Ad

Ad

20 December 2016

ສົກປີໃໝ່ລັດຖະບານຈະເລັ່ງໃສ່ 13 ວຽກ

ໃນສົກປີໃໝ່ 2017 ນີ້, ລັດຖະບານຈະໄດ້ເລັ່ງໃສ່ 13  ວຽກຈຸດສຸມໃຫ້ບຸກທະລຸ. ດັ່ງທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນກອງປະຊຸມແນະນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2017 ໃນວັນທີ 19 ທັນວານີ້ ເພື່ອໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້ ເຊິ່ງກ່ອນອື່ນໝົດຕ້ອງຮັບປະກັນສະຖຽນລະພາບທາງດ້ານການເມຶອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ,
ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ ແລະ ໝັ້ນທ່ຽງ ດ້ວຍການສົ່ງເສີມການລົງທຶນທົ່ວສັງຄົມ, ການດໍາເນີນທຸລະກິດ ແລະ ການກະຕຸ້ນຮາກຖານເສດຖະກິດໃຫ້ມີສະພາບຄ່ອງ ເພື່ອຮັບປະກັນໃຫ້ຂະແໜງກະສິກໍາ, ອຸດສາຫະກໍາ ແລະ ການບໍລິການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ເສດຖະກິດເຕີບໃຫຍ່ຢູ່ໃນລະດັບ 7%, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການບໍລິການຕາມທ່າແຮງຂອງຂະແໜງການ ແລະ ທ້ອງຖິ່ນໃຫ້ມີຄວາມຫລາກຫລາຍ ແລະ ມີຄຸນນະພາບເປັນທີ່ຕ້ອງການຂອງຕະຫລາດໃນລະດັບສູງ, ລາຄາດີ ໂດຍສະເພາະແມ່ນຜະລິດເຂົ້າໃຫ້ໄດ້ 4,35 ລ້ານໂຕນ, ສົ່ງເສີມ ແລະ ປັບປຸງລັດວິສາຫະກິດໃຫ້ສາມາດເຄື່ອນໄຫວຢ່າງມີປະສິດທິຜົນແນໃສ່ສ້າງມູນຄ່າເພີ່ມ ແລະ ຄຸນນະພາບຂອງສິນຄ້າ ແລະ ການບໍລິການໃຫ້ສາມາດແຂ່ງຂັນໃນຕະຫລາດພາກພື້ນ ແລະ ສາກົນໄດ້. ພ້ອມທັງສົ່ງເສີມໂຄງການເອກະຊົນທີ່ໄດ້ຮັບອະນຸມັດໄປແລ້ວ ໂດຍສະເພາະໂຄງການລົງທຶນຂະໜາດໃຫຍ່ໃນຂົງເຂດພະລັງງານ, ບໍ່ແຮ່, ອຸດສາຫະກໍາ ແລະ ກະສິກໍາທີ່ມີຜົນກະທົບສູງຕໍ່ເສດຖະກິດໃຫ້ສາມາດເຄື່ອນໄຫວເປັນປົກກະຕິ, ຮັບປະກັນແກ້ໄຂຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ແລະ ຊຸກຍູ້ປະຕິ ບັດສັນຍາໃຫ້ເຂົ້າສູ່ຂະບວນການຜະລິດໂດຍໄວ, ຊຸກຍູ້ບັນດາຂະແໜງການ ແລະ ທ້ອງຖິ່ນເປັນເຈົ້າການໃນການຄົ້ນຄວ້ານໍາໃຊ້ທ່າແຮງຂອງຕົນ ເພື່ອສ້າງເປັນໂຄງການລະອຽດ, ເປັນລະບົບຄົບຊຸດ ພ້ອມທັງເຕັກນິກການຜະລິດ, ການປຸງແຕ່ງ, ການຕະຫລາດ ແລະ ການບໍລິຫານຈັດການຊັບພະຍາ ກອນ ຫລື ທ່າແຮງນັ້ນໃຫ້ກຸ້ມຄ່າ ແລະ ນໍາໃຊ້ຢ່າງຍາວນານ ແນໃສ່ສືບຕໍ່ແກ້ໄຂຄວາມທຸກຍາກ ຕິດພັນກັບການຈັດຕັ້ງປະຕິບັດວຽກງານສາມສ້າງໃຫ້ມີປະສິດທິຜົນ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍສຸມໃສ່ພັດທະນາ ແລະ ສ້າງ 20 ຈຸດສຸມຂອງລັດຖະບານ ແລະ 71 ຈຸດສຸມຂອງທ້ອງຖີ່ນທີ່ນອນໃນ 70 ເມືອງຂອງ 18 ແຂວງ, ໄປຄຽງຄູ່ກັບການການພັດທະນາຊັບພະຍາ ກອນໃຫ້ມີຄຸນນະພາບ, ປັບປຸງຄຸນນະພາບຂອງການສຶກສາ, ສາທາລະນະສຸກ, ຍົກລະດັບສີມືແຮງງານລາວ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານ ແລະ ຍົກສະມັດຖະພາບຂອງການຜະລິດ ແລະ ການບໍລິການໃຫ້ສູງຂຶ້ນ, ປັບປຸງນະໂຍບາຍ ແລະ ກົນໄກການຄຸ້ມຄອງການຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີປະສິດທິຜົນ, ເອົາໃຈໃສ່ໃນການປະຕິບັດວິໄນແຜນການ, ໃນນັ້ນຕ້ອງສືບຕໍ່ປັບປຸງກົນໄກ ແລະ ວິທີການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິຜົນສູງ ໂດຍສະເພາະແມ່ນຕ້ອງຮັບປະກັນບໍ່ໃຫ້ມີໂຄງການນອກແຜນ ແລະ ໂຄງການລົງທຶນກ່ອນຂອງເອກະຊົນ, ສືບຕໍ່ຄົ້ນຄວ້າມາດຕະການຄຸ້ມຄອງ, ບໍລິຫານ ແລະ ຊອກວິທີການແກ້ໄຂໜີ້ສິນການລົງທຶນຂອງລັດ, ເຮັດໃຫ້ມີສະພາບຄ່ອງໃນການລົງທຶນຂອງລັດ, ຊຸກຍູ້, ຕິດຕາມ ແລະ ມີວິທີການ, ມາດຕະການແກ້ໄຂຢ່າງເໝາະສົມ ແລະ ຖືກຕ້ອງຕາມລະບຽບກົດໝາຍຕໍ່ກັບບັນກດາໂຄງການລົງທຶນລັດທີ່ໄດ້ອະນຸ ມັດໃຫ້ສາມາດເຄື່ອນໄຫວຢ່າງມີປະສິດທິຜົນ ໂດຍການກວດກາຢ່າງລະອຽດ ແລະ ປະເມີນຜົນແຕ່ຫົວທີ ກ່ອນພິຈາລະນາເຂົ້າແຜນ ແລະ ພາຍຫລັງໂຄງການສໍາເລັດ, ພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນ ແລະ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການດຶງດູດການລົງທຶນ, ຫລຸດຕົ້ນທຶນໃນການດໍາເນີນທຸລະກິດ ໂດຍແກ້ໄຂຂັ້ນຕອນ ແລະ ນິຕິກໍາຕ່າງໆທີ່ບໍ່ສະດວກ, ກົດໜ່ວງທ່ວງດຶງ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາເນີນທຸລະກິດ ໂດຍສະເພາະປັບປຸງການບໍລິຫານຜ່ານປະຕູດຽວ ເພື່ອໃຫ້ການພິຈາລະນາອະນຸມັດລົງທຶນມີຄວາມວ່ອງໄວ.

No comments:

Post a Comment