Ad

Ad

7 December 2015

ແຂວງບໍລິຄໍາໄຊ ແລະ ສະຫວັນນະເຂດສະຫລອງວັນ ຊາດທີ 2 ທັນວາຄົບຮອບ 40 ປີຢ່າງຟົດຟື້ນ

ງານສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄົບຮອບ 40 ປີທີ່ແຂວງບໍລິຄໍາໄຊ, ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ທີ່ສະໜາມຫລວງຂອງແຂວງດ້ວຍບັນຍາກາດຟົດຟື້ນ, ໂດຍການເຂົ້າຮ່ວມຂອງສະຫາຍ ສົມສະຫວາດ ເລັ່ງສະຫວັດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີອໍານາດການປົກຄອງແຂວງ, ພະນັກງານອາວຸ ໂສບໍານານ, ນັກຮົບປະຕິວັດ, ພ້ອມດ້ວຍມວນຊົນຊາວແຂວງບໍລິຄໍາໄຊເຂົ້າຮ່ວມເປັນຈໍານວນຫລວງຫລາຍ.

ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍເລຂາຄະນະພັກ, ເຈົ້າແຂວງບໍລິຄໍາໄຊ ກອງແກ້ວ ໄຊສົງຄາມ ໄດ້ຂຶ້ນກ່າວບົດປາໄສວ່າ: ກ່ອນໜ້ານີ້ 40 ປີພາຍໃຕ້ການນໍາພາຂອງພັກປະຊາຊົນປະ ຕິວັດລາວ, ໄດ້ດໍາເນີນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ, ໂດຍໄດ້ຮັບການສະໜັບສະໜູນຂອງສາກົນ ແລະ ປະຊາຊົນຜູ້ຮັກຫອມສັນຕິພາບໃນທົ່ວໂລກ, ຈຶ່ງເຮັດໃຫ້ພາລະກິດປະຕິວັດຊາດໄດ້ຮັບໄຊຊະນະຢ່າງຍິ່ງໃຫຍ່ທີ່ບໍ່ເຄີຍມີມາກ່ອນ, ສາມາດລົບລ້າງລະບອບລາຊາທິປະໄຕຢ່າງສິ້ນເຊີງ ແລະ ສະຖາ ປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ແລະ ຕະຫລອດ 40 ປີແຫ່ງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່, ກໍຄືປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສປປ ລາວ ສາມາດຮໍາບາດແຜສົງຄາມ, ຟື້ນຟູການຜະລິດ, ເສີມຂະຫຍາຍວັດທະນະທໍາ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເປັນກ້າວໆ, ອັນພົ້ນເດັ່ນແມ່ນລະບອບການເມືອງມີສະຖຽນລະພາບໜັກແໜ້ນເຂັ້ມແຂງ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊື່ສຽງກຽດສັກສີຂອງປະເທດໄດ້ຄ່ອຍໆມີບົດບາດສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ໂດຍສະເພາະແຂວງບໍລິຄໍາໄຊເຫັນວ່າມີຜົນສໍາເລັດເປັນໜ້າພາກພູມໃຈຫລາຍດ້ານຄື: ເສດຖະກິດມີການຂະຫຍາຍຕໍ່ເນື່ອງໃນລະດັບ 8,6% ຕໍ່ປີ, ລາຍຮັບສະເລ່ຍ 1.817 ໂດລາສະຫະລັດຕໍ່ຄົນຕໍ່ປີ, ການຜະລິດນັບມື້ຂະຫຍາຍຕົວເປັນຂະບວນກວ້າງຂວາງ, ດ້ານວຽກງານອຸດສະຫະກໍາແລະ ການຄ້າຂະຫຍາຍຕົວ, ໄລ່ມາຮອດປັດຈຸບັນປະຊາຊົນມີໄຟຟ້າຊົມໃຊ້ກວມ 95% ຂອງຈໍານວນຄົວເຮືອນໃນທົ່ວແຂວງ, ດ້ານພື້ນຖານໂຄງລ່າງແມ່ນມີເສັ້ນທາງເຊື່ອມຕໍ່ໄປຮອດໄປເຖິງທຸກບ້ານແລະ ລະບົບການສື່ສານສາມາດຄວບຄຸມຫລາຍກວ່າ 289 ບ້ານໃນທົ່ວແຂວງ. ດ້ານວຽກງານວັດທະນະທໍາ-ສັງຄົມກໍໄດ້ຮັບການເອົາໃຈໃສ່, ໂຮງໝໍ, ໂຮງຮຽນຂະຫຍາຍ ຕົວກວ້າງຂວາງ, ໄລ່ມາຮອດປັດຈຸບັນ 90% ຂອງຈໍານວນປະຊາກອນໄດ້ຊົມໃຊ້ນໍ້າສະອາດ, ແຫລ່ງທ່ອງທ່ຽວໄດ້ຮັບການປັບປຸງບູລະນະ,ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂຫລຸດລົງເທື່ອລະກ້າວ ແລະ ຂະແໜງການອື່ນໆກໍໄດ້ຮັບການພັດທະນາດີຂຶ້ນເປັນກ້າວມາ.

ຂ່າວໃຫ້ຮູ້ອີກວ່າ: ໃນວັນທີ 4 ທັນວານີ້, ແຂວງສະຫວັນນະເຂດ, ກໍໄດ້ຈັດງານໂຮມຊຸຸມນຸມສະເຫລີມສະຫລອງວັນຊາດທີ 2 ທັນວາຄົບຮອບ 40 ປີຂຶ້ນຢ່າງຍິ່ງໃຫຍ່, ໂດຍມີມວນຊົນເຂົ້າຮ່ວມຫລາຍກວ່າ 12 ພັນຄົນທີ່ສະໜາມກິລາຂອງແຂວງ (ຫລັກ4), ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຈາກນີ້ກໍມີການນໍາຂັ້ນສູນກາງ, ຄະນະພັກ, ຄະນະປົກຄອງແຂວງ, ຄະນະສະມາຊິກສະພາແຫ່ງຊາດ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການນໍາຈາກເມືອງຕ່າງໆ, ພະແນກການ-ກົມກອງອ້ອມຂ້າງແຂວງ, ພະນັກງານປະຕິວັດ-ອາວຸໂສ-ບໍານານເຂົ້າຮ່ວມຢ່າງພ້ອມພຽງ.

No comments:

Post a Comment