Ad

Ad

7 December 2015

ປະກາດ​ຜົນ​ລາງວັນ​ຊີ​ໄຣ ​ແລະ ວັນນະກຳ​ແມ່ນ້ຳຂອງປະຈຳ​ປີ 2015

ວັນທີ 4 ທັນວານີ້, ສະມາຄົມນັກປະພັນລາວໄດ້ຈັດພິທີຖະແຫລງຜົນຜູ້ໄດ້ຮັບລາງວັນຊີໄຣແລະລາງວັນວັນນະກຳແມ່ນ້ຳຂອງປະຈຳປີ 2015 ຕໍ່ສື່ມວນຊົນຂຶ້ນທີ່ກະຊວງຖະແຫລງຂ່າວ, ວັດ ທະນະທຳແລະ ທ່ອງທ່ຽວໂດຍທ່ານນາງ ຜິວລາວັນ ຫລວງວັນນາ ຜູ້ຮັກສາການປະທານສະມາຄົມດັ່ງກ່າວໃຫ້ຮູ້ວ່າ: ຜົນຜູ້ໄດ້ຮັບລາງວັນຊີໄຣປະຈຳປີ 2015 ສຳລັບປະເທດເຮົາໄດ້ແກ່ບົດປະພັນທີ່ມີຊື່ວ່າ: “ສາຍນ້ຳທີ່ໄຫລກັບປະພັນໂດຍທ່ານ ພອນສະຫວັນ ພັນທະວິຈິດເຊິ່ງເປັນບົດປະພັນສຸດຍອດຂອງວັນນະກຳຊີໄຣທີ່ຜູ້ຂຽນໄດ້ສ່ອງແສງໃຫ້ເຫັນຄວາມເປັນຈິງຂອງການດຳລົງຊີວິດຢູ່ໃນຄອບຄົວກໍຄືສັງຄົມລາວໃນປັດຈຸບັນໂດຍສະເພາະແມ່ນການພົວພັນຄົນໃນສັງຄົມເຊິ່ງຍາມໃດກໍປາຖະໜາໃຫ້ມີຄວາມຖືກຕ້ອງເປັນທຳ, ມີຄວາມສະເໝີພາບຕໍ່ໜ້າກົດໝາຍ.

ວັນນະກຳຊີໄຣເປັນລາງວັນຍອດຍ້ຽມສຳລັບນັກປະພັນດີເດັ່ນປະຈຳອາຊຽນເຊິ່ງໄດ້ຈັດໃນທຸກໆປີແລະ ສຳລັບປີນີ້ກໍເປັນປີທີ 18 ​ແລ້ວໂດຍສະມາຄົມນັກປະພັນລາວໄດ້ຮີບໂຮມເອົາເລື່ອງນະວະນິຍາຍຕ່າງໆຈາກນັກປະພັນຜູ້ມີຊື່ສຽງຂອງລາວເຂົ້າຮ່ວມປະກວດ.
ສ່ວນລາງວັນວັນນະກຳແມ່ນ້ຳຂອງສຳລັບປີ 2015 ນີ້ແມ່ນເປັນປີທີ 16 ​ເຊິ່ງຜູ້ໄດ້ຮັບລາງວັນດີເດັ່ນປະເພດບົດກະວີໄດ້ແກ່ພະອາຈານໄພວັນມາລາວົງຈາກບົດກະວີທີ່ມີຊື່ວ່າ: “ອະລິຍະທຳລຸ່ມແມ່ນ້ຳຂອງ”, ສ່ວນບົດເລື່ອງສັ້ນໄດ້ແກ່ທ່ານ ຈັນທະພອນ ວັນນະຈິດໃນບົດເລື່ອງທີ່ລະນຶກຂອງເຈົ້າ” ​ແລະ ບົດບັນທຶກໄດ້ແກ່ບົດທີ່ມີຊື່ວ່າ: “ບໍ່ມີວັນລືມຂຽນໂດຍທ່ານ ຄຳແພງ ອ່ອນສາເຊິ່ງບັນດາບົດຂຽນ, ບົດກະວີແລະ ບົດປະພັນດັ່ງກ່າວລ້ວນແຕ່ສ່ອງແສງເຖິງການສົ່ງເສີມການພົວພັນ, ຮ່ວມມື​, ມິດຕະພາບແລະ ການພັດທະນາທີ່ຕິດພັນກັບປະເທດລຸ່ມແມ່ນ້ຳຂອງເຊິ່ງໃນເບື້ອງຕົ້ນມີພຽງ 3 ປະເທດຄືລາວ, ຫວຽດນາມແລະກຳປູເຈຍເທົ່ານັ້ນທີ່ສົ່ງບົດເຂົ້າປະກວດ, ​ແຕ່ມາຮອດປັດຈຸບັນໄດ້ເພີ່ມເປັນ 6 ປະເທດສະມາຊິກລຸ່ມອ່າງແມ່ນ້ຳຂອງເຂົ້າຮ່ວມດ້ວຍກັນເພື່ອເປັນສັນຍາລັກແລະເສີມສ້າງຄວາມຜູກພັນດ້ານສິລະປະວັນນະກຳແລະ ວັດທະນະທຳຢູ່ໃນຂົງເຂດລຸ່ມແມ່ນ້ຳຂອງໃຫ້ນັບມື້ຂະຫຍາຍຕົວ.


No comments:

Post a Comment