຕິບັດຕາມນະໂຍບາຍລວມຂອງພັກ-ລັດ ໃນການຄຸ້ມຄອງພະນັກງານ ໂດຍສະເພາະກໍແມ່ນຕໍ່ຜູ້ທີ່ມີຜົນງານ ມີປະສົບການໃນການປະຕິບັດວຽກງານຕົວຈິງ, ເພື່ອຊັບປ່ຽນໜ້າທີ່-ບ່ອນປະຈໍາການຂອງໃຫ້ເໝາະສົມກັບວຽກງານ ແລະ ຄວາມອາດສາມາດຂອງຕົນ.

No comments:

Post a Comment