ກົມມັດທະຍົມສຶກສາ ກະ ຊວງສຶກສາທິການ ແລະ ກິລາ
ໄດ້ຈັດສອບເສັງ ນັກຮຽນເກັ່ງຊັ້ນ ມັດທະຍົມຕົ້ນ-ປາຍ ຂັ້ນ ມ.4 ແລະ ມ.7 ປະຈຳສົກປີ 2013-
2014 ໃນວັນທີ 22 ເມສານີ້ ຢູ່ມະ ຫາວິທະຍາໄລແຫ່ງຊາດ ນະ ຄອນຫລວງວຽງ ຈັນ ໂດຍການ ເຂົ້າຮ່ວມຂອງທ່ານ
ລີຕູ ບົວປາວ ລັດຖະມົນຕີຊ່ວຍວ່າການກະ ຊວງສຶກສາທິການ ແລະ ກິລາ.
ທ່ານ ດຣ. ນາງ ສີສຸກ ວົງວິ ຈິດ ຮັກສາການຫົວໜ້າກົມມັດ
ທະຍົມສຶກສາ ກ່າວວ່າ: ການ ສອບເສັງນັກຮຽນເກັ່ງທົ່ວປະ ເທດຄັ້ງນີ້ ແມ່ນເພື່ອສ້າງໂອກາດ ໃຫ້ນັກຮຽນໄດ້ສະແດງອອກ
ທາງດ້ານຄວາມຮູ້, ຄວາມສາ ມາດ, ພອນສະຫວັນ ແລະ ຫົວ ຄິດປະດິດສ້າງຂອງຕົນ, ຍ້ອງຍໍ ຄູສອນ,
ນັກຮຽນເກັ່ງ ແລະ ເປີດ ໂອກາດໃຫ້ຜູ້ທີ່ສອບເສັງໄດ້ທີ 1, 2 ແລະ 3 ຂອງແຕ່ລະ ວິຊາໄດ້ຮັບ ທຶນການສຶກສາ
ເພື່ອຮຽນຕໍ່ໃນວິ ຊາທີ່ຕົນມີຄວາມສາມາດ ຫລື ຕົນເອງມັກ, ເປັນການວັດແທກ ແລະ ຕີລາຄາ
ຜົນສຳເລັດດ້ານ
ການສິດສອນ-ຮ່ຳຮຽນຂອງຄູ ແລະ ນັກຮຽນ ເພື່ອຄັດເລືອກ ແລະ ສົ່ງເສີມນັກຮຽນເກັ່ງທີ່ມີ ພອນສະຫວັນ
ໃນແຕ່ລະວິຊາເປັນ ຕົວແທນຂອງຊາດເຂົ້າຮ່ວມການ ແຂ່ງຂັນລະດັບພາກພື້ນ ແລະ ສາ ກົນ, ສ້າງໂອກາດໃຫ້ຄູນຳພາ
ແລະ ນັກສອບເສັງໄດ້ແລກປ່ຽນ ແລະ ຖອດຖອນບົດຮຽນຮ່ວມ ກັນ ທັງເປັນການສົ່ງເສີມ ແລະ ຊຸກຍູ້ຂະບວນການຮຽນ-ການ
ສອນຢູ່ໂຮງຮຽນຊັ້ນມັດທະຍົມ ສຶກສາທົ່ວປະເທດໃຫ້ມີບັນຍາ ກາດຟົດຟື້ນ ແລະ ເປັນຂະບວນ ແຂ່ງຂັນກັນທາງດ້ານ
ການຮຽນ- ການສອນ. ສຳລັບການສອບເສັງ ນັກຮຽນເກັ່ງໃນສົກປີ 2013- 2014 ນີ້ ປະກອບມີ 4 ວິຊາ
ຄືວິ ຊາຄະນິດ ສາດ, ພາສາລາວ-ວັນ ນະຄະດີ, ຟີຊິກສາດ ແລະ ເຄມີ ສາດ, ມີນັກສອບເສັງທັງໝົດ
148 ຄົນ, ຍິງ 56 ຄົນ ທີ່ຜ່ານການ ສອບ ເສັງຄັດເລືອກຈາກນະຄອນຫຼວງ ແລະ ບັນດາແຂວງໃນທົ່ວປະ
ເທດ. ສຳລັບນັກຮຽນຜູ້ທີ່ເສັງໄດ້ ທີ 1, 2 ແລະ 3 ຂອງແຕ່ລະ ວິຊາ ທັງ ມ.4 ແລະ ມ.7 ຈະໄດ້ຮັບທຶນ
ການສຶກສາຈາກລັດຖະບານ ຄືທີ 1 ໄດ້ 5 ລ້ານກີບ, ທີ 2 ໄດ້ 4 ລ້ານ ກີບ ແລະ ທີ 3 ໄດ້ 2 ລ້ານກີບ.
ນອກນັ້ນ ບໍລິສັດເບຍລາວຍັງໃຫ້ ການສະໜັບສະໜູນຕື່ມອີກ ຄືທີ 1 ໄດ້ 3 ລ້ານກີບ, ທີ 2 ໄດ້
2 ລ້ານ ກີບ ແລະ ທີ 3 ໄດ້ 1 ລ້ານກີບ. ນອກນີ້ ຍັງຈະໄດ້ເຂົ້າຮຽນມະຫາ ວິທະຍາໄລພາຍໃນປະເທດຕາມ
ວິຊາທີ່ຕົນເອງມັກ ໂດຍ ບໍ່ໄດ້ ສອບເສັງຕື່ມອີກ. ນອກຈາກການ ສອບເສັງ 4 ວິຊາແລ້ວ ຍັງຈັດໃຫ້
ມີການສອບເສັງແຂ່ງຂັນຖາມ- ຕອບວິທະຍາ ສາດ ແລະ ຄວາມຮູ້ ຮອບຕົວອີກເປັນເວລາ 1 ວັນ ເພື່ອຊີງເອົາລາງວັນ
ເຊິ່ງລາງ ວັນທີ 1 ໄດ້ຮັບເງິນ 3 ລ້ານກີບ, ທີ 2 ໄດ້ 2 ລ້ານ ກີບ ແລະ ທີ 3 ໄດ້ 1 ລ້ານກີບ.
ບັນດານັກຮຽນທີ່ເຂົ້າ ຮ່ວມການສອບເສັງນັກຮຽນເກັ່ງ ໃນສົກຮຽນນີ້ຍັງຈະໄດ້ໄປທັດສະ ນະສຶກສາຕາມສະຖານທີ່ປະ
ຫວັດສາດ ແລະ ມູນເຊື້ອວັດທະ ນະທຳຢູ່ນະຄອນຫລວງວຽງຈັນ, ສ່ວນພິທີສະຫລຸບ ແລະ ການປະ ກາດຜົນການສອບເສັງ
ແມ່ນຈະ ຈັດຂຶ້ນໃນວັນທີ 25 ເມສານີ້ ຢູ່ສະ ໂມສອນມະຫາວິທະຍາໄລແຫ່ງ ຊາດ.
ທ່ານ ດຣ. ນາງ ສີສຸກ ວົງວິ ຈິດ ໃຫ້ຮູ້ວ່າ: ການສອບເສັງນັກ
ຮຽນເກັ່ງຂັ້ນ ມ.7 ໃນປີນີ້ ແມ່ນ ຕ່າງຈາກປີຜ່ານມາ ເຊິ່ງ ໃນປີ ຜ່ານມາແມ່ນໄດ້ຈັດເປັນສອງ
ສາຍຄືສາຍນັກຮຽນທົ່ວໄປ ແລະ ສາຍນັກຮຽນໂຮງຮຽນຫ້ອງ ພອນສະຫວັນ, ແຕ່ສຳ ລັບປີນີ້ ແມ່ນໄດ້ຈັດເປັນສາຍດຽວເອກະ
ພາບ, ດ້ານວິຊາການມີການພັດ ທະນາຂຶ້ນອີກລະດັບໜຶ່ງ ເພື່ອຍັບ ມໍ່ເຂົ້າສູ່ມາດຕະ ຖານສາກົນເທື່ອ
ລະກ້າວ ໂດຍໄດ້ເຊີນຄູສອນຕົວ ຈິງ ແລະ ວິຊາການທີ່ມີປະສົບ ການມາອອກຂໍ້ສອບເສັງ ເພື່ອ ສ້າງເປັນຄັງ
ຂໍ້ສອບສຳລັບນັກ ຮຽນເກັ່ງໃນ 4 ວິຊາໄດ້ຈຳນວນ ໜຶ່ງ ເພື່ອເປັນຂໍ້ມູນໃນການຄັດ ເລືອກຂໍ້ສອບເສັງໃນຄັ້ງນີ້.
ພິເສດ ປີນີ້ເປັນ ປີທຳອິດທີ່ໄດ້ປະກາດໃຊ້ ຫລັກການຄຸ້ມຄອງໂຮງຮຽນມັດ ທະຍົມສຶກສາ ໂດຍສະເພາະການປະຕິບັດຂໍ້ຕົກລົງຂອງລັດຖະ
ມົນ ຕີວ່າດ້ວຍການປະຕິບັດນະໂຍ ບາຍຕໍ່ຄູສອນ ແລະ ນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ສະບັບເລກ
ທີ 2058/ສສກ. ມຍ, ລົງວັນທີ 11 ມິຖຸນາ 2013.
No comments:
Post a Comment