Ad

Ad

7 December 2015

ປະກາດແຕ່ງຕັ້ງລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີຄົນໃໝ່

ພິທີປະກາດແຕ່ງຕັ້ງທ່ານ ດຣ ຈັນແສງ ພິມມະວົງ ເປັນລັດຖະ ມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີຄົນໃໝ່, ໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້, ທີ່ກະຊວງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ສາສະດາຈານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີເພື່ອປະຕິບັດຕາມດໍາລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ໃນໂອກາດນີ້, ທ່ານລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ມີຄໍາເຫັນໂອ້ລົມວ່າ: ການປັບປຸງການຈັດຕັ້ງໃນຄັ້ງນີ້ກໍເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ
ວຽກງານໃນໄລຍະໃໝ່, ໂດຍສະເພາະເຮັດໃຫ້ວຽກງານວິທະຍາສາດ ແລະ ເຕັກໂນໂລຊີມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງປະກອບສ່ວນໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ແລະ ຂໍໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີຊ່ວຍຄົນໃໝ່ໃນຄັ້ງນີ້, ຈົ່ງສືບຕໍ່ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຮັກແພງກັບໝູ່ຄະນະ, ພະນັກງານລັດຖະກອນໃຫ້ໜັກແໜ້ນເຂັ້ມແຂງເພື່ອເຮັດໃຫ້ວຽກງານວິທະຍາສາດ ແລະ ເຕັກໂນໂລຊີຂອງຊາດມີການພັດທະນາຈະເລີນກ້າວໜ້າຕາມຍຸກສະໄໝໃໝ່.

No comments:

Post a Comment