Ad

Ad

20 December 2016

ລາວສຶກສາໂຄງການສ້າງທໍ່ສົ່ງນ້ຳມັນເຂົ້າປະເທດ

     ກະຊວງພະລັງງານ-ບໍ່ແຮ່ ໄດ້ເປັນຄະນະກຳມະການຮ່ວມເພື່ອສຶກສາຄວາມເປັນໄປໄດ້ໃນການສ້າງລະບົບທໍ່ສົ່ງນ້ຳມັນຈາກປະເທດເພື່ອນມິດຫວຽດນາມເຂົ້າມາປຸງແຕ່ງ ແລະ ຈໍາໜ່າຍຢູ່ ສປປ ລາວ. ໃນຂະນະດຽວກັນ ກໍມີຫລາຍບໍລິສັດໃຫ້ຄວາມສົນໃຈກຳລັງຊອກຫາແຫລ່ງທຶນ ເພື່ອສະໜອງແກ່ການຈັດຕັ້ງປະຕິບັດໂຄງການນີ້ໃນອະນາຄົດ ເຊິ່ງປັດຈຸບັນພວມຢູ່ໃນຂັ້ນຕອນສຶກສາຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ລວມທັງຜົນທີ່ຈະໄດ້ຮັບຕ່າງໆ.

           ທ່ານ ຄມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ເປີດເຜີຍວ່າ: ລັດຖະບານລາວ ຈະຕ້ອງມີການສຶກສາຢ່າງລະອຽດກ່ຽວກັບໂຄງການດັ່ງກ່າວ ໂດຍສະເພາະຜົນກະທົບດ້າສິ່ງແວດລ້ອມ,
ຫາກເມື່ອໃດມີຄວາມພ້ອມກໍຈະດຳເນີນການທັນທີ ເຊິ່ງຄາດວ່າຈະມີການສ້າງທໍ່ສົ່ງນ້ຳມັນຈາກທະເລຫວຽດນາມເຂົ້າມາເກັບໄວ້ຢູ່ສາງໃນບໍລິເວນຂົວຂ້າມນ້ຳຂອງແຂວງຄຳມ່ວນ. ພ້ອມນັ້ນ ຍັງຈະມີການສ້າງໂຮງງານປຸງແຕ່ງເພື່ອຈຳໜ່າຍພາຍໃນ ແລະ ການນຳເຂົ້ານ້ຳມັນແບບສຳລັດຮູບຈຳນວນໜຶ່ງ. ສຳລັບການສຶກສາເບິ່ງບັນຫາຕ່າງໆໃນຂະນະນີ້ ໄດ້ມີການສົມທຽບເຖິງຂໍ້ດີ ແລະ ຂໍ້ເສຍໃນກໍລະນີການນຳເຂົ້າປະເພດນ້ຳມັນດິບ ຫລື ນ້ຳມັນສຳເລັດຮູບ ເຊິ່ງຕ້ອງໄດ້ພິຈາລະນາໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງກັບເງື່ອນໄຂຂອງປະເທດ ເພື່ອເຮັດໃຫ້ການປະຕິບັດໂຄງການໄດ້ຮັບໝາກຜົນດີ ແລະ ຕໍ່ບັນຫານີ້, ທ່ານລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ຍັງໃຫ້ທັດສະນະວ່າ: ລັດຖະບານຄວນນຳເຂົ້ານ້ຳມັນດິບເພື່ອມາປຸງແຕ່ງ ແລະ ຈໍລະຈອນຈຳໜ່າຍພາຍໃນປະເທດອາດຈະມີຜົນດີກວ່າ ເພາະນ້ຳມັນດິບໃນຕະຫລາດໂລກມີລາຄາຖືກ.

No comments:

Post a Comment