Ad

Ad

19 December 2016

ລັດຖະມົນຕີກະຊວງກະສິກຳ-ປ່າໄມ້ອອກຄຳສັ່ງໃຫ້ຢຸດຕິຊົ່ວຄາວການສິດພົ່ນຢາຂ້າເຊື້ອພາຫະນະທຸກ​ປະ​ເພດທີ່ເຂົ້າມາລາວ

ໃນວັນທີ 14 ທັນວານີ້, ລັດຖະມົນຕີກະຊວງກະສິກຳ-ປ່າໄມ້ໄດ້ອອກຄຳສັ່ງລະບັບເລກທີ 3773/ກປ ເຖິງຫົວໜ້າກົມປູກຝັ່ງ, ກົມລ້ຽງສັດ ແລະ ການປະມົງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ເຖິງເຈົ້າໜ້າທີ່ກັກກັນພືດ ແລະ ສັດຕະວະແພດປະຈຳດ່ານໃນຂອບເຂດທົ່ວປະເທດ, ໃຫ້ຢຸດຕິຊົ່ວຄາວການສິດພົ່ນຢາຂ້າເຊື້ອພາຫະນະທຸກປະເດທີ່ເຂົ້າມາລາວດັ່ງນີ້:
1. ໃຫ້ຢຸດຕິຊົ່ວຄາວການສິດພົ່ນຢາຂ້າເຊື້ອພາຫະນະທົ່ວໄປທີ່ບໍ່ໄດ້ຂົນສົ່ງສັດ, ຜະລິດຕະພັນສັດ ຫຼື ພືດ, ຜະລິດຕະພັນພືດ, ຢູ່ດ່ານຊາຍແດນໃນຂອບເຂດທົ່ວປະເທດຈົນກວ່າຈະໄດ້ຮັບແຈ້ງການຢ່າງເປັນທາງການຈາກກະຊວງກະສິກຳ ແລະ ປ່າໄມ້.

2. ສະເພາະພາຫະນະຂົນສົ່ງສັດ, ຜະລິດຕະພັນສັດ ແລະ ພືດ, ຜະລິດຕະພັນພຶດທີ່ເຂົ້າມາປະເທດລາວແມ່ນອະນຸຍາດໃຫ້ສິດພົ່ນຢາເປັນປົກກະຕິຕາມຫຼັກວິຊາການ.
3. ໃຫ້ຢຸດເຊົາການເກັບຄ່າບໍລິການສິດພົ່ນຢາຂ້າເຊື້ອໃສ່ພາຫະນະທຸກປະເທດທີ່ເຂົ້າມາລາວ ( ພາຫະນະທົ່ວໄປ ແລະ ພາຫະນະຂົນສົ່ງສັດ, ຜະລິດຕະພັນສັດ, ພືດ, ຜະລິດຕະພັນພືດ).
4. ໃນໄລຍະຢຸດຕິຊົ່ວຄາວນີ້, ໃຫ້ກົມປູກຝັ່ງ ແລະ ກົມລ້ຽງສັດ ແລະ ການປະມົງ, ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງເອົາໃຈໃສ່ປະຕິບັດບາງຈຸດສຸດຄື: ສຳລັບເຈົ້າໜ້າທີ່ກັກກັນພືດ ແລະ ສັດຕະວະແພດປະຈຳດ່ານແມ່ນໃຫ້ສືບຕໍ່ປະຕິບັດການກວດກາສັດ ແລະ ພືດຕາມທີ່ໄດ້ກຳ ນົດໄວ້ໃນກົດໝາຍ ແລະ ລະບຽບການ, ລວມເຖິງສືບຕໍ່ບົວລະບັດຮັກສາເຄື່ອງມືອຸປະກອນສິດພົ່ນຢາດັ່ງກ່າວ, ໃຫ້ຢູ່ໃນສະພາບຮັບປະກັນໃຊ້ງານໄດ້, ສຳລັບດ່ານທີ່ບໍ່ທັນໄດ້ມາດຕະຖານນັ້ນໃຫ້ສ້າງເປັນໂຄງການເພື່ອສະເໜີຂັ້ນເທິງພິຈາລະນາອະນຸມັດຈັດຕັ້ງປະຕິບັດ, ຂຶ້ນແຜນງົບປະມານເພື່ອຈັດຊື້ຢາ(ສຳລັບສິດພົ່ນ) ຄ່າສິນເປືອງອື່ນໆ, ເພື່ອກະກຽມແຜນສຸກເສີນ ແລະ ກຽມພ້ອມຮັບມືໃນກໍລະນີມີພະຍາດສັດ ຫຼື ພືດເກີດຂຶ້ນ.
5. ໃຫ້ກົມປູກຝັ່ງ ແລະ ກົມລ້ຽງສັດ ແລະ ການປະມົງເປັນເຈົ້າການຕິດຕາມປະເມີນຄວາມສ່ຽງ ແລະ ເຝົ້າລະວັງສະພາບການລະບາດຂອງສັດຕູພືດ ແລະ ພະຍາດສັດຢູ່ບັນດາປະເທດໃກ້ຄຽງ, ຂົງເຂດພາກພື້ນ ແລະ ສາກົນຢ່າງໃກ້ຊິດ, ໃນກໍລະນີມີຄວາມຈຳເປັນຕ້ອງໄດ້ປະຕິບັດມາດຕະການສິດພົ່ນຢາຂ້າເຊື້ອພາຫະນະທົ່ວໄປນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ຈະເປັນຜູ້ອອກແຈ້ງການຕາມຄວາມຈຳ ເປັນໃນແຕ່ລະໄລຍະ.


6. ໃຫ້ກົມປູກຝັ່ງ ແລະ ກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ປ່ໄມ້ແຂວງ, ນະ ຄອນຫຼວງ, ແລະ ດ່ານກັກກັນພືດ ແລະ ສັດຈັັດຕັ້ງປະຕິບັດຕາມຄຳສັ່ງລະບັບນີ້ຢ່າງເຂັ້ມງວດ, ຜ່ານການຈັດຕັ້ງປະຕິບັດມີຂໍ້ສະດວກ ແລະ ຫຍຸ້ງຍາກແນວໃດນັ້ນໃຫ້ລາຍງານກະຊວງກະສິກຳ ແລະ ປ່າໄມ້ຊາບເປັນປົກກະຕິ.

No comments:

Post a Comment