Ad

Ad

7 December 2015

ໄຟຟ້າລາວສະຫລອງຜົນສໍາເລັດການກໍ່ສ້າງເຂື່ອນໄຟຟ້ານໍ້າຄານ 2

ໃນວັນທີ 28 ພະຈິກຜ່ານມານີ້, ລັດວິສາຫະກິດໄຟຟ້າລາວໄດ້ຈັດງານສະຫລອງຜົນສໍາເລັດການກໍ່ສ້າງເຂື່ອນໄຟຟ້ານໍ້າຄານ 2 ຂຶ້ນທີ່ເມືອງຊຽງເງິນ ແຂວງຫລວງພະບາງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະ ກິດການຜະລິດ ແລະ ຈໍລະຈອນ, ມີທ່ານເຈົ້າແຂວງຫລວງພະບາງ, ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່, ປະທານບໍລິສັດຜູ້ຮັບເໝົາ ແລະ ມວນຊົນເຂົ້າຮ່ວມເປັນຈໍານວນຫລາຍ.

ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຄານ 2 ແມ່ນໂຄງການໜຶ່ງທີ່ນອນຢູ່ໃນແຜນແມ່ບົດພັດທະນາລະບົບ
ໄຟຟ້າໃນ ສປປ ລາວ, ມີກໍາລັງຕິດຕັ້ງທັງໝົດ 130 ເມກາວັດ, ມີມູນຄ່າກໍ່ສ້າງຫລາຍກວ່າ 308 ລ້ານໂດລາສະຫະລັດ, ໂດຍແມ່ນບໍລິສັດຊີໂນໄຮໂດຼ ສປ ຈີນ ເປັນຜູ້ຮັບເໝົາກໍ່ສ້າງ, ມີລະບົບສາຍສົ່ງ 115 ກິໂລໂວນສົ່ງເຂົ້າສະຖານີໄຟຟ້າ 230 ກິໂລໂວນຫລວງພະບາງ 2, ເປັນໂຄງການພັດທະນາລະບົບໄຟຟ້າຕາມແນວທາງນະໂຍບາຍຂອງພັກ-ລັດຖະບານເພື່ອໃຫ້ປະຊາຊົນໄດ້ມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ

No comments:

Post a Comment