ພິທີລົງນາມຂາຍປະກັນໄພການເດີນທາງຜ່ານການບິນ
ຂອງບໍລິສັດ ອາລີອັນປະກັນໄພລາວ ໄດ້ມີຂຶ້ນໃນວັນທີ 22 ເມສານີ້ ຢູ່ສຳນັກງານລັດວິສາຫະກິດການ ບິນລາວ
ໃນນະຄອນຫລວງວຽງຈັນ ລະຫວ່າງທ່ານ ດຣ. ສົມພອນ ດວງດາລາ ອຳນວຍການລັດວິສາຫະກິດການບິນລາວ
ແລະ ທ່ານ ກີອາໂປວີ ອຳ ນວຍການບໍລິສັດອາລີອັນປະກັນໄພລາວ.
ທ່ານອຳນວຍການລັດວິສາຫະກິດການບິນລາວ
ກ່າວວ່າ: ຜ່ານໄລຍະເວລາ 25 ປີ ທີ່ລັດວິສາຫະກິດການບິນລາວໄດ້ສຸມໃສ່ການປັບປຸງພັດທະນາຄຸນນະ
ພາບການບໍລິການຢ່າງຮອບ ດ້ານ ໂດຍສະເພາະວຽກງານການຂາຍ ເພື່ອແນໃສ່ສ້າງຄວາມສະດວກສະບາຍແກ່ລູກຄ້າເຂົ້າເຖິງໄດ້ກວ້າງຂາງ.
ດັ່ງ ນັ້ນ ເລີ່ມແຕ່ປີ 2006 ເປັນຕົ້ນມາ ໄດ້ມີການນຳໃຊ້ລະບົບການຂາຍປີ້-ຈອງບ່ອນແບບອອນລາຍຜ່ານອິນເຕີເນັດ
ແລະ ເວບໄຊຂອງລັດວິສາຫະກິດ
ການບິນລາວ ແລະ ມີຜົນສຳເລັດດີຂຶ້ນ ແລະ ອີງໃສ່ວິໄສທັດການພັດທະ
ນາໃຫ້ກ້າວໄປອີກບາດກ້າວໜຶ່ງ ການບິນລາວຈຶ່ງໄດ້ຮ່ວມມືກັບບໍ ລິສັດ ອາລີອັນປະກັນໄພລາວ
(AGL) ເພື່ອສະໜອງການຂາຍປະກັນໄພການທ່ອງທ່ຽວເດີນ ທາງໃຫ້ຜູ້ໂດຍສານທີ່ມີຄວາມສົນໃຈ
ແລະ ສາມາດຊື້ຜະລິດຕະພັນດັ່ງກ່າວ ພ້ອມກັບການຈອງປີ້ຜ່ານການບິນລາວໄດ້ນຳດ້ວຍ.
No comments:
Post a Comment