Ad

Ad

8 December 2015

ເລີ່ມແລ້ວບຸນມະ​ໂຫລານ​ຮູບ​ເງົາສະຫລອງເມືອງມໍລະດົກໂລກຫລວງພະບາງ

ບຸນມະໂຫລານຮູບເງົາເພື່ອສະເຫລີມສະຫລອງຫລວງພະບາງໄດ້ຮັບຮອງເຂົ້າເປັນເມືອງມໍລະດົກໂລກຄົບຮອບ 20 ປີ ( 9/12/ 1995-9/12/2015),ໄດ້ໄຂຂຶ້ນຢ່າງເປັນທາງການໃນຄໍ່າຄືນວັນທີ 5 ທັນວາຜ່ານມານີ້, ທີ່ເດີ່ນໂຮງຮຽນປະຖົມສຶກສາແຂວງຫລວງພະບາງ, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ບົວເງິນ ຊາພຸວົງ, ທ່ານເຈົ້າແຂວງຫລວງພະບາງ ສຸກັນ ບຸນຍົງ, ພ້ອມດ້ວຍມວນຊົນເຂົ້າຮ່ວມເປັນຈໍານວນຫລາຍ.
ໃນໂອກາດນີ້, ທ່ານເຈົ້າແຂວງຫລວງພະບາງໄດ້ມີຄໍາເຫັນວ່າ: ບຸນມະໂຫລານຮູບເງົາຄັ້ງນີ້​ແມ່ນຈັດຂຶ້ນເປັນຄັ້ງທີ 5 ​ແລະ ເປັນກິດຈະກຳໜຶ່ງໃນການສະເຫລີມສະຫລອງເມືອງຫລວງພະບາງເປັນມໍລະ
ດົກໂລກຄົບຮອບ 20 ປີ, ​ຮູບເງົາທີ່ນຳມາສາຍຊຶ່ງມີຫລາຍກວ່າ 30 ​ເລື່ອງທີ່ມາຈາກພາຍໃນ ແລະ ຕ່າງປະເທດຄື: ເລື່ອງປູ່ສົມບູນ, ສິ່ງນັ້ນເອີ້ນວ່າພົມລິຂິດ, ສິຕິ, ພະສົງ, ​ເພັດຊະຄາດ, ກົດແຫ່ງການຂ້າແລະ ອື່ນໆ. ນອກຈາກນີ້ງານດັ່ງກ່າວຍັງເປັນການອານຸລັກສົ່ງເສີມ ແລະ ໂຄສະນາເຜີຍແຜ່ວັດທະນະທຳຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ, ເປັນເວທີແລກປ່ຽນວັດທະນະທຳ ແລະ ບົດຮຽນໃນການຜະລິດຮູບເງົາທັງພາຍໃນ ແລະ ຕ່າງປະເທດເພື່ອສົ່ງເສີມ ແລະ ພັດທະນາອຸດສາຫະກຳຮູບເງົາລາວໃຫ້ເຕີບໃຫຍ່ຂະຫຍາຍຕົວ, ເຮັດໃຫ້ຕ່າງປະເທດຮັບຮູ້ກ່ຽວກັບ ສປປ ລາວ ຜ່ານຮູບເງົາຫລາຍຂຶ້ນ.

ທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວກ່າວວ່າ:ໃນໄລຍະຜ່ານມາ, ວຽກງານຮູບເງົາໃນລາວແມ່ນມີທ່າກ້າວຂະຫຍາຍຕົວສົມຄວນ, ​ເຊິ່ງມັນສະແດງອອກຂອງຈຳນວນຜະລິດຕະພັນຮູບເງົາໄດ້ເພີ່ມຂຶ້ນທຸກໆປີ​, ຂະນະດຽວກັນບໍລິສັດຜະລິດຮູບເງົາ ແລະ ໂຮງສາຍຮູບເງົາທີ່ມີມາດຕະຖານກໍມີຫລາຍຂຶ້ນເຊັ່ນກັນ, ເຊິ່ງເປັນສ່ວນໜຶ່ງໃນການໂຄສະນາເຜີຍແຜ່ວັດທະນາທໍາ ແລະ ສ້າງຄວາມບັນເທິງໃຫ້ກັບສັງຄົມໄດ້ດີຕະຫລອດມາ.

No comments:

Post a Comment