Ad

Ad

20 December 2016

ອົງການກາແດງລາວ ລົງແຈກຢາຍເຄື່ອງຊ່ວຍເຫຼືອປະຊາຊົນຜູ້ປະສົບໄພໜາວ ຢູ່ແຂວງໄຊສົມບູນ

ວັນທີ 17 ທັນວາ 2016 ນີ້ ຕາງໜ້າບໍລິສັດຢົງຊິງ ຮ່ວມກັບອົງການກາແດງລາວ ສົມທົບກັບກາແດງແຂວງໄຊສົມບູນ ໄດ້ນຳເອົາເຄື່ອງຊ່ວຍເຫຼືອບັນເທົາທຸກ ປະເພດເຄື່ອງກັນໜາວ ລົງໄປມອບໂດຍກົງໃຫ້ແກ່ປະຊາຊົນ ຜູ້ດ້ອຍໂອກາດ ແລະ ທຸກຍາກຂາດເຂີນ ຢູ່ 10 ບ້ານ ທີ່ຫ່າງໄກສອກຫຼີກ ຂອງເມືອງລ້ອງຊານ, ແຂວງໄຊສົມບູນ ການລົງມອບເຄື່ອງໃນຄັ້ງນີ້ ໃຫ້ກຽດໂດຍທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ ແລະ ທ່ານ ແຢນຮີຫຼູ ຕາງໜ້າສະມາຄົມຢົງຊິງ ພ້ອມດ້ວຍທີມງານ ພ້ອມດ້ວຍ ທ່ານຫົວໜ້າອົງການກາແດງແຂວງ ແລະ ອຳນາດການ ປົກຄອງຂັ້ນເມືອງ ແລະ ຂັ້ນ
ບ້ານຮ່ວມ. ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ສະໂມສອນເມືອງລ້ອງຊານ ແຂວງໄຊສົມບູນ ເຄື່ອງຊ່ວຍເຫຼືອໄພໜາວ ທັງໝົດ ຈຳນວນ 21 ລາຍການ, ໃນນັ້ນ ມີ 2,054 ໂຕ, ເປັນເຄື່ອງເດັກໃຫຍ່ 50 ຜືນ, ເຄື່ອງເດັກກາງ 50 ຜືນ, ຊຸດຂົນເດັກນ້ອຍ 204 ຊຸດ, ຊຸດຂົນຜູ້ໃຫຍ່ 20 ຊຸດ, ໂສ້ງ 100 ຜືນ, ຊຸດໄໝພົມ 100 ຜືນ, ຜ້າຫົ່ມຊະນິດໜາ 200ຜືນ, ຜ້າຫົ່ມຂົນ 200 ຜືນ, ເສື້ອກັນໜາວ 100 ຜືນ, ຊຸດໂສ້ງເສື້ອ 80 ຊຸດ, ໂສ້ງຝ້າຍ 100 ຜືນ, ຊຸດຜູ້ຍິງ 100 ຊຸດ, ຊຸດຜູ້ຊາຍ 100 ຊຸດ, ເສື້ອຝ້າຍຜູ້ຊາຍ 100 ຜືນ, ເສື້ອຝ້າຍຜູ້ຍິງ 100 ຜືນ, ເສື້ອຂົນຜູ້ຍິງ 50 ຜືນ, ເສື້ອຂົນຜູ້ຊາຍ 50 ຜືນ ແລະ ໂສ້ງ 50 ໂຕ ລວມມູນຄ່າທັງໝົດ 126.000.000 ກີບ; ເຄື່ອງຈຳນວນດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນຈາກບໍລິສັດຢົງຊິງ ປະເທດຈີນ ເຊິ່ງເປັນຕົວແທນນ້ຳໃຈ ຊ່ວຍ ເຫຼືອປະຊາຊົນ ເພື່ອຕ້ານໄພໜາວ ຂອງປະຊາຊົນຈີນທັງໝົດ ໃນການຊ່ວຍເຫຼືອດັ່ງກ່າວ, ແລະ ໄດ້ລົງມອບໂດຍກົງ ໃຫ້ແກ່ປະຊາຊົນຜູ້ທີ່ທຸກຍາກຂາດເຂີນ ແລະ ດ້ອຍໂອກາດ ໃນເຂດຫ່າງໄກສອກຫຼີກ ໃນຈຳນວນ 10 ບ້ານເປົ້າໝາຍຂອງເມືອງລ້ອງຊານ ແຂວງໄຊສົມບູນດັ່ງນີ້: ບ້ານເມືອງຫຼົງມີ 08 ຄອບຄົວ ຈຳນວນພົນ 49 ຄົນ, ບ້ານຫ້ວຍສຽດມີ 17 ຄອບຄົວ ຈຳນວນພົນ87 ຄົນ, ບ້ານນ້ຳເຢັນ 01 ຄອບຄົວ ຈຳນວນພົນ 05 ຄົນ, ບ້ານແກ່ວສາມີ ມີ 01 ຄອບຄົວ ຈຳນວນພົນ 06 ຄົນ, ບ້ານສັນປາຕອງ ມີ 126 ຄອບຄົວ ຈໍນວນພົນ 626 ຄົນ, ບ້ານໂພນສະຫວາດ ມີ 06 ຄອບຄົວ ຈຳນວນພົນ 32 ຄົນ, ບ້ານນາໄຊ ມີ 20 ຄອບຄົວ ຈຳນວນພົນ 149 ຄົນ, ບ້ານຊຳຄອນ ມີ 14 ຄອບຄົວ ຈຳນວນພົນ 69 ຄົນ, ບ້ານຄອນວັດ ມີ 09 ຄອບຄົວ ຈຳນວນພົນ 37 ຄົນ ແລະ ບ້ານນ້ຳຄຸຍ ມີ 10 ຄອບຄົວ ຈຳນວນພົນ 57 ຄົນ. ໃນໂອກາດດັ່ງກ່າວຕາງໜ້າໂດຍອຳນາດການປົກຄອງເມືອງໆລອງຊານ ໃຫ້ແກ່ປະຊາຊົນຈຳນວນ 10 ບ້ານ ໃນເຂດເມືອງລອງຊານ, ແຂວງໄຊສົມບູນໄດ້ຂຶ້ນກ່າວຄຳຂອບໃຈ, ຄວາມຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍຕໍ່ບໍລິສັດຢົງຊິງ ແລະ ອົງການກາແດງລາວທີ່ໄດ້ເອົາໃຈໃສ່ ລະດົມຂົນຂວາຍ ໃຫ້ສັງຄົມປະກອບສ່ວນຊ່ວຍເຫຼືອປະຊາຊົນໂດຍສະເພາະປະຊາຊົນ ທີ່ຢູ່ຫ່າງໄກສອກຫຼີກທີ່ທຸກຍາກຂາດເຂີນ ແລະ ດ້ອຍໂອກາດ ໃຫ້ໄດ້ຮັບການຊ່ວຍເຫຼືອເພື່ອກຽມພ້ອມຕອບໂຕ ກັບໄພພິບັດ ໂດຍສະເພາະໄພໜາວທີ່ກຳລັງຈະເກີດຂຶ້ນນີ້.

No comments:

Post a Comment