Ad

Ad

20 December 2016

ລາວຈະອອກນິຕິກໍາຕ້ານການຟູມເຟືອຍຫລາຍສະບັບ

          ການປະຢັດ ແລະ ຕ້ານການຟູມເຟືອຍຢູ່ໃນກົງຈັກບໍລິຫານລັດພວມຈະໄດ້ຮັບການປະຕິບັດຢ່າງເປັນຮູບປະທໍາເຂັ້ມງວດກວ່າເກົ່າ, ຫລັງຈາກລັດຖະບານມີແຜນຈະປັບປຸງ ແລະ ອອກນິຕິກໍາຫລາຍສະບັບເພື່ອຊຸກຍູ້ມາດຕະການປະຢັດ ແລະ ຕ້ານການຟູມເຟືອຍຢ່າງຈິງຈັງ.

   ບັນຫານີ້ໄດ້ຮັບການເປີດເຜີຍຈາກທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສົມດີ ດວງດີ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະຜ່ານເຖິງວ່າລັດຖະບານໄດ້ພະຍາຍາມອອກຕິນິກໍາຈໍານວນໜຶ່ງເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດດໍາລັດນາຍົກລັດຖະມົນຕີວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍກໍຕາມ, ແຕ່ຍັງເຫັນວ່າສະຕິຄວາມຮັບພິຊອບຂອງບັນດາກະຊວງ, ອົງການຈັດຕັ້ງພັກ-ລັດນັບແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນຕໍ່ບັນຫາດັ່ງກ່າວຍັງບໍ່ສູງ, ສະນັ້ນເພື່ອເພີ່ມທະວີການປະຢັດລາຍຈ່າຍງົບ
ປະມານຂອງລັດໃຫ້ເປັນຮູບປະທໍາ, ມີຄວາມໂປ່ງໃສ, ປະຢັດມັດທະຍັດ ແລະ ມີປະສິດທິຜົນເຂັ້ມງວດຕາມລະບຽບ, ກະຊວງການເງິນຈຶ່ງໄດ້ຄົ້ນຄວ້າ ແລະ ສະເໜີທິດທາງເພື່ອຜັນຂະຫຍາຍດໍາລັດນາຍົກລັດຖະມົນຕີວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍຂອງລັດຖະ ບານອອກເປັນຄໍາສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການຕ້ານການຟູມເຟືອຍ, ໂດຍເນື້ອໃນຂອງຄໍາສັ່ງດັ່ງກ່າວຈະເນັ້ນໃສ່ບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ປະຕິບັດໃຫ້ເກີດເປັນຮູບປະທໍາ, ພ້ອມທັງສາ ມາດກໍານົດອອກເປັນກົດໝາຍ, ນິຕິກໍາ ແລະ ລະບຽບລົງເລິກສະເພາະຈໍານວນໜຶ່ງ ເຊັ່ນ: ແຕ່ງຕັ້ງຄະນະຮັບພິຊອບຂັ້ນກະຊວງ ແລະ ທ້ອງຖິ່ນທົ່ວປະເທດ, ອອກລະບຽບການສະເພາະກ່ຽວກັບການປະຢັດມັດທະຍັດ ແລະ ຕ້ານການຟູມເຟືອຍໃນທຸກຂົງເຂດ, ທຸກຂະແໜງການ, ນອກຈາກນີ້ຕ້ອງສ້າງນິຕິກໍາໃໝ່ຈໍາເປັນຈໍານວນໜຶ່ງ ເຊັ່ນ: ລະບຽບກ່ຽວກັບການປະກອບລົດປະຈໍາຕໍາແໜ່ງ, ດໍາລັດຄຸ້ມຄອງນໍາໃຊ້ພາຫະນະຂອງລັດ, ຍົກລະດັບດໍາລັດວ່າດ້ວຍການປະມູນຈັດຊື້ສີນຄ້າ, ການກໍ່ສ້າງ, ສ້ອມແປງ ແລະ ບໍລິການດ້ວຍທຶນຂອງລັດ ແລະ ກໍານົດໝາຍລາຍຈ່າຍງົບປະມານຂອງລັດຂຶ້ນເປັນກົດໝາຍ, ອອກກໍານົດໝາຍກ່ຽວກັບການຊໍາລະສະສາງເພື່ອແກ້ໄຂຄວາມແຕກໂຕນລະຫວ່າງເງິນສົດ ແລະ ເງິນໂອນ, ອອກລະບຽບການຕ້ານການຟູມເຟືອຍທາງດ້ານພິທີການ, ຈັດງານລ້ຽງ, ຮັບແຂກ ແລະ ການເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງປະເທດ, ອອກກໍານົດໝາຍການອອກແບບ ແລະ ຄິດໄລ່ຂະໜາດຕຶກອາຄານ, ສໍານັກງານ, ອົງການ, ໂຮງໝໍ, ໂຮງຮຽນ, ພ້ອມທັງກໍານົດລາຄາຫົວໜ່ວຍຕາມມາດຕະຖານເຕັກນິກໃຫ້ສອດຄ່ອງກັບຈໍານວນພົນຕົວຈິງ, ຊັດເຈນ ແລະ ເປັນຮູບປະທໍາກວ່າເກົ່າ, ນອກນີ້ກໍຈະຄົ້ນຄວ້າຄື້ນໃໝ່ກ່ຽວກັບໂກຕ້າພະນັກງານ, ລັດຖະກອນໃນແຕ່ລະປີ ໂດຍກໍານົດຕໍາແໜ່ງງານເປັນຫລັກ, ພ້ອມນີ້ກໍໃຫ້ຈໍາກັດງົບປະມານນໍາໃຊ້ໃນການຈັດການແຂ່ງຂັນກິລາແຫ່ງຊາດແຕ່ລະຄັ້ງເຊັ່ນ: ຫ້າມກໍ່ສ້າງສະໜາມກິລາໃໝ່ ແລະ ນໍາໃຊ້ງົບປະມານເຂົ້າໃນການຈັດງານໃຫ້ຢູ່ໃນລະດັບທີ່ເໝາະສົມບໍ່ໃຫ້ຟູມເຟືອຍເດັດຂາດ ແລະ ບັນຫາສໍາຄັນໜຶ່ງແມ່ນຈະໃຫ້ບັນດາກະຊວງ, ອົງການຈັດຕັ້ງພັກ-ລັດ ແລະ ທ້ອງຖິ່ນເພີ່ມທະວີການປຸກລະດົມໂຄສະນາ, ຈັດຕັ້ງເຊື່ອມຊຶມ ເພື່ອສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ພະນັກງານ ກໍຄືສັງຄົມມີສະຕິສູງຕໍ່ການປະຢັດ ແລະ ຕ້ານການຟູມເຟືອຍ ແລະ ໃຫ້ຖືເອົາວຽກງານດັ່ງກ່າວເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ. 

No comments:

Post a Comment