Ad

Ad

8 December 2015

ສະພາພິຈາລະນາຮ່າງລັດຖະທໍາມະນູນສະບັບປັບປຸງປີ 2015

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ມື້ທໍາອິດແມ່ນເລີ່ມຕົ້ນດ້ວຍການພິຈາລະນາຮ່າງລັດຖະທໍາມະນູນສະບັບປັບປຸງປີ 2015 ຂອງສະມາຊິກສະພາແຫ່ງຊາດ, ຊຶ່ງນໍາສະເໜີໂດຍທ່ານສົມພັນແພງຄໍາມີຮອງປະທານສະພາແຫ່ງຊາດ, ທັງເປັນຮອງປະ ທານຄະນະກໍາມະການລະດັບຊາດເພື່ອປັບປຸງລັດຖະທໍາມະນຸນປີ 2003 ທີ່ມີ 11 ໝວດ, 98 ມາດຕາ ແລະ ລັດຖະທໍາມະນູນສະບັບປັບປຸງປີ 2015 ນີ້ໄດ້ເພີ່ມເນື້ອໃນເຂົ້າໃໝ່ 3 ໝວດຄື: ໝວດທີ VIII ວ່າດ້ວຍສະພາປະຊາຊົນທ້ອງຖິ່ນ, ໝວດທີ XI ວ່າດ້ວຍການກວດສອບແຫ່ງລັດ ແລະ ໝວດທີ XII ວ່າດ້ວຍຄະນະກໍາມະການເລືອກຕັ້ງ ແລະ ນອກຈາກນີ້ຍັງມີການປັບປຸງເນື້ອໃນຂອງບາງໝວດ, ບາງມາດຕາຕື່ມອີກ.

ທ່ານຮອງປະທານສະພາແຫ່ງຊາດກ່າວວ່າ: ພາຍຫລັງປະທານປະເທດແຫ່ງ ສປປ ລາວ ໄດ້ອອກລັດຖະດໍາລັດປະກາດໃຊ້ລັດຖະທໍາມະນູນໃນວັນທີ 28 ພຶດສະພາ 2003 ແລະ ນັບແຕ່ນັ້ນມາລັດຖະທໍາມະນູນດັ່ງກ່າວໄດ້ເປັນພື້ນຖານໃຫ້ແກ່ການສ້າງສາ ແລະ ປັບປຸງກົດໝາຍຂອງ ສປປ ລາວ, ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດພາລະກິດປ່ຽນແປງໃໝ່ດ້ວຍການຫັນ
ແນວທາງນະໂຍບາຍຂອງພັກເປັນກົດໝາຍ ແລະ ລະບຽບການເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍມີປະສິດທິຜົນ ແລະ ມີຄວາມສັກສິດເທື່ອລະກ້າວ, ສິດປະຊາທິປະໄຕປະຊາຊົນໄດ້ຮັບການສົ່ງເສີມໃຫ້ກວ້າງຂວາງ ແລະ ເປັນຮູບປະທໍາຫລາຍຂຶ້ນ, ອັນໄດ້ເຮັດໃຫ້ປະເທດຊາດໄດ້ຮັບການປົກປັກຮັກສາ ແລະ ພັດທະນາເປັນກ້າວໆມາ ແລະ ການປັບ ປຸງລັດຖະທໍາມະນູນໃນເທື່ອນີ້, ກໍແມ່ນການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໃນການເຮັດໃຫ້ລັດຖະທໍາມະນູນເປັນພື້ນຖານໃນການຫັນແນວທາງນະໂຍບາຍຂອງພັກເປັນກົດໝາຍໃນສະເພາະໜ້າ ແລະ ຍາວນານ ແລະ ສິ່ງສໍາຄັນລັດຖະທໍາມະນູນສະບັບປັບປຸງນີ້, ໄດ້ກໍານົດໃຫ້ສ້າງຕັ້ງສະພາປະຊາຊົນທ້ອງຖິ່ນຂັ້ນແຂວງ, ດັ່ງນັ້ນ ຈະເຮັດໃຫ້ອົງການອໍານາດລັດຢູ່ຂັ້ນທ້ອງຖິ່ນໄດ້ຮັບການປັບປຸງບູລະນະໃຫ້ເຂັ້ມແຂງ, ສາມາດຈັດຕັ້ງນໍາພາປະຊາຊົນປົກປັກຮັກສາ ແລະ ພັດທະນາທ້ອງຖິ່ນ, ຮັບປະກັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນຈະໄດ້ຮັບການເສີມຂະຫຍາຍໃຫ້ກວ້າງຂວາງ ແລະ ເລີກເຊິ່ງກວ່າເກົ່າ, ປະຊາຊົນບັນດາເຜົ່າຈະມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງລັດ, ຈະສ້າງຄວາມເຊື່ອຖືໃຫ້ແກ່ປະເທດເພື່ອນມິດໃນພາກພື້ນ ແລະ ສາກົນຕໍ່ລະບອບປະຊາ ທິປະໄຕປະຊາຊົນຂອງ ສປປ ລາວ ຂຶ້ນຕື່ມກ້າວໜຶ່ງ.
ທ່ານປະທານສະພາແຫ່ງຊາດນາງ ປານີ ຢາທໍຕູ້ ໄດ້ມີຄໍາເຫັນເນັ້ນໃຫ້ສະມາຊິກສະພາແຫ່ງຊາດມີຄໍາເຫັນຕໍ່ການຈັດວາງໂຄງປະກອບໝວດທີ່ເພີ່ມເຂົ້າໃໝ່ ແລະ ລົງເລີກເນື້ອໃນຂອງບັນດາມາດຕາທີ່ໄດ້ປັບປຸງຈໍານວນໜຶ່ງເປັນຕົ້ນ: ມາດຕາ 13 ໝວດ II ວ່າເສດຖະກິດແຫ່ງຊາດ

ຂອງ ສປປ ລາວ ແມ່ນເສດຖະກິດຕະຫລາດຕາມທິດສັງຄົມນິຍົມຊຶ່ງປະກອບດ້ວຍຫລາຍພາກ ສ່ວນເສດຖະກິດທີ່ຄົງຕົວຢ່າງຍາວນານ, ມີຄວາມສະເໝີພາບ, ທັງແຂ່ງຂັນ ແລະ ຮ່ວມມືກັນພາຍໃຕ້ກົດໝາຍ, ມາດຕາ 52 ວ່າດ້ວຍສະພາແຫ່ງຊາດເປັນອົງການສູງສຸດແຫ່ງອໍານາດລັດ, ການໃຫ້ສິດຕົກລົງຂອງລັດຖະບານໃນການໃຫ້ສັນຊາດ, ຖອນສັນຊາດ, ປະສັນຊາດ ແລະ ການໃຫ້ສັນຊາດລາວຄືນເຫັນວ່າມີຄວາມເໝາະສົມແລ້ວຫລືບໍ່ ? ລວມເຖິງເນື້ອໃນອື່ນໆທີ່ເຫັນວ່າຄວນເພີ່ມຕື່ມເພື່ອໃຫ້ລັດຖະທໍາມະນູນສະບັບປັບປຸງໃໝ່ນີ້ມີຄວາມສົມບູນຕາມຫລັກການສ້າງນິຕິກໍາ, ມີວິທະຍາສາດ, ແທດເໝາະກັບຄວາມເປັນຈິງຂອງປະເທດ, ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ແລະ ນໍາໃຊ້ໄດ້ຢ່າງຍາວນານ.

No comments:

Post a Comment