Ad

Ad

8 December 2015

ຫວຽດນາມຊ່ວຍກໍ່ສ້າງໂຮງຮຽນການທະຫານຊາຍແດນທີ່ເມືອງທ່າພະບາດ

ພິທີວາງສີລາລືກໂຄງການກໍ່ສ້າງໂຮງຮຽນວິຊາສະເພາະການທະຫານຊາຍແດນໂດຍການຊ່ວຍເຫລືອຂອງກອງທັບປະຊາຊົນຫວຽດນາມໃຫ້ແກ່ກອງທັບປະຊາຊົນລາວ, ໄດ້ມີຂຶ້ນໃນວັນທີ 5 ທັນວານີ້ທີ່ເມືອງທ່າພະບາດແຂວງບໍລິຄຳໄຊ, ໂດຍການເຂົ້າຮ່ວມຂອງທ່ານພົນຕີ ສຸວອນ ເລືອງບຸນມີ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ຫົວຫນ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ທ່ານຫງວຽນແມັງຮຸ່ງເອກອັກຄະລັດທະທູດ ສສ ຫວຽດນາມ ປະຈຳລາວ, ມີຜູ້ຕາງຫນ້າການນຳແຂວງບໍລິຄຳໄຊ ແລະ ມວນຊົນເຂົ້າຮ່ວມເປັນຈຳນວນຫລາຍ.
ໂຮງຮຽນການທະຫານຊາຍແດນແຫ່ງນີ້ຈະສ້າງຂຶ້ນໃນເນື້ອທີ່ກວ້າງ 16 ເຮັກຕາທີ່ເມືອງທ່າພະບາດ
ແຂວງບໍລິຄຳໄຊ ດ້ວຍມູນຄ່າການລົງທຶນທັງຫມົດ 125 ຕື້ດົງສະກຸນເງິນຫວຽດນາມ, ເຊິ່ງພາຍຫລັງສຳເລັດການກໍ່ສ້າງແລ້ວໃນແຕ່ລະປີໂຮງຮຽນແຫ່ງນີ້ຈະສາມາດຮັບຜູ້ເຂົ້າຮຽນຈາກກຳລັງຮັກສາຄວາມສະຫງົບຊາຍແດນຂອງລາວໄດ້ຢ່າງຫນ້ອຍ 150 ຄົນ.
ທ່ານພົນຈັດຕະວາ ຈັນທອງ ສອນຕາອາດ ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບໄດ້ມີຄຳເຫັນໃນພິທີວ່າ: ໂຮງຮຽນແຫ່ງນີ້ມັນມີຄວາມຫມາຍສຳຄັນຍິ່ງຕໍ່ກັບກອງທັບປະຊາຊົນລາວ, ເຊິ່ງບໍ່ພຽງແຕ່ຈະຊ່ວຍກອງທັບລາວເປັນເຈົ້າການໃນການພັດທະນາກຳລັງວິຊາການທະຫານຊາຍແດນເພື່ອເຮັດຫນ້າທີ່ປົກປັກຮັກສາເຂດນໍ້າແດນດິນຂອງຕົນ ແລະ ທັງຮັບປະກັນການເຮັດຫນ້າທີ່ການເມືອງໃນໄລຍະໃຫມ່ຂອງຕົນ.
ທ່ານພົນຈັດຕະວາ ຈັນທອງ ສອນຕະອາດ ເວົ້າວ່າ: ໃນແຕ່ໃດມາພັກ-ລັດຖະບານກໍຄືກະຊວງປ້ອງກັນປະເທດຍາມໃດກໍໄດ້ຕີລາຄາສູງຕໍ່ການຮ່ວມມືຊ່ວຍເຫລືອຂອງພັກ, ລັດຖະບານ ແລະ ກອງທັບປະຊາຊົນຫວຽດນາມ ແລະ ການຊ່ວຍເຫລືອກໍ່ສ້າງໂຮງຮຽນແຫ່ງນີ້ກໍເປັນອີກຄັ້ງຫນຶ່ງແຫ່ງຫມາກຜົນຂອງການພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດຖະບານ ແລະ ປະຊາຊົນສອງປະເທດລາວ- ຫວຽດນາມ ແລະ ໃນໂອກາດນີ້ຕາງຫນ້າໃຫ້ການນຳກະຊວງປ້ອງກັນປະເທດທ່ານພົນຈັດຕະວາ ຈັນທອງ ອີກເທື່ອຫນຶ່ງຂໍສະແດງຄວາມຂອບໃຈອັນເລິກເຊິ່ງຕໍ່ການຊ່ວຍເຫລືອດັ່ງກ່າວມາຍັງລັດຖະບານ ແລະ ກະຊວງປ້ອງກັນປະເທດຫວຽດນາມ, ເຖິງວ່າຈະມີຄວາມ

ຫຍຸ້ງຍາກຫລາຍຢ່າງ, ແຕ່ຍາມໃດກໍໄດ້ເສຍສະລະຊ່ວຍເຫລືອລາວຕະຫລອດມາບົນຈິດໃຈເຂົ້າເມັດຫັກຜັກເສັ້ນຫນຶ່ງກໍບິແບ່ງກັນກິນ.

No comments:

Post a Comment