Ad

Ad

21 December 2016

ລາວ​ຫາລື​ກຳນົດ​ທິດ​ທາງຂອງ​ລະບຽບ​ສາກົນ​ດ້ານ​ສາທາລະນະ​ສຸກ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ສຸຂະພາບ

ວັນທີ 20 ທັນວານີ້, ກະຊວງສາທາລະນະສຸກຮ່ວມກັບກະຊວງກະສິກຳແລະ ປ່າໄມ້ແລະ ອົງການເພື່ອພັດທະນາສາກົນສະຫາລັດອາເມຣິກາ ( USAID ) ​ໄດ້ຈັດກອງປະຊຸມປຶກສາຫາລືກຳນົດທິດທາງໃນ 5 ປີຕໍ່ໜ້າຕາມກອບຂອງລະບຽບການສາກົນດ້ານສາທາລະນະສຸກ ( ສັນຍາວ່າດ້ວຍຄວາມໝັ້ນຄົງດ້ານສຸຂະພາບສາກົນທີ່ລາວເຮົາໄດ້ເຂົ້າຮ່ວມເປັນພາຄີ ) , ຄວາມໝັ້ນຄົງດ້ານສຸຂະພາບແລະ ສຸຂະພາບໜຶ່ງດຽວ,​ ເພື່ອກຽມຕອບ​​ໂຕ້ກັບໄພຂົ່ມຂູ່ດ້ານສຸຂະພາບຂຶ້ນທີ່ນະຄອນຫຼວງວຽງຈັນ, ​ໂດຍການເຂົ້າຮ່ວມຂອງທ່ານ ຮອງຫົວໜ້າກົມຄວບຄຸມ
ພະ​ຍາດຕິດຕໍ່ກະຊວງສາທາລະນະສຸກ, ທ່ານຮອງຫົວໜ້າກົມລ້ຽງສັດແລະ ການປະມົງກະຊວງກະສິກຳແລະ ປ່າໄມ້, ຜູ້ຕ່າງໜ້າອົງການ USAID, ອົງການອະນາໄມໂລກ, ອົງການອາຫານແລະ ການກະ​​ເສດພ້ອມດ້ວຍຄູ່ຮ່ວມພັດທະນາ ​ ​​ເຂົ້າຮ່ວມນຳດ້ວຍ.
           ທ່ານ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກ່າວວ່າ: ຈາກທີ່ຕັ້ງຂອງປະເທດລາວເຮົາຊຶ່ເປັນຈຸດເຊື່ອມຕໍ່ລະຫວ່າງຫຼາຍປະເທດໃນຂົງເຂດພາກພື້ນມັນເຮັດໃຫ້ການຄວບຄຸມພະຍາດ ຫຼື ການລະບາດຂອງໄພຂົ່ມຂູ່ທີ່​​ເກີດຂື້ນຈາກທຳມະຊາດຫຼື ການກໍ່ການຮ້າຍກໍຕາມ,ຊຶ່ງມັນບໍ່ແມ່ນ ບັນຫາຂອງປະເທດໃດປະເທດໜຶ່ງ,ຈາກບົດຮຽນການລະບາດຂອງພະຍາດໃນໄລຍະຜ່ານມາໃຫ້ເຫັນວ່າພຽງລຳພັງປະເທດດຽວບໍ່ວ່າຈະມີສະຖານະພາບເສດຖິດດີປານໃດກໍຕາມກໍບໍ່ສາມາດຕອບໂຕ້ກັບການລະບາດຂອງພະຍາດໄດ້, ​ຊຶ່ງມັນໄດ້ຮຽກຮຽກໃຫ້ທຸກປະເທດໃນໂລກຕ້ອງໄດ້ມີການຮ່ວມືແລະແລກປ່ຽນບົດຮຽນດ້ານຕ່າງໆເພື່ອສາມາດຕອບໂຕ້ກັບການລະບາດ​​ ​ແລະ ສາມາດຄວບຄຸມການລະບາດຂອງພະຍາດໄດ້ດັ່ງນັ້ນ ການປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກຂອງບັນດາປະເທດທີ່ເຂົ້າຮ່ວມເປັນພາຄີໃຫ້ບັນລຸໃນຈຳນວນ 140 ກວ່າປະເທດໃນໂລກ​ ​ແລະ ໜຶ່ງໃນນັ້ນກໍມີປະເທດ​​ລາວເຮົາ,​ແມ່ນມີຄວາມສຳຄັນຫຼາຍຕໍ່ກັບການປ້ອງການລະບາດຂອງພຍາດ,.
ທ່ານ ຫົວໜ້າກົມກ່າວວ່າ: ການລະບາດຂອງພະຍາດໃນປັດຈຸບັນນອກຈາກຄົນສູ່ຄົນແລະແລ້ວ, ຍັງມີການລະບາດຂອງພະຍາດຈາກສັດສູຄົນດັ່ງນັ້ນມັນມີຄວາມຈຳເປັນຫຼາຍທີ່ພວກ​​ເຮົາຈະຕ້ອງໄດ້ມີການຮ່ວມມືກັນຢ່າງໃກ້ຊິດ,​ໃນທຸດຂົງເຂດ, ​​ໂດຍສະເພາະແມ່ນຂົງເຂດກະສິກຳເພື່ອສ້າງສຸຂະພາບໜຶ່ງດຽວ ,ດັ່ງນັ້ນກອງປະຊຸມຄັ້ງນີ້​​ແມ່ນມີຄວາມໝາຍສຳຄັນຫຼາຍຕໍ່ຂົງເຂດສາທາລະນະສຸກແລະ ກະສິກຳ,​ເນື່ອງຈາກຜູ້ເຂົ້າຮ່ວມຈະໄດ້ພ້ອມກັນແລກປ່ຽນບົດຮຽນແລະ ປະກອບຄຳຄິດ​​ເຫັນເພື່ອເຮັດໃຫ້ການກຳນົດທິດທາງໃນ 5 ປີຕໍ່ໜ້າຕາມກອບຂອງລະບຽບສາກົນດ້ານສາທາລະນະສຸກຂອງ​ ສປປ ລາວ​ ມີປະສິດທີຜົນແລະສາມາດຈັດຕັ້ງປະຕິບັດປະສົບຜົນສຳເລັດ.

No comments:

Post a Comment