Ad

Ad

21 December 2016

ກອງປະຊຸມແນະນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2017

             ໃນວັນທີ 20 ທັນວາ ນີ້ ຢູ່ຫໍປະຊຸມແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບກະຊວງການເງິນ ໄດ້ຈັດກອງປະຊຸມແນະນໍາການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2017 ຂຶ້ນ ເພື່ອສະຫລຸບ ການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນ ໃນສົກປີຜ່ານ ມາກໍານົດທິດທາງໃນປີ  ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດສອງວຽກງານມີຄວາມສອດຄ່ອງ ແລະ ກົມກຽວກັນ ແນໃສ່ເພື່ອບັນລຸເປົ້າໝາຍຕາມແຜນການທີ່ກໍານົດໄວ້.  ໂດຍການເປັນທານ ຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາຮອງລັດ ຖະມົນຕີ, ຮອງເຈົ້າແຂວງ, ຫົວໜ້າກົມ, ຮອງກົມ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.


            ກອງປະຊຸມໄດ້ມີການເຜີຍແຜ່ເນື້ອໃນເອກະສານສໍາຄັນ ຂອງມະຕິ ສະພາແຫ່ງຊາດຈໍານວນ 3 ສະບັບ ຄື: ມະຕິວ່າດ້ວຍການຮັບຮອງເອົາ ການດັດແກ້ຕົວເລກມະຫາພາກ ແຜນໄລຍະ 4 ປີ. ການຮັບຮອງເອົາບົດລາຍງານ ລັດຖະບານກ່ຽວກັບການຈັດຕັ້ງປະຕິ ບັດແຜນງົບປະ ມານປະຈໍາສົກ ປີ 2015-2016 ແລະ ທິດທາງແຜນ ການປີ 2017 ແລະ ຮັບຮອງເອົາບົດລາຍງານຂອງລັດຖຖະບານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາສົກປີ 2015-2016 ແລະ ທິດທາງແຜນການ ປີ 2017 ພ້ອມນັ້ນ ກອງປະຊຸມໄດ້ສະເໜີດໍາລັດ ແລະ ບົດແນະນໍາທີ່ກ່ຽວຂ້ອງຈໍານວນໜຶ່ງ ຫລັງຈາກນັ້ນກໍຈະເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ແລກ ປ່ຽນຄຳເຫັນກ່ຽວກັບທິດທາງໃນການຈັດຕັ້ງຜັນຂະຫຍາຍ ບັນດາມະຕິດໍາລັດ ແລະ ບົດແນະນໍາໃນຂະແໜງການ ແລະ ທ້ອງຖິ່ນຂອງຕົນ. ທັງນີ້, ເພື່ອໃຫ້ທັງສອງຂະແໜງການມີຄວາມຮັບຜິດຊອບຮ່ວມກັນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ໃຫ້ມີປະສິດທິຜົນໂດຍສະເພາະເຮັດໃຫ້ການພັດທະນາສາມາດບັນລຸຄາດໝາຍ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມຢ່າງໜັກແໜ້ນ ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ຢ່າງທົ່ວເຖິງ ພັດທະນາປະເທດໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020 ໂດຍຊຸກຍູ້ ໃຫ້ລະດັບການເຕີບໂຕຢ່າງຕໍ່ເນື່ອງ, ສົມດູນ, ມີຄຸນນະພາບຕາມທິດການພັດທະນາແບບຍືນຍົງ ແລະ ສີຂຽວ, ມີການຄຸ້ມຄອງ ແລະ ນໍາໃຊ້ຊັບ ພະຍາກອນຢ່າງມີປະສິດທິຜົນສູງ.

No comments:

Post a Comment