Ad

Ad

7 December 2015

ໂຮງງານຊີມັງລ້ານຊ້າງລາວເລີ່ມຜະລິດແລ້ວ

ພິທີເປີດການຜະລິດຂອງໂຮງງານຊີມັງລ້ານຊ້າງລາວ, ຕັ້ງຢູ່ບ້ານເວີນຄູນ, ເມືອງຄຸນຄໍາ, ແຂວງຄໍາມ່ວນ, ໄດ້ຈັດຂຶ້ນໃນວັນທີ 3 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານຮອງນາ ຍົກລັດຖະ ມົນຕີ ສົມສະຫວາດ ເລັ່ງສະຫວັດ, ມີບັນດາລັດຖະມົນຕີ, ເຈົ້າແຂວງ, ຄະນະຜູ້ບໍລິຫານໂຮງ ງານ ແລະ ພະນັກງານກໍາມະກອນເຂົ້າຮ່ວມເປັນຈໍານວນຫລາຍ.

ທ່ານ ດວານ ເວັນກວານ ປະທານກຸ່ມບໍລິສັດວາຍອີໄອຈີ (YEIG) ໃຫ້ຮູ້ວ່າ: ໂຮງງານແຫ່ງນີ້ເປັນໂຮງງານຜະລິດຊີມັງຂະໜາດໃຫຍ່ໃນລາວ, ມີກໍາລັງການຜະລິດປະມານໜຶ່ງລ້ານໂຕນຕໍ່ປີ, ມີມູນຄ່າ
ການລົງທຶນທັງໝົດ 120 ລ້ານໂດລາສະຫະລັດ, ໂດຍການຮ່ວມທຶນລະຫວ່າງບໍລິສັດ YEIG ອິນເຕີເນຊັນນໍກັບກຸ່ມບໍລິສັດລັດພັດທະນາຊົນນະບົດໃໝ່ ແລະ ບໍລິສັດ ໃສທິລາດກລຸບ ບົນພື້ນຖານກົດໝາຍຂອງ ສປປ ລາວ, ມີລະບົບການຮັກສາສະພາບແວດລ້ອມ ແລະ ສັງຄົມທີ່ປອດໄພສູງ ແລະ ຜະ ລິດຊີມັງທີ່ມີຄຸນນະ ພາບເພື່ອສະໜອງໃຫ້ແກ່ໂຄງການກໍ່ສ້າງສໍາຄັນຕ່າງໆຄື: ໂຄງການກໍ່ສ້າເສັ້ນທາງລົດໄຟລາວ-ຈີນ, ການກໍ່ສ້າງເສັ້ນທາງ, ຂົວ, ເຂື່ອນໄຟຟ້ານໍ້າຕົກ ແລະ ພື້ນຖານໂຄງລ່າງອື່ນໆ ແລະ ຍັງຈະຊ່ວຍສ້າງວຽກເຮັດງານທໍາ ແລະ ເພີ່ມໂອກາດໃນການດໍາເນີນທຸລະກິດໃຫ້ກັບປະຊາຊົນຢູ່ທ້ອງຖິ່ນສາມາດປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມແຫ່ງຊາດເຕີບໃຫຍ່ຂະຫຍາຍຕົວ.

No comments:

Post a Comment