Ad

Ad

20 December 2016

ລາວໃຫ້ຄວາມສຳຄັນຕໍ່ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ( ຄຕຟງ ) ສະໄໝສາມັນ ຄັ້ງທີ IV ປະຈຳປີ 2016 ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2016 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ.
ກອງປະຊຸມໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ກໍຄື
ມະຕິກອງປະຊຸມ ສະໄໝສາມັນ ຄັ້ງທີ III ແລະ ໄດ້ປຶກສາຫາລືຂໍ້ຄົງຄ້າງ ແລະ ແຜນໃນຕໍ່ໜ້າຂອງ ສປປ ລາວ ກ່ຽວກັບວຽກງານການຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອອອກຈາກບັນຊີຕິດຕາມຂອງສາກົນເຊິ່ງໃນໄລຍະ 3 ເດືອນຜ່ານມາ ສປປ ລາວ ໄດ້ເອົາ ໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຫ້າວຫັນ ເພື່ອໃຫ້ໄດ້ຕາມມາດຕະຖານສາກົນກໍ່ຄື: 40 ຂໍ້ແນະນຳຂອງອົງການຕ້ານການຟອກເງິນສາກົນ ໂດຍສະເພາະການປະຕິບັດຕາມ 16 ຂໍ້ແນະ ນຳຕົ້ນຕໍ ແລະ ສຳຄັນຂອງອົງການຕ້ານການຟອກເງິນສາກົນ; ເປັນເຈົ້າການເອົາໃຈໃສ່ຈັດຕັ້ງປະ ຕິບັດການແກ້ໄຂ ປັບປຸງບັນດາຂໍ້ບົກຜ່ອງທີ່ອົງການຕ້ານການຟອກເງິນສາກົນໄດ້ຕີລາຄາ ແລະ ກຳນົດໃນແຜນປະຕິບັດງານຂອງ ສປປ ລາວ ເຫັນວ່າມີຄວາມຄືບໜ້າ ແລະ ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະໃນທ້າຍປີ 2016 ນີ້ ສປປ ລາວ ຈະພະຍາຍາມສູ້ຊົນໃຫ້ສຳເລັດການສ້າງນິຕິກຳ ແລະ ການ ຈັດຕັ້ງປະຕິບັດວຽກງານການຕ້ານການຟອກເງິນເພື່ອເປັນເງື່ອນໄຂໃຫ້ອົງການຕ້ານການຟອກເງິນສາກົນຮັບຮອງໃຫ້ ສປປ ລາວ ອອກຈາກບັນຊີຕິດຕາມໃນປີ 2017.
ການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນໄລຍະຜ່ານມາ ໄດ້ເນັ້ນໜັກການຈັດຕັ້ງຜັນຂະຫຍາຍບັນດານິຕິກຳທີ່ໄດ້ຜ່ານການຮັບຮອງເປັນຕົ້ນແມ່ນການເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ແກ່ບັນດາກະຊວງ, ສະຖາບັນການເງິນ ແລະ ພາກສ່ວນອື່ນໆພາຍໃນນະຄອນຫຼວງວຽງຈັນ ແລະ ທ້ອງຖິ່ນ, ອອກແຈ້ງການໃຫ້ບັນດາຫົວໜ່ວຍທີ່ມີໜ້າທີ່ລາຍງານເພື່ອຈັດຕັ້ງປະຕິບັດ, ສຳເລັດການລົງນາມເຊັນບົດບັນທຶກຄວາມເຂົ້າໃຈກັບພາກສ່ວນກ່ຽວຂ້ອງພາຍໃນ ແລະ ຕ່າງປະເທດເພື່ອຈັດຕັ້ງປະຕິບັດການແລກປ່ຽນຂໍ້ມູນຂ່າວກອງຕິດພັນ.

ພ້ອມທັງຈະໄດ້ສືບຕໍ່ຄົ້ນຄວ້າຮ່າງນິຕິກຳອື່ນໆທີ່ບໍ່ທັນສຳເລັດເພື່ອເປັນບ່ອນອີງໃຫ້ ສປປ ລາວ ສາມາດອະທິບາຍຕໍ່ກຸ່ມທົບທວນລະດັບພາກພື້ນສາກົນ ( Regional Review Group “ RRG ” ), ອົງການຕ້ານການຟອກເງິນໃນຂົງເຂດອາຊີ-ປາຊີຟິກ ( Asia Pacific Group “ APG ”) ເພື່ອຮັບປະກັນມາດຕະຖານສາກົນ, ກໍລະນີໄດ້ມາດຕະຖານ, ສປປ ລາວ ຈະຮັບການຈັດຄະແນນທີ່ດີຂຶ້ນ ເພື່ອສາມາດອອກຈາກບັນຊີຕິດຕາມຂອງອົງການ FATF ໃນຕໍ່ໜ້າ.

No comments:

Post a Comment