Ad

Ad

8 December 2015

ພິທີ​ຊາ​ປະ​ນາ​ກິດ​ສົບພະອາຈານ​ໃຫຍ່ມະຫາ​ຜ່ອງສະມາເລີກຈະມີຂຶ້ນໃນວັນທີ 20 ທັນວານີ້

ຄະນະຮັບຜິດຊອບຈັດພິທີຊາປະນະກິດສົບພະອາຈານໃຫຍ່ມະຫາຜ່ອງສະມາເລີກອະດິດປະທານສູນກາງອົງການພຸດທະສາດສະໜາສໍາພັນລາວ (ອພສ) ໃຫ້ຮູ້ວ່າ: ພິທີດັ່ງກ່າວຈະຈັດຂຶ້ນໃນວັນທີ 20 ທັນວາທີ່ຈະເຖິງນີ້ທີ່ເດີນທາດຫລວງ, ຊຶ່ງນັບແຕ່ເວລາ 13:00 ໂມງຈະເລີ່ມເຄື່ອນສົບຈາກວັດອົງຕື້ມະຫາວິຫານໄປເດີນທາດຫລວງ ແລະ ເວລາປະມານ 20:00 ໂມງແມ່ນພິທີວາງເພີງເຢັນ.

ຄະນະຮັບຜິດຊອບດັ່ງກ່າວໃຫ້ຮູ້ວ່າ: ນັບແຕ່ພະອາຈານໃຫຍ່ມະຫາຜ່ອງສະມາເລີກ,ໄດ້ລະສັງຂານໃນວັນທີ 7 ຕຸລາ 2015 ກໍໄດ້ມີບັນດາອອກຕົນຍາດ​​ໂຍມທົ່ວສາລະທິດທັງພາຍໃນແລະ ຕ່າງປະເທດຫລັ່ງໄຫລເຂົ້າກາບສັກກາຣະສາຣິຣະສັງຂານພະອາຈານໃຫຍ່ຢູ່ວັດອົງຕື້ມະຫາວິຫານ, ເພື່ອສະແດງ
ຄວາມເຄົາລົບບູຊາ, ຄວາມກະຕັນຍູກະຕະເວທີ, ຮູ້ບຸນຄຸນແລະຄຸນງາມຄວາມດີຂອງພະອາຈານໃຫຍ່, ໂດຍມີພິທີບຳເພັນກຸສົນຢ່າງຕໍ່ເນື່ອງ, ມີການເຮັດບຸນປະຈຳວັນເປັນຕົ້ນແມ່ນໃສ່ບາດຖວາຍສັງຂະທານ​,​ ສູດພຣະອະພິທັມ, ຖວາຍພັດຕາຫານເພນແລະ ຮັບຕ້ອນການເຂົ້າສັກກາຣະສາຣິຣະສັງຂານຈາກຄະນະພະສົງແລະ ອອກຕົນຍາດ​​ໂຍມ, ສູດພຣະອະພິທັມ, ຟັງເທສະໜາ, ຄາຣາວະຮັບພອນ, ກິດຈະກຳສົນທະນາທັມແລະ ອື່ນໆຕາມປະເພນີ.

No comments:

Post a Comment