Ad

Ad

24 April 2014

ກະສິກຳ-ປ່າໄມ້ສຸມໃສ່ປົກປັກຮັກສາ ແລະ ຄຸ້ມຄອງປ່າໄມ້



     ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ ວ່າ: ເພື່ອຮັບປະກັນໃຫ້ແກ່ການປູກໄມ້ປີນີ້ບັນລຸຜົນຕາມແຜນການທີ່ວາງໄວ້ຂະ ແໜງ ການຂອງຕົນກໍໄດ້ອອກແຮງເຮັດວຽກງານໂຄສະນາເຜີຍແຜ່ແຈ້ງ ການສະບັບເລກທີ່ 0015/ກປ, ລົງວັນທີ 10 ມີນາ 2014  ກ່ຽວກັບການປະຕິບັດແຜນການປູກໄມ້ ແລະ ຟື້ນຟູ່ປ່າທຳມະຊາດ ປະຈຳສົກປີ 2013-2014 ໃຫ້ ທ້ອງຖິ່ນຕ່າງໆ ຈັດຕັ້ງປະ ຕິບັດ, ພ້ອມທັງໄດ້ຕິດຕາມ ແລະ ຄຸ້ມ ຄອງການສຳຫຼວດ-ຈັດສັນປ່າ ຜະລິດເຂດລ້ອງຄານ, ລ້ອງຄາວ ເມືອງພູກູດ ໃນເນື້ອທີ່ 33.341 ເຮັກຕາ ແລະ ສຳຫຼວດປ່າຜະ ລິດນ້ຳໂມ້ເມືອງໝອກ, ແຂວງ ຊຽງຂວາງໃນເນື້ອທີ່ 35.312 ເຮັກຕາ, ສຳເລັດການຈັ ດສັນເຂດຄຸ້ມຄອງຍ່ອຍທົ່ງພ້າວໃນ ເນື້ອທີ່ 16.858 ເຮັກຕາ, ເຂດຄຸ້ມ ຄອງຍອຍຊ້າງຄຳໃນເນື້ອທີ່ 15.907 ເຮັກຕາ ແລະ ເຂດຄຸ້ມ ຄອງຍ່ອຍສະເຫຼີຍໃນເນື້ອທີ່ 11.986 ເຮັດຕາຢູ່ເຂດປ່າຜະລິດ ເມືອງຊຳເໜືອແຂວງຫົວພັນ, ສຳເລັດ ການຈັດຕັ້ງ ປະຕິບັດ ແຜນການກຳນົດເຂດຟື້ນຟູປ່າ ໄມ້, ການຂຸດຄົ້ນໄມ້ ແລະ ການ ເກັບເຄື່ອງປ່າຂອງດົງໃນ 6 ເດືອນຕົ້ນປີ ແລະ ສືບຕໍ່ຈັດພະນັກງານວິຊາການລົງສົມທັບກັບທ້ອງຖິ່ນຊຸກຍູ້ການເກັບແກ່ນກ້າ ໄມ້ເພື່ອຮອງຮັບແຜນການປູກໄມ້ໃນລະ
ດູຝົນ ທີ່ຈະມາເຖິງນີ້. ຢ່າງໃດກໍຕາມເຖິງແມ່ນວ່າຈະມີການຈັດສັນ, ປົກປັກຮັກສາ ແລະ ຄຸ້ມຄອງປະໄມ້ຢ່າງເຂັ້ມງວດແຕ່ ກໍຍັງມີການບຸກລຸກປ່າ ແລະ ລັກລອບຕັດໄມ້ທຳລາຍປ່າຢູ່ຕະຫຼອດເຮັດໃຫ້ຊັບພະຍາກອນປ່າໄມ້ຂອງປະເທດເຮົານັບ ມື້ຫຼຸດ ໜ້ອຍຖອຍລົງ ແລະ ສ່ຽງຕໍ່ກັບການເກີດໄພທຳມະຊາດ, ດັ່ງນັ້ນທຸກຄົນຕ້ອງເປັນຫູເປັນຕາສອດສ່ອງດູແລຊ່ວຍກັນເພື່ອ ກຳຈັດພວກລັກລອບຕັດໄມ້ທຳລາຍປ່າໃຫ້ໝົດໄປ ແລະ ຈົ່ງພ້ອມກັນປູກຕົ້ນໄມ້ທົດແທນປ່າທີ່ເສຍໄປ.

No comments:

Post a Comment