Ad

Ad

21 December 2016

ການເຂົ້າເຖິງຕາໜາງສາທາລະນະສຸກຂອງແມ່ ແລະ ເດັກຍັງບໍ່ທົ່ວເຖິງ

             ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ໄດ້ສະແດງຄວາມເປັນຫວງຕໍ່ລະບົບໃຫ້ບໍລິການສຸຂະພາບຂອງແມ່ ແລະ ເດັກທີ່ຍັງບໍ່ຂະຫຍາຍກວ້າງເທົ່າທີ່ຄວນ, ພາຍຫລັງເຫັນວ່າຕົວເລກຂອງການເຂົ້າເຖິງບໍລິການຕາໜ່າງສາທາລະນະສຸກຂອງແມ່ຍິງ ແລະ ເດັກນ້ອຍຢູ່ຫລາຍທ້ອງຖິ່ນຍັງບໍ່ທົ່ວເຖິງ.
             ການສະແດງຄວາມເປັນຫວ່ງດັ່ງກ່າວມີຂຶ້ນໃນລະຫວ່າງໂອ້ລົມຕໍ່ກອງປະຊຸມທົບທວນການຈັດຕັ້ງປະຕິບັດຍຸດທະສາດບໍລິການສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່ ແລະ ເດັກນ້ອຍ ເມື່ອບໍ່ດົນນີ້ໂດຍທ່ານກ່າວວ່າ: ໃນໄລຍະຜ່ານມາ, ເຖິງວ່າຂະແໜງສາທາລະນະສຸກເຮົາ
ໄດ້ມີຄວາມບຸກບືນເພື່ອໃຫ້ບັນລຸຫລາຍຄາດໝາຍໃນການເບິ່ງແຍງປິ່ນປົວສຸຂະພາບຂອງປະຊາຊົນໃຫ້ມີຄຸນນະພາບສູງ ແລະ ທົ່ວເຖິງໃນທົ່ວປະເທດ ເຊັ່ນ: ເຮັດໃຫ້ອັດຕາການຕາຍຂອງເດັກລຸ່ມ 1 ປີ
ໄດ້ຫລຸດລົງຈາກ 70 ມາເປັນ 61 ຕໍ່ພັນຄົນ, ອັດຕາການຕາຍຂອງເດັກອາຍຸຕໍ່າກວ່າ 5 ປີໄດ້ຫລຸດລົງຈາກ 98 ມາເປັນ 71 ຕໍ່ພັນຄົນ, ອັດຕາການຕາຍຂອງແມ່ຫລຸດລົງຈາກ 405 ມາເປັນ 206 ຕໍ່ແສນຄົນ, ການເກີດມີຊີວິດຫລຸດລົງຈາກ 360 ມາເປັນ 310 ຄົນ, ນັບແຕ່ປີ 2005 ມາຮອດປັດຈຸບັນ ແລະ ອົງການສະຫະປະຊາຊາດໄດ້ຈັດໃຫ້ປະເທດເຮົາເປັນປະເທດທີ 3 ຂອງໂລກທີ່ສາມາດຫລຸດອັດຕາການຕາຍຂອງແມ່ໄວທີ່ສຸດ. ແຕ່ແນວໃດກໍ
ຕາມ, ໃນສະພາບຕົວຈິງຂອງການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ, ການໄດ້ຮັບຂໍ້ມູນຂ່າວສານດ້ານສາທາລະນະສຸກຍັງມີລັກສະນະຈໍາກັດຢູ່ຫລາຍທ້ອງຖິ່ນ, ໂດຍສະເພາະເຂດຊົນນະບົດຫ່າງໄກສອກຫລີກຍັງພົບຄວາມຫຍຸ້ງຍາກໃນການບໍລິການສຸຂະພາບແມ່ ແລະ ເດັກ ເຊັ່ນ: ການຝາກທ້ອງ, ການເກີດລູກ, ການແກ້ໄຂເຫດການສຸກເສີນໃນເວລາເກີດລູກ, ການດູແລເດັກເກີດໃໝ່ຍັງບໍ່ທັນດີເນື່ອງຈາກຂາດສະຖານທີ່ໃຫ້ບໍລິການທີ່ເໝາະສົມ, ຂາດເຄື່ອງມືອຸປະກອນທັນສະໄໝ ແລະ ພະນັກງານແພດໝໍກໍມີຈໍາກັດ, ຈຶ່ງເຮັດໃຫ້ອັດຕາສ່ວນຂອງແມ່ທີ່ມາເກີດລູກຢູ່ສະຖານທີ່ບໍລິການແບບປອດໄພມີພຽງແຕ່ 50% ເທົ່ານັ້ນ ແລະ ອັດຕາປົກຄຸມການສັກຢາກັນພະຍາດກໍບໍ່ທັນບັນລຸໄດ້ 90% ຕາມຄາດໝາຍຂອງລັດຖະບານ. ສະນັ້ນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 ກໍຄືຍຸດທະສາດການພັດທະນາຂອງຂະແໜງການສາທາລະນະສຸກມີຜົນສໍາ
ເລັດເວົ້າລວມ, ເວົ້າສະເພາະແມ່ນແນ່ໃສຫລຸດຜ່ອນອັດຕາການເຈັບເປັນ ແລະ ເສຍຊີວິດຂອງແມ່ຍິງ ແລະ ເດັກນ້ອຍໃຫ້ຫລຸດລົງເທື່ອລະກ້າວ, ຂະແໜງສາທາລະນະສຸກຕ້ອງໄດ້ເອົາໃຈໃສ່ ຍົກລະດັບດ້ານການບໍລິການສຸຂະພາບແມ່ ແລະ ເດັກໃຫ້ມີຄຸນນະພາບສູງຂຶ້ນນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ, ໂດຍສະເພາະແມ່ນການສະໜອງເຄື່ອງມືອຸປະກອນການແພດທີ່ທັນສະໄໝ, ການສ້າງພະນັກງານແພດໝໍໃຫ້ມີເປົ້າໝາຍ ແລະ ວິຊາສະເພາະໃນລະດັບທີ່ແນ່ນອນ, ພ້ອມທັງການບັນຈຸສັບຊ້ອນພະນັກງານແພດໝໍໃຫ້ພຽງພໍ ແລະ ເໝາະສົມໃນ

ແຕ່ລະທ້ອງຖິ່ນ.

No comments:

Post a Comment