Ad

Ad

22 December 2016

11 ປະເທດ ທີ່ມີຄຸນນະພາບຊີວິດທີ່ດີທີ່ສຸດໃນໂລກ

ໂດຍ : ມຶກບໍ່ແຫ້ງ
          ໃນຄຳວ່າ ຊີວິດທີ່ດີ ອາດມີຫຼາຍນິຍາມແຕກຕ່າງກັນໄປຕາມທັດສະນະຂອງແຕ່ລະຄົນແຕ່ສິ່ງທີ່ຄ້າຍຄືກັນຂອງຄົນຢູ່ບັນດາປະເທດຕ່າງໆກໍແມ່ນຕ້ອງການມີຊີວິດທີ່ດີຕາມນິຍາມຂອງຕົນ.
ໃນບົດຄວາມນີ້ ເຮົາມາເບິ່ງຜົນການສຳຫຼວດຂອງອົງການການຮ່ວມມືທາງເສດຖະກິດ ແລະການ ພັດທະນາ (OECD) ທີ່ຫາກໍຕີພິມບົດລາຍງານດັດສະນີ ກ່ຽວກັບຊີວິດທີ່ດີ (Better Life Index) ປະຈຳປີ 2016. ໃນການສຳຫຼວດດັ່ງກ່າວ ໄດ້ສຶກສາຢູ່ 34 ປະເທດ ໂດຍນຳໃຊ້ 11 ຕົວຊີ້ບອກ ຂອງການມີຊີວິດທີ່ດີ ເຊິ່ງຮວມມີຄວາມສົມ
ດຸນ ລະຫວ່າງຊີວິດ ແລະວຽກງານ, ລາຍຮັບ, ຄວາມປອດໄພ, ການສຶກສາ, ທີ່ພັກອາໄສ, ວຽກງານ, ການມີສ່ວນຮ່ວມຂອງປະ ຊາກອນພາຍໃນປະເທດ, ສາຍສຳພັນຂອງຄົນໃນຊຸມຊົນ, ຄຸນນະພາບສິ່ງແວດ້ລອມ, ສຸຂະພາບ ແລະຄວາມເພິ່ງພໍໃຈໃນຊີວິດ.
ຈາກ 11 ຕົວຊີ້ບອກທີ່ໄດ້ນຳໃຊ້ເຂົ້າໃນການສຳຫຼວດຄັ້ງນີ້, ຈຶ່ງເຫັນວ່າ ບັນດາປະເທດທີ່ມີຄຸນນະພາບຊີວິດທີ່ດີທີ່ສຸດມີດັ່ງນີ້:
ອັນດັບທີ 1 ໄດ້ແກ່ປະເທດນອກແວ (Norway), ຄວາມຈິງແລ້ວ ປີຜ່ານມາ ປະເທດດັ່ງກ່າວກໍໄດ້ຮັບຄະແນນສູງສຸດເຊັ່ນດຽວກັນ. ຄົນນໍແວ ຖືໄດ້ວ່າມີຄຸນນະພາບຊີວິດທີ່ດີທີ່ສຸດ ເພາະວ່າຄົນພາຍໃນປະເທດ ສ່ວນໃຫຍ່ຈະມີວຽກເຮັດງານທຳທີ່ໝັ້ນຄົງ ແລະລາຍຮັບທີ່ເໝາະສົມ, ມີການສຶກສາສູງ ແລະສະເລ່ຍອາຍຸຍືນແມ່ນ 82 ປີ, ລຳດັບທີ 2 ໄດ້ແກ່ປະເທດອົດສະຕຣາລີ, ເຖິງແມ່ນປະເທດນີ້ ຈະຢູ່ໃນລຳດັບທີ 1 ໃນປີ 2013 ແລະ 2014 ແລະ ທີ 5 ໃນປີ 2015 ແຕ່ປີນີ້ ອົດສະຕາລີຖືກຈັດໃນລຳດັບທີ 2 ຈາກການສຳຫຼວດພົບວ່າ ຢູ່ອົດສະຕາລີ ຜູ້ຄົນມີສາຍສຳພັນ ທີ່ດີໃນຊຸມຊົນ ເພາະ 95% ຂອງປະຊາກອນ ເຊື່ອວ່າຕົນເອງມີໃຜຄົນໜຶ່ງ ທີ່ສາມາດເພິ່ງພາອາໄສໄດ້. ອັນດັບທີ 3 ແມ່ນປະເທດເດັນມາກ, ປະເທດດັ່ງກ່າວນີ້ ແມ່ນມີອັນດັບດີຂຶ້ນ 7 ອັນດັບຈາກປີທີ່ແລ້ວ ສິ່ງທີ່ພົ້ນເດັ່ນໃນເດັນມາກ ກໍຄືຜູ້ຄົນທີ່ເຮັດວຽກມີມື້ພັກຍາວຫຼາຍກວ່າປະເທດອື່ນ ໂດຍທີ່ເຂົາເຈົ້າເຫຼົ່ານັ້ນ ບໍ່ໄດ້ຖືກຫັກເງິນເດືອນເລີຍ ແລະໂດຍສະເລ່ຍແລ້ວ ຜູ້ໜຶ່ງຈະມີມື້ພັກເຖິງ 5 ອາທິດຕໍ່ປີ, ເວົ້າສະເພາະກຳມະກອນຜູ້ທີ່ເຮັດວຽກເຕັມເວລານັ້ນ ມີລາຍງານວ່າ ເຂົາເຈົ້າໃຊ້ເວລາ 66% ຂອງແຕ່ລະມື້ ເຮັດວຽກສ່ວນຕົວ, ອັນດັບ 4 ໄດ້ແກ່ປະເທດສະວິດ ເຊີແລນ ເຊິ່ງມີອັດຕາ ການວ່າງງານພຽງ 3,1% ນັບວ່າຕໍ່າທີ່ສຸດ. ອັນດັບທີ 5 ປະເທດການາດາ, ການສຳຫຼວດພົບວ່າ ຢູ່ປະເທດດັ່ງກ່າວ ລາຄາທີ່ພັກອາໄສ ແມ່ນສົມເຫດສົມຜົນ, ອັນດັບທີ 6 ແມ່ນຊູແອດ, ຄົນຊູແອດ ແມ່ນມີສ່ວນຮ່ວມ ທາງດ້ານການເມືອງຫຼາຍທີ່ສຸດ ເຊິ່ງສະແດງອອກໃນວາລະການເລືອກຕັ້ງທີ່ຜ່ານມາ ປາກົດວ່າ 83% ຂອງຄົນພາຍໃນປະເທດ ອອກໄປໃຊ້ສິດເພື່ອເລືອກເອົາຜູ້ນຳຂອງຕົນ, ອັນດັບທີ 7 ແມ່ນປະເທດນິວຊີແລນ ທີ່ໄດ້ຮັບຄະແນນສູງ ທາງດ້ານຄຸນນະພາບສິ່ງແວດລ້ອມ, ອັນດັບທີ 8 ແຟງລັງ(Finland) ທີ່ມີພຽງ 4% ຂອງພະນັກງານ ທີ່ຕ້ອງໄດ້ເຮັດວຽກລ່ວງເວລາ ເຊິ່ງຕໍ່າກວ່າບັນດາປະເທດທີ່ພັດທະນາແລ້ວຫຼາຍປະເທດ. ອັນດັບທີ 9 ແມ່ນສະຫະລັດ ອາເມລິກາ ເຖິງວ່າປະເທດດັ່ງກ່າວອາດມີຄະແນນຕໍ່າໃນດ້ານອື່ນ ແຕ່ພັດມີຄະແນນສູງທາງດ້ານທີ່ພັກອາໄສ ແລະລາຍຮັບ, ອັນດັບທີ 10 ໄດ້ແກ່ປະເທດອຽກລັງ (Iceland) ເຊິ່ງເປັນປະເທດທີ່ມີຄະແນນສູງທາງດ້ານອັດຕາການວ່າງງານທີ່ຕໍ່າ ມີພຽງ 0,7% ຂອງປະຊາກອນເທົ່ານັ້ນ ແລະອັນດັບ 11 ໄດ້ແກ່ປະເທດໂຮນລັງ(Netherlands) ເຊິ່ງປະເທດດັ່ງກ່າວ ແມ່ນມີອັດຕາການຮູ້ໜັງສືສູງທີ່ສຸດປະເທດໜຶ່ງໃນໂລກ ເຊິ່ງການສຳຫຼວດພົບວ່າ ນັກຮຽນ-ນັກສຶກສາ ຂອງປະເທດດັ່ງກ່າວ ຈະມີຄວາມສາມາດທາງດ້ານຄະນິດສາດ, ວິທະຍາສາດ ແລະການອ່ານທີ່ດີເລີດ.
ຈາກ 11 ຕົວຊີ້ວັດ ແລະຜົນທີ່ເຮັດໃຫ້ 11 ປະເທດດັ່ງກ່າວ ຖືກພິຈາລະນາ ວ່າເຂົາເຈົ້າມີ ຄຸນນະພາບຊີວິດທີ່ດີ ເຊິ່ງບາງທ່ານອາດມີແນວຄິດທີ່ແຕກຕ່າງ ແຕ່ກໍເປັນເລື່ອງທີ່ປະຕິເສດໄດ້ຍາກ ວ່າປັດໄຈສຳຄັນທີ່ຈະເຮັດໃຫ້ຊີວິດໃຜຜູ້ໜຶ່ງໃນໂລກນີ້ດີໄດ້ ກໍຕ້ອງປະກອບໄປດ້ວຍສຸຂະ ພາບທີ່ດີ ເຊິ່ງໝາຍເຖິງລະບົບສາທາລະນະສຸກ ທີ່ມີຄຸນນະພາບ, ມີທີ່ພັກອາໄສ, ມີການສຶກສາ, ມີລາຍຮັບ ເພື່ອ ຄອງຊີບ ແລະມີສະພາບແວດລ້ອມທີ່ດີ ຕະຫຼອດຮອດການມີສິດເສລີພາບ ແລະຄວາມປອດໄພ.   ເຊັ່ນດຽວກັບເປົ້າໝາຍສຳຄັນຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ກໍເພື່ອແນໃສ່ປະກອບສ່ວນໃຫ້ປັດໄຈຕ່າງໆ ທີ່ກ່າວມານັ້ນ ມີທ່າອ່ຽງທີ່ດີຂຶ້ນ.


No comments:

Post a Comment