Ad

Ad

8 December 2015

ລະວັງພະຍາດໃນລະດູໜາວ

ໜ່ວຍເຝົ້າລະວັງພະຍາດກະຊວງສາທາລະນະສຸກໃຫ້ຮູ້ວ່າ: ປັດຈຸບັນສະພາບ​​​​​ໜາວໄດເຂົ້າມາປົກຄຸມທົ່ວທຸກພາຍຂອງປະເທດເຮົາ​​​ສົ່ງຜົນກະທົບບໍ່ໜ້ອຍຕໍ່ສຸຂະພາບແລະ ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ, ໂດຍສະເພາະຜູ້ຢູ່ເຂດຊົນນະບົດຫ່າງໄກ ຊອກຫຼີກທີ່ຍັງທຸກຍາກຂາດ ເຂີນ ແລະ ບາງບ່ອນກໍເກີດມີການເຈັບເປັນຈາກພະຍາດຕ່າງໆ ທີມາກັບລະດູໜາວເຊັ່ນ: ໄຂ້ຫວັດ, ໄອ, ອັກເສບປອດ, ພະຍາດລະບົບຫາຍໃຈ, ໄຂ້ອອກຕຸ່ມ ແລະ ອື່ນໆທີ່ມັກເກີດຂຶ້ນ, ດັ່ງນັ້ນຈຶ່ງຮຽກຮຽກໃຫ້ປະຊາຊົນບັນດາເຜົ່າຈົ່ງມີສະຕິປ້ອງກັນຕົນເອງ ແລະໃຫ້ປະຕິບັດຫຼັກສຸຂະອະນາໄມຢ່າງເຂັ້ມງວດຄື: ນຸ່ງຫົ່ມໃຫ້ອົບອຸ່ນ, ກິນດື່ມໃຫ້ສະ ອາດ, ໝັ່ນທຳຄວາມສະອາດຮ່າງກາຍ ແລະ ທີ່ຢູ່ອາໄສເປັນປະຈຳ, ໂດຍສະເພາະແມ່ນ ເດັກນ້ອຍຕ້ອງໄດ້ເອົາໃຈໃສ່ເບິ່ງແຍງເປັນພິເສດໃນໄລຍະນີ້ເມື່ອ ຮູ້ສຶກບໍ່ສະບາຍຄວນໄປພົບແພດໜໍ່ທັນທີ ແລະ ບໍ່ຄວນຊື້ຢາກິນເອງ

No comments:

Post a Comment