Ad

Ad

20 December 2016

ໂຮງງານຊີມັງວັງວຽງ 2 ຈະຮັບປະກັນສະໜອງຊີມັງໃຫ້ໂຄງການລົດໄຟລາວ-ຈີນປີລະແສນກວ່າໂຕນ

           ໂຮງງານຊີມັງວັງວຽງ 2 ຈະສະໜອງຊີມັງໃຫ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃຫ້ໄດ້ປີລະ 100-150 ພັນໂຕນ ແລະ ປັດຈຸບັນທາງບໍລິສັດກໍໄດ້ສະໜອງບາງສ່ວນໃຫ້ທີມກໍ່ສ້າງ 14 ແລະ 15 ໄດ້ແລ້ວ 1-2 ພັນໂຕນ.

   ທ່ານ ມາຈັນ (Machan) ຮອງອໍານວຍການບໍລິສັດຊີມັງລາວຈໍາກັດ ໄດ້ໃຫ້ສໍາພາດສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ເພື່ອຕອບສະໜອງແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄືໂຄງການສໍາຄັນຕ່າງໆໄດ້ພຽງພໍ ແລະ ມີຄຸນນະພາບ, ປັດຈຸບັນໂຮງງານຊີມັງ 3 ແຫ່ງຢູ່ເມືອງວັງວຽງ, ແຂວງວຽງຈັນຄື: ຫລັງທີ 1 ມີກໍາລັງການ
ຜະລິດ 1 ແສນໂຕນ, ຫລັງທີ 2 ມີກໍາລັງການຜະ ລິດ 230 ພັນໂຕນ ແລະ ຫລັງທີ 3 ມີກໍາລັງການຜະລິດປະມານ 1 ລ້ານໂຕນຕໍ່ປີ ແລະ ຈະມີຄວາມອາດສາມາດຕອບສະໜອງຜະລິດຕະພັນໃຫ້ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນປີລະ 100-150 ພັນໂຕນໄດ້ຢ່າງມີຄຸນນະພາບ. ສ່ວນບັນຫາຝຸ່ນລະອອງຂອງການຜະລິດທີ່ສົ່ງຜົນກະທົບຕໍ່ສິ່ງ ແວດລ້ອມ, ເປັນມົນລະພິດຕໍ່ປະຊາຊົນໃນເຂດອ້ອມຂ້າງລວມທັງເທດສະບານເມືອງວັງວຽງ, ເຊິ່ງທາງບໍລິສັດກໍໄດ້ດໍາເນີນການປັບປຸງແກ້ໄຂມາຕະຫລອດ, ໂດຍນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການສະກັດກັ້ນໃຫ້ດີທີ່ສຸດ. 

No comments:

Post a Comment