Ad

Ad

21 December 2016

ນາຍົກລັດຖະມົນຕີໂອ້ລົມກອງປະຊຸມວຽກງານຍຸຕິທຳທົ່ວປະເທດໃຫ້ຕັ້ງໜ້າປັບປຸງວຽກງານຂອງຕົນກ້າວໜ້າໄປເລື້ອຍໆ

          ໃນຕອນບ່າຍວັນທີ 19 ທັນວານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ທີ່ໄດ້ຈັດຂຶ້ນໃນວັນທີ 19-20 ທັນວານີ້ ທີ່ນະຄອນຫລວງວຽງຈັນ ເຊິ່ງກ່ອນອື່ນທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງຂະແໜງຍຸຕິທຳຍາດມາໄດ້ຕະຫຼອດຫຼາຍ 10 ປີຜ່ານມາ, ເວົ້າສະເພາະກໍແມ່ນໃນສົກປີ 2015-2016 ນີ້ ເຊິ່ງມາຮອດປັດຈຸບັນ ສປປ ລາວ ໄດ້ສ້າງກົດໝາຍ ແລະ ກົດໝາຍສະບັບປັບປຸງໄດ້ເຖິງ 121 ສະບັບ ແລະ ພຽງໄລຍະການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກສ້າງໄດ້ 100 ກວ່າສະບັບ ອັນເປັນໝາກຜົນ
ຂອງຂະແໜງຍຸຕິທຳທີ່ພະຍາຍາມສ້າງລັດແຫ່ງກົດໝາຍ, ເປັນເສນາທິການຊ່ວຍລັດຖະບານໃນວຽກງານຄຸ້ມຄອງລັດທາງດ້ານກົດໝາຍ ແລະ ວຽກງານຍຸຕິທຳໄດ້ເປັນຢ່າງດີ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນຢ່າງໜ້າເພິ່ງພໍໃຈ ແລະ ພ້ອມນັ້ນກໍໄດ້ເອົາໃຈໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄືກອງປະຊຸມໃຫຍ່ຄັ້ງທີ III ແລະ IV ຂອງອົງຄະນະພັກກະຊວງຍຸຕິທຳມາເປັນແຜນງານ-ໂຄງການລະອຽດ ແລະ ຈັດຕັ້ງປະຕິບັດຢ່າງມີຜົນສຳເລັດໃໝ່ຕັ້ງໜ້າກວ່າເກົ່າ; ຊ່ວຍໃຫ້ພະນັກງານ-ລັດຖະກອນມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມບຸກບືນ-ຫ້າວຫັນ, ມີຄວາມຮັບຜິດຊອບຕໍ່ການບໍລິການຮັບໃຊ້ປະຊາຊົນ, ນຳເອົາຄວາມຍຸຕິທຳມາໃຫ້ປະຊາຊົນໄດ້ດີພໍສົມຄວນ; ໄດ້ເອົາໃຈໃສ່ເຜີຍແຜ່ກົດໝາຍທັງທາງກວ້າງ ແລະ ທາງເລິກ ອັນພົ້ນເດັ່ນກໍແມ່ນການໂຄສະນາຜ່ານສື່ເອເລັກໂຕຼນິກ, ວິທະຍຸກະຈາຍສຽງ, ໂທລະພາບ, ເວັບໄຊກະຊວງ, ຈົດໝາຍເຫດທາງລັດຖະການ, ວາລະສານ-ໜັງສືພິມ ແລະ ອື່ນໆ ເພື່ອໃຫ້ປະຊາຊົນເຂົ້າເຖິງການບໍລິການທາງດ້ານກົດໝາຍດ້ວຍຫຼາຍຮູບຫຼາຍສີ, ປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍດີຂຶ້ນ; ສາມາດສືບຕໍ່ຮັກສາມູນເຊື້ອການລົງສູ່ຮາກຖານ, ປະຕິບັດວຽກງານ 3 ສ້າງ ເພື່ອປັບປຸງວຽກງານຍຸຕິທຳຢູ່ຮາກຖານໃຫ້ເຂັ້ມແຂງ, ຍູ້ຂະບວນການສ້າງຄອບຄົວ ແລະ ບ້ານປອດຄະດີຢ່າງເປັນຂະບວນຟົດຟື້ນ ແລະ ຕໍ່ເນື່ອງ.

          ຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໃຫ້ຂະແໜງຍຸຕິທຳ ຕ້ອງໄດ້ເພີ່ມທະວີເອົາໃຈໃສ່ດ້ານຄຸນນະພາບທາງດ້ານວຽກງານຕື່ມອີກ ຄືຄວາມສັກສິດຂອງກົດໝາຍກໍຍັງບໍ່ທັນສູງ, ສະຕິເຄົາລົບ ແລະ ປະຕິບັດກົດໝາຍຂອງພົນລະ ເມືອງຍັງຕ່ຳ; ບັນດາອົງການຈັດຕັ້ງຊ່ວຍໜູນຍຸຕິທຳກໍຍັງມີຄວາມຈຳກັດທາງດ້ານຈຳນວນ ແລະ ຄຸນນະພາບ, ການປະສານງານຂອງຂະແໜງຍຸຕິທຳກັບຂະແໜງການອື່ນບາງຄັ້ງກໍຍັງບໍ່ທັນກົມກ່ຽວກັນ, ຄຸນນະພາບໃນການສ້າງ ແລະ ປັບປຸງກົດໝາຍ ຫຼື ນິຕິກຳຕ່າງໆຍັງບໍ່ທັນຮັດກຸມ, ຄວາມໜັກແໜ້ນທາງດ້ານຊົນຊັ້ນ, ຈັນຍາບັນ, ຄວາມຊື່ກົງ-ທ່ຽງທຳຂອງພະນັກງານ-ລັດຖະກອນຍັງຕ້ອງໄດ້ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ຫຼາຍກວ່າເກົ່າ ແລະ ສຳລັບວຽກງານຍຸຕິທຳໃນໄລຍະໃໝ່ ໂດຍສະເພາະກາລະໂອກາດຂອງການເຊື່ອມໂຍງພາກພື້ນ ແລະ ສາກົນ ແມ່ນໃຫ້ບຸກບືນນຳໃຊ້ແນວທາງນະໂຍບາຍຂອງພັກ-ລັດ ຮ່າງ ແລະ ສ້າງກົດໝາຍ ຫຼື ນິຕິກຳຕ່າງໆຂຶ້ນມາເປັນຂອງເຮົາເອງ ໂດຍປຽບທຽບໃສ່ກັບສາກົນ; ດ້ານໜຶ່ງກໍຕ້ອງໄດ້ສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດໜັກແໜ້ນ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໂດຍສະເພາະການຫັນໃຫ້ເປັນລັດແຫ່ງການເຄົາລົບກົດໝາຍ, ຈັດຕັ້ງປະຕິບັດການບໍລິຫານປະເທດດ້ວຍລະບຽບກົດໝາຍ ໃຫ້ຄວາມສຳຄັນ-ໃຫ້ນ້ຳໜັກແກ່ການປະຕິບັດກົດໝາຍໄປຕາມແຕ່ລະບາດກ້າວ; ຕັ້ງໜ້າສຸມໃສ່ປັບປຸງວຽກງານຍຸຕິທຳຂອງປະເທດໃຫ້ກ້າວໜ້າໄປເລື້ອຍໆ ເຊິ່ງຕ້ອງໄດ້ມີຄວາມລະອຽດອ່ອນ ແລະ ຄວາມລະມັດລະວັງ.  

No comments:

Post a Comment