Ad

Ad

19 December 2016

ການນໍາພັກ-ລັດຮ່ວມໃສ່ບາດບຸນມະຫາສາມັກຄີເພື່ອອຸທິດກຸສົນແດ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

  ໃນເຊົ້າວັນທີ 16 ທັນວານີ້, ການນໍາຂັ້ນສູງພັກ-ລັດນໍາໂດຍທ່ານປະທານປະເທດ ບຸນຍັງ ວໍລະຈິດ, ທ່ານຮອງປະທານປະເທດ ພັນຄໍາ ວິພາວັນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ທ່ານປະທານສະພາແຫ່ງຊາດນາງ ປານີ ຢາທໍຕູ້, ພ້ອມດ້ວຍບັນດາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຊາວພຸດທະສາຊະນິກະຊົນເປັນຈໍານວນຫລາຍໄດ້ຮ່ວມໃສ່ບາດຖວາຍສັງຄະທານແດ່ພະສົງຈໍານວນ 108 ອົງໃນງານບຸນມະຫາສາມັກຄີເພື່ອອຸທິດບຸນກຸສົນແດ່ອະດິດການນໍາພັກ-ລັດ ແລະ ຜູ້ທີ່ມີ
ຄຸນງາມຄວາມດີຕໍ່ປະເທດຊາດ, ເນື່ອງໃນໂອກາດຄົບຮອບ 41 ປີແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ( 2 ທັນວາ 1975-2 ທັນ ວາ 2016), ທັງເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ອະດິດການນໍາພັກ-ລັດ, ພະນັກ ງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າທີ່ເສຍສະຫລະຊີວິດ, ເລືອດເນື້ອຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາເປັນ ສ ປປ ລາວ ໄດ້ຢ່າງສົມບູນ.

No comments:

Post a Comment