Ad

Ad

7 December 2015

ລາວຫາລື​ຕອບໂຕ້ການລະບາດຂອງພະຍາດໂປລີໂອ​ຜ່ານ​ສື່​ມວນ​ຊົນ

ໃນວັນທີ 4 ທັນວານີ້, ກົມອະນາໄມແລະ ສົ່ງເສີມສຸຂະພາບກະຊວງສາທາລະນະສຸກ, ໄດ້ຈັດກອງປະຊຸມປືກສາຫາລືຕອບໂຕ້ການລະບາດຄືນມາໃໝ່ຂອງພະຍາດໂປລີໂອຜ່ານສື່ມວນຊົນ, ພາຍ ຫລັງກວດພົບການເກີດຂຶ້ນຂອງພະຍາດດັ່ງກ່າວຢູ່ແຂວງບໍລິຄໍາໄຊ ແລະ ແຂວງໄຊສົມບູນ ເມື່ອບໍ່ດົນມານີ້.
ທ່ານຫົວໜ້າກົມອານາໄມ ແລະ ສົ່ງເສີມສຸຂະພາບ ດຣເພັດເກິ່ງຊາເນດ ກ່າວວ່າ: ສື່ມວນຊົນມີບົດບາດສໍາຄັນຫລາຍໃນການໂຄສະນາເຜີຍແຜ່ໃຫ້ປະຊາຊົນກຸ່ມເປົ້າໝາຍໄດ້ຮັບຮູ້ຂໍ້ມູນຂ່າວ ສານຢ່າງກວ້າງຂວາງ ແລະ ວ່ອງໄວໃນການຕອບໂຕ້ການລະບາດຂອງພະຍາດດັ່ງກ່າວ, ຊຶ່ງນັບແຕ່ປີ 2000 ​ເປັນຕົ້ນມາ, ສປປ ລາວໄດ້ປະກາດລົບລ້າງພະຍາດດັ່ງກ່າວໄປ
ແລ້ວ,​ ແຕ່ມາໃນຕົ້ນເດືອນຕຸລາ 2015 ນີ້,​ ໄດ້ຮັບການຢືນຢັນຈາກຫ້ອງກວດທາງເຄມີວ່າໄດ້ພົບເຊື້ອພະຍາດໂປລີໂອ 4 ກໍລະນີຢູ່ແຂວງບໍລິຄຳໄຊແລະແຂວງໄຊສົມບູນແລະເພື່ອເປັນການສະກັດກັ້ນແລະ ຕອບໂຕ້ພະຍາດດັ່ງ ກ່າວ, ກະຊວງສາທາລະນະສຸກຮ່ວມກັບອົງການຈັດຕັ້ງສາກົນປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງໄດ້ເປີດຂະບວນຢອດຢາກັນໂປລີໂອ​​ແບບເປີດກວ້າງນັບແຕ່ເດືອນຕຸລາ 2015​ ເຖິງເດືອນມີນາ 2016 ​ໃນນັ້ນ 4 ຄັ້ງແມ່ນລະດັບທ້ອງຖິ່ນແລະ ລະດັບຊາດ 2 ຄັ້ງ. ມາຮອດປັດຈຸບັນແມ່ນຈັດມາແລ້ວ 2 ຄັ້ງຢູ່ 3 ແຂວງຄື: ​ແຂວງບໍລິຄຳໄຊ,​ໄຊສົມບູນແລະແຂວງຊຽງຂວາງແລະໃນວັນທີ 21-31 ທັນວາ 2015 ທີ່ຈະເຖິງນີ້,​ ແມ່ນຈະເປີດຂະບວນສັກຢາ-ຢອດຢາຄັ້ງທີ 3 ຢູ່ 18 ​ແຂວງໃນທົ່ວປະເທດ, ຄັ້ງທີ 4 ​ແຕ່ວັນທີ 18-31 ມັງກອນ 2016 ຢູ່ 15 ​ແຂວງ .ຍົກເວັ້ນແຂວງບໍລິຄຳໄຊ,​ ໄຊສົມບູນແລະແຂວງຊຽງຂວາງ, ຄັ້ງທີ 5 ວັນທີ 15-28 ກຸມພາ 2016 ຢູ່ 18 ​ແຂວງແລະ ຄັ້ງທີ 6 ຄາດວ່າຈະຢູ່ 75 ​ເມືອງທີ່ມີຄວາມສ່ຽງໃນວັນທີ 21-31 ມີນາ2016. ທັງນີ້ກໍເພື່ອເຮັດໃຫ້ເດັກໄດ້ເຂົ້າເຖິງການຮັບວັກແຊງຫລາຍກວ່າ 90% ຫລືຄິດສະເລ່ຍໃຫ້ໄດ້ 8,6 ລ້ານຄັ້ງໃນເດັກທຸກຄົນທີ່ມີອາຍຸຕ່ຳກວ່າ 15 ປີ.
ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ​ໂປລີໂອເປັນພະຍາດທີ່ສາມາດເຮັດໃຫ້ຜູ້ຕິດເຊື້ອເປັນລ່ອຍແລະເສຍຊີວິດໄດ້, ພະຍາດດັ່ງກ່າວຖ້າເກີດຂຶ້ນແລ້ວບໍ່ສາມາດປິ່ນປົວໄດ້ແຕ່ສາມາດປ້ອງກັນ​​ໄດ້ດ້ວຍການຢອດຢາຫລືສັກວັກແຊງໃຫ້ຄົບ 3 ຄັ້ງ. ສະນັ້ນ ເພື່ອຄວາມປອດໄພແລະ ຮັກສາຊີວິດຂອງເດັກຜູ້ປົກຄອງຄວນນຳເອົາລູກ-ຫລານຂອງຕົນເອງໄປຮັບວັກແຊງໃຫ້ຄົບຕາມກຳນົດ.

ກອງປະຊຸມດັ່ງກ່າວມີຜູ້ຕາງໜ້າຈາກກະຊວງສາທາລະນະສຸກ,​ ອົງການອຸຍນີເຊັບປະຈຳລາວ ແລະສື່ມວນຊົນຫລາຍຂະແໜງເຊັ່ນ: ໜັງສືພິມ, ວິທະຍຸ ແລະ ໂທລະພາບເຂົ້າຮ່ວມນໍາດ້ວຍ.

No comments:

Post a Comment