Ad

Ad

8 December 2015

ສະຖານະ​ພາບ​ປະຊາກອນ​​ໂລກ​​ປີ 2015

ວັນທີ 7 ທັນວານີ້, ອົງການສະຫະປະຊາດກອງທຶນສຳລັບປະຊາກອນ​ (​UNFPA )  ປະ ຈຳລາວໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານສະຖານະພາບປະຊາກອນໂລກປະຈຳປີ 2015 ພາບໃຕ້ຫົວຂໍ້ປົກປ້ອງຈາກວິທີຫັນປ່ຽນຍຸດທະສາດເພື່ອແມ່ຍິງແລະເດັກຍິງ​” ຂື້ນທີ່ໂຮງແຮມເມີຄິວໃນນະຄອນລວງວຽງຈັນ, ​ໂດຍການເຂົ້າຮ່ວມຂອງທ່ານ ດຣ ກິແກ້ວ ຈັນທະບູລີ, ລັດຖະມົນຕີຊ່ວຍວ່າການກະຊວງແຜນການແລະ ການລົງທຶນ, ທ່ານ ດຣ ຮາຊານໂມຕາຊາມີ, ຜູ້ຕາງໜ້າອົງການ UNFPA ປະຈຳລາວ, ພ້ອມດ້ວຍຜູ້ຕ່າງໜ້າພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານລັດຖະມົນຕີຊ່ວຍມີຄຳຫັນໃນພິທີວ່າ: ໃນທຸກໆປີ, ກະຊວງແຜນການ ແລະ ການລົງທຶນໄດ້ຮ່ວມກັບ ອົງການສະຫະປະຊາຊາດກອງທຶນ​ສຳລັບປະຊາກອນໄດ້​ລາຍ​ງານ​ສະຖານະ​ພາບ​ປະຊາກອນ​ໂລກຂື້ນແລະ ສະເພາະປີນີ້, ຍິ່ງມີຄວາມໝາຍຄວາມ​ສຳຄັນຫຼາຍໃນການຈັດຕັ້ງປະຕິບັດແຜນດຳເນີນງານ
ຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (International Conference for Population and Development (ICPD)). ​​ເຊິ່ງໄດ້ເຫນັ້ນໃຫ້ບັນລຸ​ເປົ້າ​ໝາຍສະຫະສະຫວັດ​ເພື່ອ​ການ​ພັດທະນາ MDGs ​ແລະ ເປົ້າຫມາຍພັດທະນາແບບ ຍືນຍົງ (SDGs). ໃນປັດຈຸບັນອັດຕາການຂະຫຍາຍຕົວຂອງຈຳນວນປະຊາກອນໂລກ ແມ່ນນັບມື້ນັບເພີ່ມຂຶ້ນ, ອີງຕາມບົດລາຍງານສະຖານະພາບປະຊາກອນໂລກ ປີ 2015 ຊີ້ໃຫ້ເຫັນວ່າ, ການຕອບສະຫນອງຄວາມຕ້ອງການທາງດ້ານສຸຂະພາບຈະເລີນພັນແມ່ຍິງ ແລະ ໄວໜຸ່ມຍິງ ສ່ວນຫຼາຍຖືກປະລະໃນເວລາເກີດໄພພິບັດ ແລະ ເກີດມີຂໍ້ຂັດແຍ່ງເຊັ່ນ : ການຕອບສະໜອງເຂົ້າເຖີງການບໍລິການຂອງແພດ ພະດຸງຄັນ, ການປ້ອງກັນເຊື້ອ HIV ແລະ ອື່ນໆ .

ທ່ານລັດຖະມົນຕີຊ່ວຍກ່າວວ່າ: ​ປັດຈຸບັນປະຊາກອນປະມານ 100 ລ້ານຄົນ ແມ່ນມີຄວາມຕ້ອງການການຕອບສະໜອງທາງດ້ານສຸຂະພາບທາງເພດ ແລະ ຈະເລີນພັນ, ເຊິ່ງໃນນັ້ນ 26 ລ້ານຄົນ ແມ່ນ ແມ່ຍິງ ແລະ ໄວໜຸ່ມຍິງ ທີ່ຢູ່ໃນໄວຈະເລີນພັນ. ນອກນັ້ນ, 3/5 ຂອງອັດຕາການຕາຍ ແມ່ ແລະ ເດັກ ໃນປະຈຸບັນ ແມ່ນເກີດຂຶ້ນ ໃນບັນດາປະເທດ ທີ່ມີຄວາມສ່ຽງ ແລະ ຄວາມບອບບາງ ຕໍ່ກັບໄພພິບັດທາງທຳມະຊາດ ຫຼື ຂໍ້ຂັດແຍ່ງ. ການຖືພາ ແລະ ການເກີດລູກ ທີ່ບໍ່ມີສຸຂະອານາໄມ, ການຖືກພາແບບບໍ່ຕ້ອງການ ແລະ ພະຍາດຕິດຕໍ່ທາງເພດ ແມ່ນຕົ້ນເຫດທີ່ພາໃຫ້ອັດຕາການຕາຍຂອງ ແມ່ ເພີ່ມຂື້ນ ຈຳນວນ 507 ຄົນ/ມື້ ໃນປະເທດເຫຼົ່າານີ້. ດັ່ງນັ້ນ, ການຕອບສະໜອງການເຂົ້າເຖີງການບໍລິການສຸຂະພາບຈະເລີນພັນ, ເພດສຶກສາ ແລະ ການວາງແຜນຄອບຄົວ ແມ່ນມີຄວາມຈຳເປັນ ເພື່ອເຮັດໃຫ້ອັດຕາການຕາຍ ຂອງ ແມ່ຍິງ ແລະ ເດັກ ຫຼຸດລົງ.ຜ່ານມາ ລັດຖະບານ ເວົ້າສະເພາະ ສປປ ລາວ ໄດ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຕັ້ງຫນ້າ ແລະ ແຂງແຮງ ເຊິ່ງໄດ້ສະແດງອອກໃນຜົນສຳເລັດຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VII ແລະ ສາມາດສຳເລັດ ເປົ້າຫມາຍຫລັກຂອງ ແຜນ 5 ປີ ຄັ້ງທີ່ VIII ຂອງລັດຖະບານ ຄື: ສຳເລັດເປົ້າຫມາຍສະຫະສະຫວັດດ້ານການພັດທະນາ MDGs ທີ່ຍັງບໍ່ທັນບັນລຸ, ບັນລຸເປົ້າຫມາຍພັດທະນາແບບ ຍືນຍົງ SDGs ທີ່ໄດ້ກໍານົດໃນ 3 ເສົ້າຄໍ້າ: ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ,ເຮັດໃຫ້ປະຊາຊົນ ບັນດາເຜົ່າ ມີຊີວິດການເປັນຢູ່ທີ່ ດີຂື້ນ ສປປ ລາວ ຫລຸດພົ້ນ ອອກຈາກ ສະຖານະພາບດ້ອຍພັດທະນາໃນ ປີ 2020, ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ໂດຍສະເພາະຂະແໜງການສຶກສາ, ສາທາລະນະສຸກ ກໍ່ຄືບັນດາອົງການຈັດຕັ້ງມະຫາຊົນ ທີ່ມີສາຍພົວພັນກັບການຈັດຕັ້ງຢູ່ຮາກຖານ,ໂດຍສະເພາະຢູ່ເຂດຊົນນະບົດ,ພູດອຍຫ່າງໄກສອກຫຼີກ, ເຂດຊົນເຜົ່າ ຈະຕ້ອງຊອກຫາມາດຕະການຕ່າງໆເພື່ອສົ່ງເສີມໃຫ້ ແມ່ຍິງ ແລະ ເດັກ ໄດ້ຮັບການສຶກສາຈົບຊັ້ນມັດທະຍົມເປັນຢ່າງຕໍ່າ ແລະ ເອົາການສຶກສາກ່ຽວກັບສຸຂະພາບໄວຈະເລີນພັນເຂົ້າສອນເປັນທາງການ ຫຼື ຜ່ານຂະບວນກິດຈະກຳຕ່າງໆ ຂອງໂຮງຮຽນ ນັບແຕ່ຊັ້ນປະຖົມ, ສຳລັບເຂດຊົນນະບົດຫຼໍ່ແຫຼມທີ່ນັກຮຽນມີຄວາມສ່ຽງຈະບໍ່ສືບຕໍ່ຮຽນຊັ້ນມັດຖະຍົມພ້ອມດ່ຽວກັນນີ້ ​ເພື່ອ​ຈະ​ແກ້​ໄຂ​ບັນຫາ​ການ​ຫຼຸດຜ່ອນ​ອັດຕາ​ການ​ຕາຍ​ຂອງ ແມ່ຍິງ ແລະ ເດັກ ​ໃນ​ເວລາ​ເກີດ​ລູກຕາມ​ຕົວ​ຊີ້​ວັດ MDG 4 ​​ແລະ 5 ນັ້ນ ຂ້າພະ​ເຈົ້າ​ເຫັນ​ວ່າ ພວກ​ເຮົາ​​ຕອ້ງ​ໄດ້​ເພີມທະວີ ສຸມ​ກຳລັງ​ເຫື່ອ​ແຮງ ​ແລະ ທຶນຮອນ  ​ເພື່ອ​ຊຸກຍູ້​ໃຫ້​ ແມ່ຍິງ ແລະ ເດັກ ​ໄດ້​ມີ​ໂອ​ກາດຮຽນ​ໃຫ້​ຫຼາຍ ທັງ​ສາຍ​ສາມັນ ​ແລະ ອາຊີວະ​ສຶກສາ ​ແລະ​ ມີ​ວຽກ​ເຮັດ​ງານ​ທຳ ​ເມື່ອ​ຄົບ​ອາຍຸ 18 ປີ ຂຶ້ນ​ໄປ​ສາມາດ​ແຕ່ງງານ​ສ້າງ​ຄອບຄົວ​ໄດ້  ຕາມ​ກົດໝາຍ​ຄອບຄົວ ກໍ​ຄື​ ກົດໝາຍ​ວ່າ​ດ້ວຍ​ການ​ພັດທະນາ ​ແລະ ປົກ​ປ້ອງ​ແມ່ຍິງ. ໜ່ວຍ​ງານ​ທີ່​ຮັບຜິດຊອບ​ກົດໝາຍ​ດັ່ງກ່າວ​ນີ້  ຄວນ​ນຳ​ໄປ​ເຜີຍ​​ແຜ່​ໃຫ້ຫຼາຍ​ຢູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫຼີກ  ​ແລະ ມີມາດ​ຕະການ​ຕໍ່​ຜູ້​ລະ​ເມີດ​ຢ່າງ​ເໝາະ​ສົມ ແລະ ເຊື່ອໝັ້ນວ່າບົດລາຍງານສະຖານະພາບປະຊາກອນໂລກປະຈຳປີ 2015  ແມ່ນເປັນປະໂຫຍດຫຼາຍສຳລັບ ສປປ ລາວ  ທີ່ຈະໄດ້ຮຽນຮູ້ຈາກບັນດາປະເທດອື່ນໆ ແລະ ປະສົບການໃນທົ່ວໂລກ.

No comments:

Post a Comment