Ad

Ad

19 December 2016

ກຽມຈັດງານວາງສະແດງຜະລິດຕະພັນໄມ້ລາວ ຄັ້ງທີ 3 ໃນຕົ້ນເດືອນມັງກອນທີ່ຈະເຖິງນີ້

          ວັນທີ 16 ທັນວານີ້, ທ່ານ ຄຳໄພ ສົມຊະນະ ປະທານສະມາຄົມເຟີນີເຈີ ໄດ້ຖະແຫລງຂ່າວກ່ຽວກັບການກະກຽມຈັດງານວາງສະແດງຜະລິດຕະພັນໄມ້ລາວຄັ້ງທີ 3 ວ່າ: ງານວາງສະແດງດັ່ງກ່າວ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 7-15 ມັງກອນ 2017 ທີ່ຈະເຖິງນີ້, ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ, ໂດຍຄາດວ່າຈະຜູ້ເຂົ້າຮ່ວມວາງສະແດງພາຍໃນງານປະມານ 300 ກວ່າຫ້ອງ, ນອກຈາກການວາງສະແດງ ແລະ ຈຳໜ່າຍສິນຄ້າແລ້ວ, ຍັງມີການສາທິດການເຮັດຜະລິດເຄື່ອງເຟີນີເຈີໄມ້ ແລະ ແກະສະຫລັກໄມ້, ການຈັບສະຫລາກຊີງລາງວັນ ແລະ ການ ສະແດງສິລະປະ ເພື່ອສ້າງຄວາມຕື່ນຕາຕື່ນໃຈໃຫ້ກັບຜູ້ທີ່ເຂົ້າຮ່ວມຊົມງານດັ່ງກ່າວ.


ທ່ານປະທານ ກ່າວຕື່ມວ່າ: ການຈັດງານວາງສະແດງໃນຄັ້ງຜ່ານມາ, ເຫັນວ່າມີຜົນຕອບຮັບດີພໍສົມຄວນ, ທັງເປັນການປະຕິບັດຕາມນະໂຍບາຍຂອງລັດຖະບານ ໃນການສົ່ງເສີມການຜະລິດເຄື່ອງເຟີນີເຈີຈາກໄມ້ລາວ, ພ້ອມທັງເປັນການໂຄສະນາ ເຜີຍແຜ່ໃຫ້ສັງຄົມຮັບຮູ້ຜະລິດຕະພັນເຟີນີເຈີລາວຫລາຍຂຶ້ນ, ໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫລາດ ໄດ້ທັງພາຍໃນ ແລະ ຕ່າງປະເທດ ແລະ ກ້າວເຂົ້າສູ່ການສ້າງຕາໜ່າງການວາງສະແດງ-ຂາຍສິນຄ້າເຟີນີເຈີກັບພາກພື້ນ ແລະ ສາກົນໃນອະນາ ຄົດ. ນອກນີ້ ຍັງເປັນການອະນຸລັກຮັກສາປ່າໄມ້, ການນຳໃຊ້ໄມ້ໃຫ້ເກີດປະໂຫຍດ ແລະ ມີໄມ້ໄວ້ໃຊ້ຢ່າງຍືນຍົງໂດຍການປຸງແຕ່ງໄມ້ດິບໃຫ້ເປັນຜະລິດຕະພັນສຳເລັດຮູບທີ່ເຮັດຈາກໄມ້, ຫວາຍ ແລະ ໄມ້ປ່ອງ ໃຫ້ເກີດມີຄວາມຫລາກຫລາຍຕາມຄວາມຕ້ອງການຂອງສັງຄົມ ແລະ ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນໄດ້ເປັນຢ່າງດີ.

No comments:

Post a Comment