Ad

Ad

20 December 2016

ລະວັງ !!! ພະຍາດລະດູໜາວ

ໜ່ວຍເຝົ້າລະວັງພະຍາດກະຊວງສາທາລະນະສຸກເຕືອນວ່າ: ປັດຈຸບັນສະພາບອາກາດໜາວໄດ້ເຂົ້າມາປົກຄຸມທົ່ວທຸກພາກຂອງປະເທດເຮົາຊຶ່ງອາດສົ່ງຜົນກະທົບບໍ່ໜ້ອຍຕໍ່ສຸຂະພາບ ແລະ ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ,ໂດຍສະເພາະແມ່ນຢູ່ທາງພາກເໜືອເຂດຫ່າງໄກສອກຫຼີກ ແລະ ຜູ້ທີ່ຍັງທຸກຍາກຂາດເຂີນເນື່ອງຈາກປັດຈຸບັນຢູ່ເຂດດັ່ງກ່າວມີສະພາບອາກາດໜາວແຮງບາງບ່ອນກໍ່ເກີດມີການເຈັບເປັນຈາກພະຍາດຕ່າງໆທີ່ມາກັບລະດູໜາວແລ້ວກໍມີເຊັ່ນ: ໄຂ້ຫວັດ, ໄອ, ອັກເສປອດພະຍາດລະບົບທາງເດີນຫາຍໃຈ, ໄຂ້ອອກຕຸ່ມ ແລະ ອື່ນໆທີ່ມັກເກີດຂຶ້ນ, ດັ່ງນັ້ນຈຶ່ງເຕືອນໃຫ້ປະຊາຊົນບັນດາເຜົ່າ
ໃນຂອບເຂດທົ່ວປະເທດຈົ່ງມີສະຕິປ້ອງກັນຕົນເອງເພື່ອຫຼີກເວັ້ນ ຕໍ່ການຕິດເຊື້ອພະຍາດດັ່ງກ່າວດ້ວຍການປະຕິບັດຕາມຫຼັກການການອະນາໄມຢ່າງເຂັ້ມງວດຄື: ນຸ່ງຫົມໃຫ້ອົບອຸ່ນ, ກິນດື່ມໃຫ້ສະອາດ, ໝັ່ນທຳຄວາມສະອາດຮ່າງກາຍ ແລະ ທີ່ຢູ່ອາໃສເປັນປະຈຳສິ່ງສຳຄັນແມ່ນບໍ່ຄວນຕາກອາ   ກາດໜາວເຢັນເປັນເວລາດົນເກີນໄປສຳລັບເດັກນ້ອຍ ແລະ ຜູ້ອາຍຸສູງແມ່ນໃຫ້ເອົາໃຈໃສ່ເບິ່ງແຍກເປັນພິເສດໃນໄລຍະນີ້, ເມື່ອຮູ້ສຶກບໍ່ສະບາຍຄວນໄປພົບແພດໝໍບໍ່ຄວນຊີ້ຢາມາກິນເອງ.

No comments:

Post a Comment