ກະຊວງກະສິກຳ
ແລະ ປ່າໄມ້ ເພີ່ມທະວີສົ່ງເສີມວຽກງານແມ່ ແລະ ເດັກ ເຂົ້າໃນຂະແໜງກະສິກຳ-ປ່າໄມ້
ໂດຍກຳນົດ 8 ເປົ້າໝາຍຫລັກ ໃນການຈັດຕັ້ງປະຕິບັດ ເພື່ອສ້າງຄວາມເຂັ້ມ ແຂງໃຫ້ວຽກງານດັ່ງກ່າວ
ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ.
ຮອງລັດຖະມົນຕີກະຊວງກະສິກຳ
ແລະ ປ່າໄມ້ ທັງເປັນປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ ແລະ ເດັກ ແລະ ພັດທະນາຊົນນະບົດ
ກະຊວງກະສິກຳ-ປ່າໄມ້ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 20 ທັນວາ ນີ້ວ່າ:
ບໍ່ວ່າເວລາໃດ ກະຊວງກະສິກຳ ແລະ ປ່າໄມ້
ໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກນ້ອຍ
ສ້າງໃຫ້ເຂົາເຈົ້າມີຄວາມສາມາດ, ມີສ່ວນຮ່ວມ
ໃນການຕັດສິນບັນຫາຕ່າງໆໃນຄອບຄົວ
ແລະ ສັງຄົມ ທີ່ກ່ຽວ ຂ້ອງກັບການດຳລົງຊີວິດຂອງເຂົາເຈົ້າ, ໂດຍເນັ້ນໃສ່
ເພີ່ມທະວີໂຄສະນາເຜີຍແຜ່ວຽກງານຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ,
ສ້າງຄວາມເຂັ້ມແຂງໃຫ້ຄະນະກຳມາທິການ ກໍຄື
ຜູ້ຊີ້ນຳວຽກງານຄວາມກ້າວໜ້າຂອງແມ່ ແລະ ເດັກ ທຸກຂັ້ນ, ປັບປຸງການຈັດຕັ້ງແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ
ແລະ ມີການເຄື່ອນໄຫວຢ່າງຕໍ່ເນື່ອງ, ມີນະໂຍບາຍຈັດສັນທີ່ດິນທຳການຜະລິດ
ແລະ ສ້າງກິດຈະກຳຫາລາຍໄດ້ອື່ນໆ ໃຫ້ກັບຄອບຄົວທີ່ທຸກຍາກໃນເຂດຊົນນະບົດ ແລະ
ປຸກລະດົມໃຫ້ເພດຍິງ ໄດ້ເຂົ້າຮ່ວມໃນທຸກໆກິດຈະກຳຂອງຂະແໜງກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດໃຫ້ໄດ້
35%, ເພີ່ມທະວີການເຂົ້າຮ່ວມຢ່າງຕັ້ງໜ້າຂອງພະນັກງານ ແລະ
ຊາວກະສິກອນເພດຍິງ ໃນການ ຈັດຕັ້ງປະຕິບັດແຜນຍຸດທະສາດຂອງຂະແໜງກະສິກຳ ແລະ ປ່າໄມ້
ໃຫ້ບັນລຸຕາມ 4 ເປົ້າໝາຍ ຄື: ຄ້ຳປະກັນສະບຽງອາຫານ, ຜະລິດກະສິກຳເປັນສິນຄ້າ,
ຄຸ້ມຄອງຊັບພະ ຍາກອນໄມ້ແບບຍືນຍົງ ແລະ ພັດທະນາຊົນນະບົດ, ຊາວກະສິກອນເພດຍິງ ແລະ ຄອບຄົວທີ່ທຸກຍາກບັນດາເຜົ່າ ຫລື ເພດຍິງ
ທີ່ເປັນຫົວໜ້າຄອບຄົວ, ກຸ່ມສ່ຽງ
ໃຫ້ໄດ້ເຂົ້າຮ່ວມໃນທຸກໆກິດຈະກຳ, ເຂົ້າຮ່ວມການຝຶກອົບຮົມດ້ານວິຊາການ
ແລະ ເຕັກໂນໂລຊີຕ່າງໆໃຫ້ໄດ້ 45%, ໃຫ້ເຂົາເຈົ້າມີສ່ວນຮ່ວມປະກອບເຂົ້າໃນກຸ່ມຜະລິດ
ແລະ ໃຫ້ມີເນື້ອທີ່ທຳການຜະລິດຕ່າງໆໃຫ້ໄດ້ 50%, ເພີ່ມທະວີການປົກປ້ອງ
ແລະ ການລືບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ສົ່ງເສີມການມີສ່ວນຮ່ວມຂອງພະ
ນັກງານເພດຍິງ ແລະ ຊາວກະສິກອນເພດຍິງ ເຂົ້າໃນຕຳແໜ່ງຕັດສິນບັນຫາຂັ້ນຕ່າງໆໃຫ້ໄດ້ 25%
ຂຶ້ນໄປ ແລະ ອື່ນໆ.
ທ່ານຮອງລັດຖະມົນຕີກ່າວວ່າ:
ສຳລັບແຜນການໃນຕໍ່ໜ້າ ຈະສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດຄວາມສະເໝີພາບ ຍິງ-ຊາຍ
ໃນການເພີ່ມທະວີການພົວພັນ-ການຮ່ວມມືກັບພາກພື້ນ ແລະ ສາກົນ ໃຫ້ກວ້າງຂວາງກວ່າເກົ່າ, ໃນການຕ້ານທຸກຮູບແບບການຈຳແນກ, ການຕ້ານຄວາມຮຸນແຮງ
ແລະ ການນຳໃຊ້ແຮງງານແມ່ຍິງ ແລະ ເດັກ ທີ່ເປັນອັນຕະລາຍ ໃນຂົງເຂດພັດ ທະນາກະສິກຳປ່າໄມ້
ແລະ ພັດທະນາຊົນນະບົດ ໂດຍເລັ່ງໃສ່ໂຄງການທີ 8, ໂຄງການປົກປ້ອງ
ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແລະ ການໃຊ້ແຮງງານເດັກ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆຂອງຂະແໜງ
ເຊິ່ງແມ່ນໂຄງການໜຶ່ງ ໃນ 8 ແຜນງານ ເພື່ອຄວາມສະເໝີພາບບົດບາດຍິງ-ຊາຍ 2016-2020
ຂອງຂະແໜງກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ.
No comments:
Post a Comment