Ad

Ad

19 December 2016

ຜົນກອງປະຊຸມວຽກງານການຕ່າງປະເທດຄັ້ງທີ XIII

ກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 13 ໂດຍພາຍໃຕ້ຄຳຂວັນ ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພີ່ມທະວີຄວາມເປັນເຈົ້າການ ໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແລະ ຍົກສູງຄວາມສາ ມາດ, ລັກສະນະນຳໜ້າ ແລະ ຄວາມເປັນເຈົ້າຂອງພະນັກງານ ໃນຂະແໜງການຕ່າງປະເທດປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 16 ທັນວາ 2016 ນີ້, ໂດຍມີທ່ານ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີແຫ່ງ ສປປ ລາວ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ບັນດາຜູ້ແທນຈາກບັນດາແຂວງ ໃນທົ່ວປະເທດເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ກ່າວວ່າ: ກອງປະຊຸມຄັ້ງນີ້, ໄດ້ສະຫລຸບສັງເກດຕີລາຄາ ຜົນການເຄື່ອນໄຫວວຽກງານການຕ່າງ ປະເທດ ໃນໄລຍະທ້າຍຂອງການຈັດຕັ້ງຜັນຂະຫຍາຍມະຕິ IX ຂອງພັກ, ມະຕິຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 12 ໃນໄລຍະປີ 2013-2016 ທີ່ມີຜົນງານອັນພົ້ນເດັ່ນໃນຫລາຍດ້ານ, ໄດ້ປຶກສາຫາລື ເພື່ອກຳນົດແຜນການເຄື່ອນໄຫວວຽກງານການຕ່າງປະເທດແຕ່ ປີ 2017-2019 ທັງນີ້, ແນໃສ່ເພີ່ມທະວີຄວາມເປັນເຈົ້າການຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນ ໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ທີ່ກຳນົດອອກໃນມະຕິ 10 ຂອງພັກຢ່າງມີໄຊ ນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະເທດຊາດ ແລະ ສ້າງຄວາມຢູ່ດີກິນດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າຢ່າງທົ່ວເຖິງ, ພ້ອມນັ້ນ ຍັງໄດ້ຕີລາຄາສູງ ຕໍ່ຜົນສຳເລັດໃນໄລຍະ 3 ປີ ຜ່ານມາ ໃນການປະຕິບັດແນວທາງການຕ່າງປະເທດຂອງສປປ ລາວ, ພ້ອມທັງປຶກສາຫາລືຊອກຫາວິທີການປັບປຸງແບບແຜນ, ກົນໄກການປະສານງານ ດ້ານການຕ່າງປະເທດ ລະຫວ່າງກະຊວງການຕ່າງປະເທດ ແລະ ບັນດາຂະແໜງການ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານການຕ່າງ ປະເທດ ໄປລວງດຽວກັນຢ່າງມີຜົນສຳເລັດອັນດີ. ນອກນັ້ນ, ຍັງໄດ້ຫາລືສ້າງຄວາມເຂັ້ມແຂງທາງດ້ານແນວຄິດການເມືອງແລະ ລະດັບຄວາມຮູ້ຄວາມສາມາດ ການປະຕິບັດວຽກງານການຕ່າງປະ ເທດ ຂອງພະນັກງານໃນຍຸກສະໄໝແຫ່ງການເຊື່ອມໂຍງ ໃຫ້ມີປະສິດທິພາບສູງຂຶ້ນ, ສາມາດປະຕິບັດແນວທາງການບຸກທະລຸດ້ານຕ່າງໆ ຂອງພັກ-ລັດ ໄດ້ຢ່າງມີໄຊ.

ໃນຕອນທ້າຍ ທ່ານ  ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂອ້ລົມ ໂດຍທ່ານ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານການຕ່າງປະເທດທົ່ວພັກ, ທົ່ວລັດ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ຂະແໜງການຕ່າງໆ ທີ່ມີກະຊວງການຕ່າງປະເທດ ແລະ ຄະນະພົວພັນການຕ່າງປະເທດສູນກາງພັກ ເປັນເສນາທິການ ດ້ານການຕ່າງປະ ເທດ ໃຫ້ພັກ-ລັດ, ໝາກຜົນຂອງການເຄື່ອນໄຫວຕ່າງປະເທດ ໄດ້ປະກອບສ່ວນອັນສຳຄັນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໄດ້ສ້າງຊື່ສຽງ ແລະ ຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ພົ້ນເດັ່ນ ໃນຫລາຍດ້ານໃນເວທີພາກພື້ນ ແລະ ສາກົນ, ອັນນີ້ແມ່ນໄດ້ຢັ້ງຢືນຄືນເຖິງຄວາມຖືກຕ້ອງ ແລະ ແທດເໝາະກັບສະພາບຕົວຈິງ ຂອງແນວທາງການຕ່າງປະເທດຂອງພັກເຮົາ ທີ່ໄດ້ກຳນົດອອກໃນແຕ່ລະໄລຍະແຫ່ງການປະຕິວັດຂອງຊາດເຮົາ ເປັນຕົ້ນແມ່ນ ມະຕິ 9 ແລະ ມະຕິ 10 ຂອງພັກ ທີ່ພວກເຮົາພວມສຸມໃສ່ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງຢູ່ໃນໄລຍະນີ້. ທັງນີ້, ແນໃສ່ເຮັດໃຫ້ສາມາດບັນລຸເປົ້າໝາຍ ໃນການນຳເອົາປະເທດຊາດກ້າວຂຶ້ນສູ່ຄວາມຈະເລີນ ຮຸ່ງເຮືອງສີວິໄລເທື່ອລະກ້າວ. 

No comments:

Post a Comment