Ad

Ad

21 December 2016

ຜົນຜະລິດເຂົ້ານາປີບັນລຸໄດ້ຫຼາຍກວ່າ 3,4 ລ້ານໂຕນ

ກະຊວງກະວສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນທົ່ວປະເທດສາມາດເກັບກ່ຽວມ້ຽນມັດເຂົ້ານາປີສຳເລັດແລ້ວ 100% ຂອງເນື້ອທີ່ປັກດຳທັງໝົດ 787.500 ກວ່າເຮັກຕາ, ສາມາດໃຫ້ຜົນຜະລິດໄດ້ທັງໝົດ 3,413.000 ລ້ານໂຕນ, ໂດຍສະເລ່ຍສະມັດຕະພາບການເກັບກ່ຽວບັນລຸປະມານ 4 ໂຕນ/ເຮັກຕາ, ໃນນີ້ພາກເໜືອປະຕິບັດໄດ້ຫຼາຍກວ່າ 5 ແສນໂຕນ, ພາກກາງຫຼາຍກວ່າ 1,9 ລ້ານໂຕນ, ພາກໃຕ້ຫຼາຍກວ່າ 981 ພັນໂຕນ., ຜູ້ລາຍງານໃຫ້ຮູ້ອີກວ່າ: ການປູກເຂົ້າລະດູຝົນປີນີ້ເມື່ອທຽບໃສ່ປີຜ່ານມາແລ້ວເຫັນວ່າ: ເປັນຂະບວນການດີຂຶ້ນ, ຜົນຜະລິດເພີ່ມຂຶ້ນ, ເຖິງວ່າຈະໄດ້ຮັບຜົນກະທົບຈາກໄພພິພັດທາງທຳມະຊາດເຊັ່ນ: ໄພນ້ຳຖ້ວມ, ດິນເຈື່ອນຖົມ, ສັດຕູ້ພືກ
ທຳລາຍກໍຕາມແຕ່ຜົນຜະລິດກໍສາມາດບັນລຸໄດ້ຕາມຄາດໝາຍແຜນການທີ່ວາງໄວ້ ແລະ ເຖິງວ່າປັດຈຸບັນມີກະສິກອນຈຳນວນໜຶ່ງໄດ້ນຳໃຊ້ເນື້ອທີ່ນາຫັນໄປປູກພືດອາຍຸສັ້ນທີ່ນຳໃຊ້ນ້ຳໜ້ອຍກ່ວາການປູກເຂົ້າແທນ, ເພື່ອສ້າງລາຍຮັບໃຫ້ຄອບຄົວ, ຊຶ່ງອາດຈະເຮັດໃຫ້ເນື້ອທີ່ປູກເຂົ້ານາແຊງປີນີ້ຫຼຸດໜ້ອຍລົງກວ່າປີຜ່ານມາ, ສ່ວນຂະບວນການປູກພືດອື່ນໆເຖິງວ່າຈະບໍ່ສາມາດບັນລຸໄດ້ຕາມຄາດໝາຍແຜນການ, ແຕ່ສຳລັບພືດອາຍຸສັ້ນປູກໄດ້ຫຼາຍຮອບວຽນກໍສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ເປັນຢ່າງດີ.

ກະຊວງກະສິກຳໃຫ້ຮູ້ອີກວ່າ: ປັດຈຸບັນຂະແໜງກະສິກຳໄດ້ປະສານສົມທົບກັບທ້ອງຖິ່ນເພື່ອສັງລວມແຜນການ ແລະ ຊຸກຍູ້ການຜະລິດເຂົ້ານາແຊງ ແລະ ພືດລະດູແລ້ງປະຈຳປີ 2017 ໃຫ້ໄດ້ຕາມແຜນການ,ໂດຍເນັ້ນໃສ່ຕອບສະໜອງປັດໄຈທີ່ກ່ຽວຂ້ອງເຊັ່ນ: ນ້ຳ, ຝຸ່ນ, ແນວພັນ ແລະ ອື່ນໆໃຫ້ຮັບປະກັນ.

No comments:

Post a Comment