Ad

Ad

8 December 2015

ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກົນ​ໄກ​ສິດທິ​ມະນຸດ

 ​
ເຊົ້າວັນທີ 7 ທັນວານີ້, ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມສຳມະນາກ່ຽວກັບກົນໄກສິດທິມະນຸດສາກົນ, ພາກພື້ນແລະ ລະດັບຊາດຂຶ້ນ,​​ ໂດຍທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ມີບັນດາທຸຕານຸທູ, ອົງການຈັດຕັ້ງສາກົນປະຈຳລາວ,ພ້ອມດ້ວຍຜູ້ຊ່ຽວຊານດ້ານສິດທິມະນຸດຈາອົດສະຕຣາລີ, ກຳປູເຈຍ, ອິນໂດເນເຊຍ, ອິນເດຍ,​ ໄທແລະ ຂະແໜງການກ່ຽວຂ້ອງຕ່າງໆເຂົ້າຮ່ວມນຳ.
 ​         ​ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດໄດ້ກ່າວວ່າ:​ ກອງປະຊຸມ​​ຄັ້ງນີ້​​, ແມ່ນເພື່ອ​​​ເສີມສ້າງຄວາມສາມາແລະ ຄວາມເຂົ້າໃຈກ່ຽວກັບກົນໄກສິດທິມະນຸດໃຫ້ແກ່ເຈົ້າໜ້າທີ່, ຂະແໜງການທີ່ກ່ຽວຂ້ອງແລະ ພາກສ່ວນອື່ນໆທີ່ມີສ່ວນຮ່ວມໃນ ສປປ ລາວ ທັງ​​ເປັນກິດຈະກຳເພື່ອຮ່ວມກັບວົງຄະນະ
ຍາດສາກົນໃນການລະນຶກວັນສິດທິມະນຸດສາກົນໃນວັນທີ 10 ທັນວາ 2015 ນີ້, ເຊິ່ງເປັນວັນຄົບຮອບ 67 ປີທີ່ສະມັດຊາໃຫຍ່ສະຫະປະຊາຊາດ​​ໄດ້ຮັບຮອງເອົາຖະ​​ແຫຼງການສາກົນວ່າດ້ວຍດ້ານສິດທິມະນຸດໃນປີ 1948.
ສປປ ລາວ,​ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນອບຂອງສະພາສິດທິມະນຸດຂອງອົງການສະ ຫະປະຊາຊາດ, ອກນີ້ ສປປ ລາວ ຍັງໄດ້ພົວພັນແລະ ຮ່ວມມືກັບບັນດາອົງການກ່ຽວຂ້ອງທີ່ເຮັດວຽກສົ່ງເສີມແລະ ປົກປ້ອງສິດທິມະນຸດ, ຊຶ່ງປັດຈຸບັນສປປ ລາວ,​ ໄດ້ເຂົ້ເປັນພາຄີສົນທິສັນ ຍາດ້ານສິດທິມະນຸດຂອງສະຫະປະຊາຊາດ 7 ສະບັບແລະ ອະນຸສັນຍາ 2 ສະບັບໃນປີ 2015  ​ແລະ ຍັງໄດ້ຮັບເອົາຂໍ້ສະເໜີ​​ແນະຂອງສາກົນຈຳນວນ 116 ຂໍ້, ອັນໄດ້ສະແດງເຖິງຄວາມໝັ້ນໝາຍແລະນະໂຍບາຍອັນຖືກຕ້ອງເປັນທຳຂອງລັດຖະບານລາວໃນການສົງ​​ເສີມແລະ ປົກປ້ອງສິດທິມະນຸດ​.ອກນັ້ນ, ຍັງມີຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ​​ແຫ່ງຊາດ, ຄະນະກຳມາທິການເພື່ອແມ່ແລະເດັກແຫ່ງຊາ, ຄະນະກຳມາທິການ​​ແຫ່ງຊາດເພື່ອຄົນພິການແລະ ຜູ້ສູງອາຍຸ​​.​ປັດຈຸບັນພັກແລະ ລັດຖະບານໄດ້ສືບຕໍ່ປັບປຸງກົດໝາຍແລະ ນິຕິກຳພາຍໃນເພື່ອເປັນບ່ອນອີງໃນການຮັບປະກັນສິດແລະ ພັນທະຂອງພົນລະເມືອງເພື່ອຕອບສະຫນອງ​​ຄວາມຮຽກຮອງຕ້ອງການຂອງການພັດທະນາເສດຖະກິດ-​ສັງຄົມແລະ ການສົ່ງເສີມສິດທິມະນຸດຂອງປະຊາຊົນລາວບັນດາເຜົ່າ,​ ເພື່ອ​​​ເສີມຂະຫຍາຍສິດເປັນ​​ເຈົ້າຂອງປະເທດຊາດ, ສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ລະບອບປະຊາທິປະໄຕປະຊາຊົນ, ຮັບປະກັນການເຄົາລົບສິດທິມະນຸດ​.

ອງປະຊຸມສຳມະນານີ້,​​ ເປັນການເພີ່ມທະວີຄວາມຮັບຮູ້ ​​ແລະ ຄວາມເຂົ້າໃຈຂຶ້ນຕື່ມກ່ຽວກັບກົນໄກສິດທິມະນຸດລະດັບສາກົນ, ພາກພື້ນແລະ ລະດັບຊາດພ້ອມນີ້, ຍັງໄດ້ແລກປ່ຽນບົດ ຮຽນເຊິ່ງກັນແລະ ກັນກັບບັນດາຜູ້ຊ່ຽວຊານຈາກຕ່າງປະເທໃນການຈັດຕັ້ງປະຕິບັດພັນທະແລະ ການປົກປ້ອງສິດທິມະນຸດຢ່າງ​​ແທ້ຈິງ.​​

No comments:

Post a Comment