Ad

Ad

20 December 2016

ຂີ່ລົດຖີບຕ້ານການປ່ຽນແປງຂອງດິນຟ້າອາກາດ

   ເມື່ອທ້າຍອາທິດຜ່ານມານີ້, ສະຫະພາບເອີຣົບ ແລະ ປະເທດສະມາຊິກປະຈໍາລາວ, ໄດ້ຈັດກິດຈະກຳຂີ່ລົດຖີບແຕ່ສຳນັກງານສະຫະ ພາບເອີຣົບປະຈຳລາວ (Europe House) ບ້ານຊຽງຍືນ, ເມືອງຈັນທະບູລີ ໄປຕາມເສັ້ນທາງແຄມຂອງຈົນຮອດໄຟແດງທາດຂາວແລ້ວກັບຄືນໄປຖະໜົນລ້ານຊ້າງ ແລະ ອອກສູ່ເສັ້ນທາງທາດຫຼວງແລ້ວກັບຄືນໄປສິ້ນສຸດຢູ່ສວນເຈົ້າຟ້າງຸ່ມ, ເຊິ່ງມີໄລຍະທາງກວ່າ 20 ກິໂລ ແມັດ, ເພື່ອສະແດງພະລັງໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ, ໂດຍມີບັນດາທູຕານຸທູດ, ຜູ້
ຕາງໜ້າອົງການຈັດຕັ້ງສາກົນ ແລະ ມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈໍານວນຫລາຍ.
   ກິດຈະກໍາດັ່ງກ່າວຍັງເປັນການສະຫຼອງຄົບຮອບ 1 ປີຂໍ້ຕົກລົງປາຣີວ່າດ້ວຍການປ່ຽນ ແປງດິນຟ້າອາກາດ ແລະ ຜົນສຳເລັດຕ່າງໆທີ່ສາມາດບັນລຸໄດ້ນັບແຕ່ ຂໍ້ຕົກລົງດັ່ງກ່າວໄດ້ຖືກຮອງຮັບໃນກອງປະຊຸມສາກົນຄັ້ງທີ 21 ຂອງບັນດາລັດພາຄີສົນທິສັນຍາສາກົນວ່າດ້ວຍການປ່ຽນແປງສະພາບດິນຟ້າອາກາດທີ່ຈັດຂຶ້ນຢູ່ນະຄອນຫຼວງປາຣີ, ປະເທດຝຣັ່ງເມື່ອທ້າຍປີ 2015 ຜ່ານມາ, ອັນໄດ້ສະແດງໃຫ້ເຫັນວ່າບັນດາປະເທດຕ່າງໆໃນທົ່ວໂລກໄດ້ພ້ອມກັນຕັດສິນໃຈສາມັກຄີກັນເພື່ອຕໍ່ສູ້ກັບການປ່ຽນແປງດິນຟ້າອາກາດຢ່າງຈິງຈັງ, ໂດຍຂໍ້ຕົກລົງດັ່ງກ່າວ  ໄດ້ຮັບການບັງຄັບໃຊ້ໃນວັນທີ 4 ພະຈິກ 2016 ແລະ ໄດ້ຮວບຮວມເອົາບັນດາປະຊາຊາດທົ່ວໂລກເຂົ້າສູ່ຈຸດຢືນອັນດຽວກັນ ເພື່ອຮ່ວມກັນຕໍ່ສູ້ກັບການປ່ຽນແປງດິນຟ້າອາກາດ ແລະ ປັບໂຕໃຫ້ແທດເໝາະກັບຜົນກະທົບຂອງມັນດ້ວຍການຍົກສູງການສະໜັບສະໜຸນຊ່ວຍເຫຼືອບັນດາປະເທດກຳລັງພັດທະນາໃຫ້ປະຕິບັດໄປຕາມທິດທາງດຽວກັນ.

           ທ່ານເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາລາວ ເລໂອ ຟາແບ໋ກ ມີຄໍາເຫັນວ່າ: ສະ ຫະພາບເອີຣົບໃຫ້ຄຳໝັ້ນສັນຍາວ່າຈະຫຼຸດຜ່ອນອາຍພິດເຮືອນແກ້ວໃຫ້ໄດ້ 40% ພາຍໃນປີ 2030 ໂດຍທຽບໃສ່ລະດັບປີ 1990 ແລະ ປັດ ຈຸບັນວຽກງານຈຸດສຸມແມ່ນການຜັນຂະຫຍາຍຂໍ້ຕົກລົງປາຣີໃຫ້ກາຍເປັນຮູບປະທໍາທັງໃນສະຫະພາບເອີຣົບ ແລະ ທົ່ວໂລກ, ເປົ້າໝາຍສໍາຄັນຄືການຮັກສາການເພີ່ມຂຶ້ນຂອງອຸນນະພຸມໂລກໃຫ້ຢູ່ໃນລະດັບຕໍ່າກວ່າ 2 ອົງສາໃນສັດຕະວັດນີ້. ກິດຈະກຳຂີ່ລົດຖີບນີ້ຍັງຈະສ້າງແຮງບັນດານໃຈໃຫ້ປະຊາຊົນ ຊາວນະຄອນຫຼວງວຽງຈັນໄດ້ຫັນມານຳໃຊ້ການເດີນທາງສັນຈອນດ້ວຍລົດຖີບໃຫ້ຫຼາຍກ່ວາເກົ່າ ເພື່ອເປັນການປະກອບສ່ວນຫຼຸດຜ່ອນບັນຫາຈໍລະຈອນແອອັດໃນຕົວເມືອງອັນສວຍງາມແຫ່ງນີ້ອີກດ້ວຍ.

No comments:

Post a Comment