Ad

Ad

24 April 2014

ເມືອງສີສັດຕະນາກ ປະຊຸມແຜນສະກັດກັ້ນສະພາບລັກຊັບພົນລະເມືອງ



    ເມືອງສີສັດຕະນາກ ເປີດປະຊຸມຫາລືວຽກງານແກ້ໄຂບັນຫາປາກົດການຫຍໍ້ທໍ້ພາຍຫຼັງອາທິດຜ່ານມາເຫັນວ່າສະພາບ ຄວາມບໍ່ສະຫງົບໃນພື້ນທີ່ເກີດຂື້ນໃນ ເມືອງຂອງຕົນແມ່ນພົ້ນເດັ່ນກວ່າບັນດາຕົວເມືອງອື່ນໆເປັນຕົ້ນແມ່ນສະພາບລັກຊັບ ເຮັດໃຫ້ເຈົ້າໜ້າທີ່ຕ້ອງດຳເນີນການປະຊຸມຫາລືເພື່ອສະກັດກັ້ນ ແລະ ແກ້ໄຂສະພາບດັ່ງກ່າວໃຫ້ສັງຄົມມີຄວາມສະຫງົບ.
         ທ່ານ ພັນໂທ ທອງສະຫວັດ ແສນສຸຫວາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ກ່າວວ່າ: ປັດ ຈຸບັນສະພາບຫຍໍ້ທໍ້ເກີດຂຶ້ນສ່ວນໃຫຍ່ແມ່ນບັນຫາລັກຊັບ, ປຸ້ນຈີ້-ຊີງຊັບໂດຍມີສາເຫດມາຈາກບັນຫາຢາເສບຕິດ ແລະ ໄພ ສັງຄົມເຖິງວ່າຜ່ານມາເມືອງກໍໄດ້ສຸມໃສ່ຮັກສາຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມໂດຍໄດ້ເພີ່ມທະວີການ ກວດກາຂອງເຈົ້າໜ້າທີ່, ຂຶ້ນບັນຊີເປົ້າໝາຍຜູ້ເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ແລະ ສາມາດຈັບຕົວຜູ້ກະທຳຜິດມາດຳເນີນຄະດີ ໄດ້ຫຼາຍລາຍ, ຫຼາຍກຸ່ມແກ້ງ, ແຕ່ ພາຍຫຼັງຕົ້ນປີມານີ້ ເຫັນວ່າປາກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງຕົນສ່ວນຫຼາຍແມ່ນ ບັນຫາລັກຊັບໂດຍສະເພາະລັກລົດຈັກ, ງັດຕູ້ເຊັບ ແລະ ອື່ນໆ, ສະນັ້ນ ໃນກອງປະຊຸມສ່ອງແສງກອງບັນຊາການ ປກສ ນະ
ຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້ ຈຶ່ງໄດ້ວາງມາດຕະການສະກັດກັ້ນໂດຍເນັ້ນໃຫ້ກຳລັງເຈົ້າໜ້າທີ່ ປກສ ບ້ານ ແລະ ກຸ່ມ ບ້ານເພີ່ມທະວີກວດກາພື້ນທີ່ຈຸດຫຼໍ່ແຫຼມ, ພ້ອມທັງສົ່ງກຳລັງເຈົ້າໜ້າທີ່ຈາກເມືອງລົງສົມທົບແກ້ໄຂ ແລະ ຂຶ້ນບັນຊີເປົ້າໝາຍ ເພື່ອຈະດຳເນີນການຕິດຕາມຜູ້ກະທຳຜິດມາດຳເນີນຄະດີ.
               ທ່ານ ຮອງຫົວໜ້າກອງບັນ ຊາການ ປກສ ເມືອງສີສັດຕະ ນາກ ໃຫ້ຮູ້ວ່າ: ໃນ 3 ປີຜ່ານມາ ຢູ່ເມືອງຈອງ ຕົນມີ ຄະດີເກີດຂຶ້ນ 992 ເລື່ອງ, ເຈົ້າໜ້າທີ່ສາມາດ ມ້າງໄດ້ 709 ເລື່ອງ ຫຼື 71% ກັກ ຕົວຜູ້ກະທຳຜິດມາດຳເນີນຄະດີ ໄດ້ 800 ກ່ວາຄົນ, ໃນນີ້ ເປັນກຸ່ມ ແກ້ງ 284 ກຸ່ມ, ກຸ່ມປຸ້ນຈີ້ 13 ກຸ່ມ ມີ 32 ຄົນ, ກຸ່ມຊີງຊັບ 45 ກຸ່ມ ມີ 91 ຄົນ, ກຸ່ມລັກຊັບ 226 ກຸ່ມ ມີ 341 ຄົນ, ພົ້ນເດັ່ນໃນການປາບ ປາມແມ່ນແກ້ງຂອງທ້າວດາວ ວອນ ຫຼື ຕູ່( ແກ້ງ 18 ຝົນ ) ພ້ອມ ພັກພວກ 13 ຄົນ ເຄື່ອນໄຫວກະທຳຜິດປຸ້ນຊັບ, ຊີງຊັບມາແລ້ວ 37 ຄັ້ງ, ແກ້ງຂອງ ທ້າວ ວິໄຊ ຫຼື ດອນ ພ້ອມພັກພວກ 7 ຄົນ ເຄື່ອນໄຫວ ກະທຳຜິດປຸ້ນຊັບ, ຊີງຊັບມາແລ້ວ 26 ຄັ້ງ, ແກ້ງຂອງ ທ້າວ ສະລາຕັນ ພ້ອມພັກພວກ 13 ຄົນ ເຄື່ອນໄຫວລັກລົດຈັກ ມາ ແລ້ວ 23 ຄັ້ງ.

No comments:

Post a Comment