Ad

Ad

24 April 2014

ເກີດອຸປະຕິເຫດລົດຈັກຕຳຂອບທາງໂພນຕ້ອງ-ສະຫວ່າງ ຜູ້ຂັບເສຍຊີວິດຄາທີ່



       ຕອນເຊົ້າວັນທີ 23 ເມສານີ້ ໄດ້ເກີດອຸປະຕິເຫດລົດຈັກ CBR ໝາຍເລກ ທະບຽນ 4333 ກຳແພງນະຄອນ ເກີດອຸປະຕິເຫດຕຳເອົາຂອບທາງເສັ້ນໂພນ ຕ້ອງ-ສະຫວ່າງຢ່າງຮຸນແຮງເຮັດໃຫ້ຜູ້ຂັບຂີ່ຝົ້ງອອກຈາກລົດກ່ອນຈະໄປຕຳເອົາ ກັບປ້າຍວົງວຽນເທີງທາງຍ່າງເສຍຊີວິດຄາທີ່ຊຶ່ງສາເຫດຂອງການເກີດອຸປະຕິເຫດ ທາງເຈົ້າໜ້າທີ່ຍັງສືບສວນ-ສອບສວນ.
           ເຈົ້າໜ້າທີ່ຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນອາທິດຜ່ານ ມານີ້ ຢູ່ນະຄອນ ຫຼວງວຽງຈັນມີອຸປະຕິເຫດ ເກີດຂຶ້ນ 26 ກໍລະນີ ສົ່ງຜົນໃຫ້ມີຜູ້ ເສຍຊີວິດ 3 ຄົນ ຄື: ໃນວັນທີ 15 ເມສາຢູ່ເຂດບ້ານໜອງໜ່ຽງ ເມືອງໄຊທານີ ນະຄອນ ຫຼວງວຽງຈັນໄດ້ເກີດອຸປະຕິເຫດລົດ ຈັກຕຳຄົນຍ່າງແຄມທາງເສຍຊີວິດຄາທີ່, ໃນວັນທີ 16 ເມສາຢູ່ ເສັ້ນທາງ 13 ເໜືອ ເຂດ ບ້ານທົ່ງປົ່ງໄດ້ເກີດອຸປະຕິເຫດລົດ ໃຫຍ່ຕຳລົດຈັກເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່, ປັດຈຸບັນ ຜູ້ຂັບລົດໃຫຍ່ເອົາຕົວຫຼົບ ໜີຊຶ່ງ ເຈົ້າໜ້າທີ່ກຳລັງຕິດຕາມ ຕົວມາດຳເນີນຄະດີ ແລະ ວັນທີ 20 ເມສານີ້ຢູ່ເຂດບ້ານໂພນຄຳ ເມືອງ ສີໂຄດຕະບອງ ນະ ຄອນຫຼວງວຽງຈັນ ໄດ້ເກີດອຸ ປຕະເຫດລົດຈັກຕຳຄົນຍ່າງເສຍຊີວິດຄາທີ່, ເຈົ້າໜ້າທີ່ໃຫ້ທັດສະນະ ວ່າ: ສາເຫດສ່ວນໃຫຍ່ທີ່ ພາໃຫ້ເກີດອຸປະຕິເຫດ ແມ່ນຍ້ອນຂັບຂີ່ລົດໄວ, ດື່ມສິ່ງມຶນເມົາ ແລະ ແຊງບໍ່ຮັບປະກັນ.

No comments:

Post a Comment