Ad

Ad

20 December 2016

ອຸປະຕິເຫດເກີດຍ້ອນຄວາມປະໝາດ

          ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພຽງບໍ່ເທົ່າໃດວັນ ຜ່ານມາ, ມີຜູ້ເສຍຊີວິດ  4 ຄົນຈາກອຸປະຕິເຫດບົນທ້ອງຖະໜົນຄື: ເຊົ້າມືດຂອງວັນທີ 16 ທັນວານີ້, ຢູ່ບ້ານໂພສີ ເມືອງສີໂຄດຕະບອງ, ໄດ້ເກີດອຸປະຕິເຫດລົດຈັກຕຳກັນ ແລ້ວໄປກະທົບໃສ່ລົດໃຫຍ່ ສົ່ງຜົນໃຫ້ຜູ້ຂັບຂີ່ລົດຈັກຄື: ທ້າວ ຕິກ, ອາຍຸ 25 ປີ, ຢູ່ບ້ານວຽງຄຳ ເມືອງສີໂຄດຕະບອງ ເສຍຊີວິດຄາທີ່, ເວລາ 20:00 ໂມງຂອງວັນທີ 18 ທັນວາ, ຢູ່ບ້ານສົມສະໜຸກ, ເມືອງຫາດຊາຍຟອງ, ໄດ້ມີລົດຈັກຕຳກັບລົດໃຫຍ່ຢ່າງແຮງ ສົ່ງຜົນໃຫ້ຜູ້ຂັບຂີ່ລົດຈັກຄື: ທ້າວ ສຸກສາຄອນ ອາຍຸ 28 ປີ, ຢູ່ບ້ານສາລະຄຳ ເມືອງຫາດຊາຍຟອງ ເສຍຊີວິດໃນທີ່ເກີດເຫດ ແລະ ໃນເວລາ 20:40 ໂມງຂອງວັນດຽວກັນຢູ່ເຂດບ້ານ ດ່ານຄຳ, ເມືອງສີໂຄດຕະບອງ ໄດ້ເກີດເຫດລົດຈັກຕຳກັນຢ່າງຮຸນແຮງ ສົ່ງຜົນໃຫ້ຜູ້ຂັບຂີ່ລົດ ຈັກທັງ 2 ເສຍຊີວິດຄາທີ່ຄື: ທ້າວ
ນູ, ອາຍຸ 29 ປີ, ຢູ່ບ້ານດົງນາທອງ ເມືອງສີໂຄດຕະບອງ ແລະ ທ້າວ ວັນໄຊ ອາຍຸ 30 ປີ, ຢູ່ບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ.

          ອຸປະຕິເຫດສ່ວນໃຫຍ່ທີ່ເກີດຂຶ້ນ ຍ້ອນຄວາມປະໝາດຂອງນັກຂັບຂີ່ບໍ່ເຄົາລົບກົດລະບຽບຈະລາຈອນ ແລະ ບັນຫາເຕັກນິກຂອງລົດຕໍ່ສະພາບດ່ັງກ່າວຈຶ່ງຮຽກຮ້ອງໃຫ້ເຈົ້າຫນ້າທີ່ຈະລາຈອນເພີ່ມຄວາມເຂັ້ມງວດໃນການກວດຂັນຜູ້ຂັບຂີ່ໃຫ້ເຄົາລົບລະບຽບຈະລາຈອນ ແລະ ເບື້ອງຄຸ້ມຄອງຍານພາຫະນະກໍໃຫ້ເອົາໃຈໃສ່ໃນການກວດກາເຕັກນິກລົດໃຫ້ຮັບປະກັນ ແລະ ລະບົບໄຟອຳນາດປ້າຍຫ້າມ, ປ້າຍເຕືອນຕ່າງໆກໍໃຫ້ດີຂຶ້ນກວ່າເກົ່າ.

No comments:

Post a Comment