Ad

Ad

8 December 2015

ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

     
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ​ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 7 ທັນວານີ້, ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ​ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະ ທານປະເທດ ຈູມມາລີໄຊຍະສອນ, ມີບັນດາຜູ້ນຳພັກ-ລັດ, ອະດີດການນຳຂັ້ນສູງ, ສະມາຊິກສະ ພາແຫ່ງຊາດແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.

    ທ່ານນາງ ປານີ ຢາທໍ່ຕູ້ປະທານສະພາແຫ່ງຊາດ,ໄດ້ກ່າວສູນທອນພົດໄຂກອງປະຊຸມດັ່ງ ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ໄຂຂຶ້ນທ່າມກາງບັນຍາກາດທີ່ທົ່ວພັກ-ລັດແລະ ທົ່ວປວງຊົນລາວທັງຊາດ ຫາກໍສຳເລັດການສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ ດ້ວຍຄວາມເບີກບານມ່ວນຊື່ນແລະ ມີຄວາມເອກອ້າງທະນົງໃຈແລະ ພູມໃຈຕໍ່ຜົນສຳເລັດອັນໃຫຍ່ຫລວງແລະ ຮອບດ້ານໃນພາລະກິດປົກປັກຮັກສາແລະ ສ້າງ ສາພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກ ອັນ​​ໄດ້ເຮັດໃຫ້ປະເທດຊາດລາວເຮົາໄດ້ຮັບການພັດທະນາຢ່າງຕໍ່ເນື່ອງແລະ ຮອບດ້ານ. ນັບແຕ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາ​​ແຫ່ງຊາດຊຸດທີ VII ມາຮອດປັດຈຸບັນ ທົ່ວພັກ-ລັດ ແລະ ປວງຊົນລາວທັງຊາດ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໃນໄລຍະທ້າຍສະໄໝ ກໍຄືແຜນພັດທະນເສດຖະກິດ-ສັງຄົມ ປະຈຳສົກປີ 2015-2016, ຊຶ່ງເປັນປີເລີ່ມຕົ້ນແຫ່ງການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ​-ສັງຄົມແຫ່ງລັດ 5 ປີ ຄັ້ງທີ VIII ດ້ວຍຄວາມບຸກ ບືນແລະເປັນເຈົ້າການ​ ​ແລະໃນກອງປະຊຸມສະໄໝສາມັນ​​ເທື່ອນີ້ ຊຶ່ງຈະດຳເນີນໄປເປັນເວລາ 18 ວັນຂຶ້ນ, ​ໂດຍຈະໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາແລະ ຕົກລົງບັນຫາສຳຄັນຈຳນວນໜຶ່ງເຊັ່ນ: 1.) ພິຈາລະນາ, ຮັບຮອງເອົາລັດຖະທຳມະນູນສະບັບປັບປຸງເຊິ່ງເປັນກົດໝາຍພື້ນຖານຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; 2.) ພິຈາລະນາ, ຮັບຮອງເອົາກົດໝາຍ ຈຳນວນ 11 ສະບັບຄື: ກົດໝາຍສ້າງໃໝ່ ຈຳນວນ 4 ສະບັບ​​ຄື: ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ກົດໝາຍວ່າດ້ວຍການປ້ອງກັນຊາ, ກົດໝາຍວ່າດ້ວຍພະນັກງານ-ລັດຖະ ກອນແລະ ກົດໝາຍປັບປຸງຈຳນວນ 7 ສະບັບຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ກົດໝາຍວ່າດ້ວຍສ່ວຍສາອາກອນ ແລະ ກົດ ໝາຍວ່າດ້ວຍການລົງທຶນຂອງລັດ; 3.) ພິຈາລະນາ, ຮັບຮອງເອົາບົດລາຍງານຜົນການ ກວດສອບ ສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳສົກປີ 2013-2014; 4.) ພິຈາລະນາ, ຮັບຮອງບົດສະຫລຸບການເຄື່ອນໄຫວວຽກງານ 5 ປີ ຂອງສະພາແຫ່ງຊາດຊຸດທີ VII ແລະ ປະກອບຄຳເຫັນຕໍ່ຮ່າງວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາລະບົບສະພາແຕ່ປີ 2016-2025 ແລະ ທິດທາງການເຄື່ອນ ໄຫວວຽກງານ 5 ປີຂອງສະພາແຫ່ງຊາດຊຸດທີ VII; 5.) ຮັບຟັງການລາຍງານຂອງຄະນະ ປະຈຳສະພາແຫ່ງຊາດ ກ່ຽວກັບການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ; 6.) ຮັບຟັງການລາຍງານຂອງລັດຖະ ບານກ່ຽວກັບໂຄງການດາວທຽມ ແລະ ແຜນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ; 7.) ຮັບຟັງການລາຍງານ ແລະ ປະກອບຄຳເຫັນຕໍ່ຮ່າງວິໄສທັດຮອດປີ 2030, ຍຸດທະສາດ ໄລຍະ 10 ປີ (2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5ປີ ຄັ້ງທີ VII (2016-2020); 8.) ຮັບຟັງການລາຍງານຂອງ 4 ກະຊວງ, ອົງການທີ່ກ່ຽວຂ້ອງກ່ຽວກັບ ການວາງນະໂຍບາຍເສດຖະກິດ-ການເງິນ-ເງິນຕາ ເພື່ອຊຸກຍູ້ການຜະລິດທຸລະກິດ ກໍຄື ການເຊື່ອມໂຍງເສດຖະກິດອາຊຽນ ໃນທ້າຍປີ 2015, ການແກ້ໄຂປາກົດການຫຍໍ້ທໍ້ໃນ ສັງຄົມເພື່ອສ້າງບາດກ້າວບຸກທະລຸຢ່າງຕັ້ງໜ້າ ແລະ ໜັກແໜ້ນໃນປີທຳອິດ ແຫ່ງການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ໃນໄລຍະ ໃໝ່ ແລະ ນອກຈາກນີ້ ຍັງໄດ້ຮັບຟັງການລາຍງານຂອງລັດຖະບານກ່ຽວກັບຜົນຂອງການເຮັດທົດ ລອງວຽກງານ 3 ສ້າງນຳອີກ.

No comments:

Post a Comment