Ad

Ad

21 December 2016

ກອງປະຊຸມໃຫຍ່ຄັ້ງທີ II ຂອງສະມາຄົມການພິມແຫ່ງ ສປປ ລາວ

            ກອງປະຊຸມໃຫຍ່ຂອງສະມາຄົມການພິມແຫ່ງ ສປປ ລາວ ຄັ້ງທີ II, ໄດ້ໄຂຂຶ້ນໃນວັນທີ 20 ທັນວານີ້, ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາສະມາຊິກຂອງສະມາຄົມການພິມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
            ປະທານສະມາຄົມການພິມ ລາຍງານຕໍ່ກອງປະຊຸມວ່າ: ນັບແຕ່ສະມາຄົມໄດ້ຮັບການສ້າງຕັ້ງ, ການຄຸ້ມຄອງທຸລະກິດການພິມໄດ້ຫັນເຂົ້າສູ່ລະບຽບກົດໝາຍ, ມີການເຄື່ອນໄຫວຮັບໃຊ້ສັງຄົມຢ່າງກ້ວາງຂວາງ, ວຽກງານການພິມໄດ້ຮັບການພັດທະນາກ້າວ ໜ້າ
ທັນສະໄໝຂຶ້ນ ແລະ ໄດ້ກາຍເປັນອົງການຈັດຕັ້ງໜຶ່ງເພື່ອເຕົ້ມໂຮມບັນດາບຸກຄົນ, ກຸ່ມຄົນທີ່ມີການເຄື່ອນໄຫວທາງດ້ານວິຊາສະເພາະການພິມດ້ວຍຄວາມສາມັກຄີເປັນເອກກະ ພາບ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເປັນຢ່າງດີ, ນອກ ຈາກ ຜົນງານລວມນີ້ແລ້ວ ສະມາຄົມການພິມ ຍັງໄດ້ຄົ້ນຄ້ວາປັບປຸງພາລະບົດບາດ ແບ່ງຄວາມຮັບຜິດຊອບວຽກງານ, ຄົ້ນຄ້ວາແຕ່ງຕັ້ງກອງເລຂາ, ອອກແບບກາປະທັບ, ກາໝາຍສະມາຄົມການພິມ, ພ້ອມທັງປຸກລະດົມຂົນຂວາຍປະກອບທຶນຮອນຊຸກຍູ້ການເຄື່ອນໄຫວກິດຈະກຳຕ່າງໆຂອງກະຊວງເປັນປະຈຳ. ກອງປະຊຸມຄັ້ງນີ້ ໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານ ງານໃໝ່ຊຸດທີ II, ຊຶ່ງມີຜູ້ລົງສະໝັກເລືອກຕັ້ງທັງໝົດ 14 ທ່ານ ແລະ ເລືອກເອົາ 11 ທ່ານ, ໃນນັ້ນ ໄດ້ເລືອກເອົາຄື: ທ່ານນາງ ບົວໄຂ ເພັງພະຈັນ ເປັນປະທານສະມາຄົມການພິມ ທ່ານ ໄມອ່ອນ ທຳມະວົງ, ທ່ານ ຄຳສີ ຈັນທະວີທອງ, ທ່ານ ຈັນທຽມ ລັດຖະເຮົ້າ ແລະ ທ່ານ ຄອນທະໄລ ພະຈັນທະວົງ ເປັນຮອງ, ໃນນັ້ນ ໄດ້ເລືອກເອົາທ່ານ ຄຳສີ ຈັນທະວີທອງ ເປັນປະທານກວດກາ ແລະ ທ່ານ ພັອ ທອງສີ ພົມມະວົງສາ ແລະ ທ່ານ ຂັນທອງ ສີປະເສີດ ເປັນຮອງ.

            ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງທ່ານຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍທ່ານໄດ້ຊີ້ນຳໃຫ້ສະມາຄົມມີຄວາມສາມັກຄີຮັກແພງຊຶ່ງກັນ ແລະ ກັນເພື່ອເຮັດໃຫ້ສະມາຄົມການພິມມີຄວາມກ້າວໜ້າ ແລະ ນຳເຕັກໂນໂລຊີອັນທັນສະໄມມາພັດທະນາປະເທດຊາດບ້ານເມືອງຂອງພວກເຮົາ ແລະ ເຮັດໃຫ້ສະມາຄົມມີບົດບາດໃນສັງຄົມ ແລະ ໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.

No comments:

Post a Comment