Ad

Ad

23 April 2014

ກະຊວງແຜນການເຜີຍ 6 ເດືອນ​ສົກປີນີ້ເສດຖະກິດຂອງລາວຂະຫຍາຍຕົວຢູ່ໃນລະດັບໜ້າພໍໃຈ



     ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນ ສົກປີ 2013-2014 ດຳເນີນໄປດ້ວຍຜົນ ສຳເລັດຫລາຍດ້ານ, ລວມຍອດ ຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວຢູ່ໃນ ລະດັບໜ້າພໍໃຈຄື 7,6%, ສ່ວນແຜນການຄາດໝາຍສູ້ຊົນໝົດປີບໍ່ໃຫ້ຫລຸດ 8,3%, ສາມາດສ້າງມູນຄ່າເພີ່ມ ໃນລາຄາປັດຈຸ ບັນໄດ້ປະມານ 91.587 ຕື້ກີບ ຫລື ປະມານ 11,46 ຕື້ໂດລາສະຫະລັດ, ສະ ເລ່ຍບັນລຸໄດ້ 13,5 ລ້ານກີບ ຫລື 1.692 ໂດ ລາສະຫະລັດ/ຄົນ/ ປີ. ຂະນະທີ່ອັດຕາເງິນເຟີ້ສະເລ່ຍຢູ່ ໃນລະດັບ 6,27%, ທຽບໃສໄລ ຍະດຽວກັນຂອງປີຜ່ານມາມີທ່າ ອ່ຽງ ເພີ່ມຂຶ້ນ, ຍ້ອນໝວດສີນຄ້າສະບຽງອາຫານ, ເຄື່ອງດື່ມ, ຮ້ານອາຫານ, ໂຮງແຮມ ແລະ ໝວດເຄື່ອງນຸ່ງມີການເໜັງຕິງ ຂຶ້ນ.
     ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານ ຕໍ່ກອງປະຊຸມລັດຖະບານ ສົກປີ 2013-2014 ໃນວັນທີ 22 ເມສາ ນີ້, ໂດຍໄດ້ຊີ້ໃຫ້ເຫັນມູນຄ່າ ການນຳເຂົ້າ-ສົ່ງອອກສິນຄ້າໃນ 6 ເດືອນຜ່ານມາປະຕິ ບັດໄດ້ປ ະມານ 3.065 ລ້ານກວ່າໂດລາ ສະຫະລັດ, ເພີ່ມຂຶ້ນ 50,17%, ໃນ ນີ້ມູນຄ່າການສົ່ງອອກບັນລຸປະ ມານ 1.101 ລ້ານກວ່າໂດລາສະ ຫະລັດ. ສິນຄ້າສົ່ງອອກຕົ້ນຕໍ ແມ່ນພະລັງງານໄຟຟ້າ, ຜະລິດ ຕະພັນແຮ່ທາດ, ເຄື່ອງຕັດຫຍິບ, ຜະ
ລິດຕະ ພັນໄມ້ກະສິກຳ ແລະ ອື່ນໆ. ສ່ວນການນຳເຂົ້າບັນລຸ ເກືອບ 2.000 ລ້ານໂດລາສະຫະ ລັດ, ຄາດຄະເນດຸນການຄ້າ ຫລາຍ ກວ່າ 800 ລ້ານໂດລາສະ ຫະລັດຊຶ່ງເຫັນວ່າເພີ່ມຂຶ້ນສູງສົມຄວນເມື່ອທຽບໃສ່ໄລຍະດຽວ ຂອງປີຜ່ານມາ. 6 ເດືອນ ຜ່ານ ມາສາມາດປະຕິບັດການລົງທຶນຂອງລັດທັງໝົດ 2.469 ໂຄງ ການ, ມູນຄ່າ 2.333 ຕື້ກວ່າກີບ ເທົ່າກັບ 31% ຂອງແຜນ ການປີ, ໃນນັ້ນທຶນພາຍໃນ 1.385 ຕື້ກວ່າກີບ.
       ທ່ານລັດຖະມົນຕີວ່າການ ກະຊວງແຜນການ ແລະ ການ ລົງທຶນໃຫ້ຮູ້ວ່າ: ເຖິງວ່າສະພາບ ເສດຖະກິດຂອງພາກພື້ນ ແລະ ສາກົນມີຄວາມຫຍຸ້ງຍາກກໍຕາມ,ແຕ່ບັນດາຄູ່ຮ່ວມພັດທະນາຍັງ ໃຫ້ການສະໜັບສະໜູນແຜນທະນາເສດ ຖະກິດ-ສັງ ຄົມຂອງປະ ເທດເຮົາຢ່າງປົກກະຕິ. 6 ເດືອນ ຜ່ານມາສາມາດປະຕິບັດທັງໝົດ 767 ໂຄງການ, ມູນຄ່າ 415 ລ້ານກວ່າ ໂດ ລາສະຫະລັດ ຫລື 3.324 ຕື້ກວ່າກີບ, ໃນນີ້ໂຄງການຊ່ວຍ ເຫລືອລ້າ 624 ໂຄງການ, ກູ້ຢືມ 57 ໂຄງການ ແລະ ໂຄງ ການສົ່ງເສີມດ້ານວິຊາການ 82 ໂຄງ ການ.
   ສ່ວນສະພາບການລົງທຶນໃນ 6 ເດືອນຜ່ານມາສາມາດດຶງດູດ ການລົງທຶນພາກເອກກະຊົນທັງພາຍໃນ ແລະ ຕ່າງປະເທດ 713 ໂຄງການ, ມູນຄ່າ 3.060 ລ້ານໂດລາສະຫະລັດ ຫລື 24.458 ຕື້ກີບ, ໃນນີ້ຂະແໜງທີ່ມູນຄ່າ ຫລາຍກວ່າໝູ່ແມ່ນ ການບໍລິການ, ຮອງລົງມາແມ່ນຂະແໜງພະລັງງານ ແລະ ບໍ່ແຮ່.
      ນອກຈາກນີ້, ສະພາບການແກ້ໄຂໜີ້ສິນການລົງທຶນຂອງ ລັດຊຶ່ງປັດຈຸບັນແມ່ນໜັກໜ່ວງ ຖ້າບໍ່ໄດ້ຮັບການແກ້ໄຂຮີບ ດ່ວນຈະສົ່ງຜົນກະທົບຕໍ່ນະໂຍບາຍ ການເງິນ-ການທະນາຄານ, ສ່ວນຜົນສຳເລັດຂອງການປະຕິບັດບາງວຽກງານຈຸດສຸມກໍຄື ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບວຽກທົດລອງ 3 ສ້າງ; ການພັດທະນາຂົງເຂດການ ຜະລິດກະສິກຳໂດຍປີ 2013 ມີເນື້ອທີ່ປັກດຳ 682.205 ເຮັກຕາ, ໄດ້ຜົນຜະລິດ 2,87 ລ້ານໂຕນ ແລະ ນາແຊງໃນເນື້ອ ທີ່ອີກຈຳນວນ ໜຶ່ງ. ການພັດທະນາພື້ນຖານໂຄງລ່າງສຳເລັດຫລາຍໂຄງການ, ການພັດທະນາຂົງເຂດວັດທະນະທຳ-ສັງຄົມ ແລະ ສິ່ງ ແວດລ້ອມ, ຕະຫລອດເຖິງການພັດທະນາຕາມເຂດແຄ້ວນ, ພາກ ເໜືອ,ພາກກາງ ແລະ ພາກໃຕ້ມີຜົນ ສຳເລັດ ເປັນກ້າວໆອັນ ໄດ້ຊ່ວຍໃຫ້ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ດີຂຶ້ນເປັນລຳດັບ.

No comments:

Post a Comment