Ad

Ad

23 April 2014

ສະພາ​ການ​ຄ້າ​ສະ​ເໜີ​ລັດ​ປັບປຸງບາງ​ນິຕິ​ກຳ​​ທີ່​ຂັດ​ຕໍ່​ການ​ສົ່ງ​ເສີມ​ທຸລະ​ກິດ



    ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ ​ໄດ້​ສະ​ເໜີ​ຕໍ່​ລັດຖະບານ​ໃຫ້​ນຳ​ເອົາ​ນິຕິ​ກຳ​ບາງ​ອັນ​ທີ່​ບໍ່​ສອດຄ່ອງ​ກັບ​ການ​ສົ່ງ​ເສີມ​ພາ​ກທຸລະ​ກິດ​ມາ​ປັບປຸງ​ແກ້​ໄຂ ​ເພື່ອ​ໃຫ້​ຫລຸດຜ່ອນ​ຂອດຂັ້ນສິ່ງ​ກີດຂວາງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ສົ່ງ​ເສີມ​ທຸລະ​ກິດ​ພາກ​ເອກະ​ຊົນ.
    ການສະ​ເໜີ​ດັ່ງກ່າວ​ໄດ້​ຖືກ​ຍົກ​ຂຶ້ນຢູ່ກອງ​ປະຊຸມ​ພົບ​ປະລະ ຫວ່າງ​ນາຍົກລັດຖະມົນຕີກັບ​ສະພາ​ການ​ຄ້າ ​ແລະ ອຸດສາຫະ ກຳ​ແຫ່ງ​ຊາດ ​ໃນ​ວັນ​ທີ 21 ​ເມສາ​ນີ້ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍ​ທ່ານ​ປະທານ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ ລາວ ກ່າວ​ວ່າ: ​ເພື່ອ​ເປັນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ພາກ​ທຸລະ​ກິດ​ລາວ ທັງ​ເປັນ​ການ​ກຽມ ພ້ອມ​ເຊື່ອມ​ໂຍງ​ກັບ​ສາກົນ​ໄປ​ເທື່ອ​ລະ​ກ້າວ​ນັ້ນ ສະ​ເໜີ​ໃຫ້ພາກ​ລັດ ​ແລະ ກະຊວງ​ກ່ຽວຂ້ອງ​​ເອົາ​ໃຈ​ໃສ່​ໃນ​ການຈັດຕັ້ງປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ສ້າງ​ກົດ ໝາຍ ​ເລກທີ 19/ສພຊ, ລົງ​ວັນ​ທີ 12 ກໍລະກົດ 2012 ​ໃຫ້​ມີ​ປະສິດທິ​ຜົນ​ສູງ​ຂຶ້ນກວ່າ​ເກົ່າ ​ໂດຍ​ສະ​ເພາະ​​ແມ່ນ​ຂັ້ນຕອນ​ໃນ​ການຄົ້ນ ​ແລະ ປັບປຸງ​ບັນດາ​ນິຕິ​ກຳທີ່​ພົວ ພັນ​ເຖິງ​ການ​ດຳ​ເນີນ​ທຸລະ​ກິດ ຄື​ກະຊວງ​ແຮງ​ງານ ​ແລະ ສະ ຫວັດດີ​ການ​ສັງຄົມ ຄົ້ນຄວ້າ​ພິຈາລະນາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ​ສະບັບ​ປັບປຸງ​ທີ່​ສະ​ເໜີ​ຜ່ານ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ໄລຍະ​ຜ່ານ​ມາ ​ແລະ ພິຈາລະນາ​ບັນດາ​ຂໍ້​ສະ​ເໜີ​ຂອງ​ຫົວ ໜ່ວຍ​ທຸລະ​ກິດ​ຕໍ່​ຮ່າງ​ກົດໝາຍ ເພາະ​ເປັນ​ຜົນ​ກະທົບ​ຕໍ່​ການ​ຂະ ຫຍາຍ ​ແລະ ປັບປຸງ​ທຸລະ​ກິດ​ຂອງ​ນັກ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຂະນະ​ດຽວ​ກັນກະ ຊວງ​ກ່ຽວຂ້ອງ ​ແລະ ຂະ​ແໜງ​ການ​ທຸລະ​ກິດ​ຕ້ອງ​ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​​ໃກ້ຊິດ ​​ເພື່ອ​ຊອກ​ຫາ​ວິທີ​ທາງ​ແກ້​ໄຂ​ໃຫ້ ສປປ ລາວ ກາຍ​ເປັນ​ປະ​ເທດ​ຖືກ​ຈັດ​ອັນ​ດັບ​ທີ່​ມີ​ສະພາບ​ແວດ​ລ້ອມ​ທີ່​ດີ​​ໃນ​ການ​ລົງທຶນ​ເຊັ່ນ: ອາດ​ວາງ​ເປົ້າໝາຍ​ໃຫ້​ປະ​ເທດ​ເຮົາ​ສາ ມາດ​ຫລຸດ​ອັນ​ດັບ​ຈາກ 159 ມາ​ເປັນອັນ​ດັບ​ທີ 100 ​ໃນ​ປີ 2015 ແລະ ອັນ​ດັບ​ທີ 50 ​ໃນ​ປີ 2020 ເພື່ອ​ດຶງ​ດູດ​ເອົາ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃຫ້​ນັບ​ມື້ນັບ​ຫລາຍ​ຂຶ້ນ. ຈັດຕັ້ງກຸ່ມ​ວິ​ເຄາະ​ວິ​ໄຈ​ຂະ​ແໜງ​ການ​ເສດຖະກິດ​ທີ່​ເປັນ​ບູລິ​ມະ​ສິດ, ມີ​ທ່າ​ແຮງ ​ແລະ ສ້າງ​ນະ​ໂຍບາຍ​ສົ່ງ​ເສີມ​ສະ​ເພາະ​ຂະ​ແໜງ​ດັ່ງກ່າວ​
ເຊັ່ນ: ​ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທີ່​ຕິດ​ພັນ​ເຖິງ​ການ​ລຶບລ້າງ​ຄວາມ ທຸກ​ຍາກ ​ໂດຍ​ຖື​ເອົາ​ທິດ​ທາງ​ຂອງ​ພັກ 4 ບຸກທະລຸ ​ແລະ 3 ສ້າງ​ໃຫ້​ປາກົດ​ຜົນ​ເປັນ​ຈິງ; ຈັດຕັ້ງປະ ຕິບັດ​ນະ​ໂຍບາຍ​ການ​ຫັນ​ປະ​ເທດ​ຈາກ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ (Land Lock) ມາ​ເປັນ​ປະ​ເທດ​ເຊື່ອມ​ຕໍ່ (Land Link) ​ແມ່ນ​ມີ​ຄວາມ​ສຳຄັນ​ທີ່​ສຸດ ​ເນື່ອງ​ຈາກ​ວ່າການ​ຜະລິດ​ຂອງ​ລາວ​ຕິດ​ພັນ​ກັບ​ການ​ຜະລິດ​ພາກພື້ນຫລາຍ​ຂຶ້ນ. ນະ​ໂຍບາຍ​ເປັນ​ປະ​ເທດ​ເຊື່ອມ​ຕໍ່​ຖື​ເປັນ​ການ​ເຊື່ອມ​ຕໍ່​ລະ ຫວ່າງ​ອຸດສາຫະກຳ​ຂອງ​ລາວ​ກັບ​ອຸດສາຫະກຳ​ພາກພື້ນຈະ​ເຮັດ​ໃຫ້ການ​ລົງທຶນ​ເຂົ້າມາ​ປະ​ເທດ​ລາວ​ຫລາຍ​ຂຶ້ນ. ສະນັ້ນ ການ​ປັບປຸງ​ການ​ຂົນ​ສົ່ງ, ລະບົບ​ສາງ, ການ​ຂົນ​ສົ່ງ​ຜ່ານ​ແດນ​ໃຫ້​ໄວ ​ແລະ ດີ​ຂຶ້ນ ຈຶ່ງ​ມີ​ຄວາມ​ຈຳ​ເປັນ. ພ້ອມ​ກັນນັ້ນ ກໍ​ສ້າງ​ໂຄງການ​ປັບປຸງ​ທຸລະ​ກິດ​ຂົນ​ສົ່ງ​ພາຍ​ໃນ​ປະ​ເທດ ​ແລະ ຂົນ​ສົ່ງ​ຜ່ານ​ແດນ​ໃຫ້​ມີ​ຄຸນ​ນະພາບທຽບ​ເທົ່າ​ກັບປະ​ເທດ​ອ້ອມ​ຂ້າງ ​ແລະ ສາ ມາດ​ຮັບ​ໃຊ້​ຂະ​ແໜງ​ການ​ອຸດສາ ຫະ ກຳ, ພ້ອມ​ທັງ​ຍົກ​ເລີກ​ສິ່ງ​ກີດ ຂວາງ ​ແລະ ສະກັດ​ກັ້ນຕ່າງໆ​ທີ່​ບໍ່​ຈຳ​ເປັນ​ອອກ​ຢ່າງ​ສິ້ນ​ເຊີງ, ລັດ​ຕ້ອງ​ໃຫ້​ບູລິ​ມະ​ສິດ​ແກ່​ບໍລິສັດ​ລາວ​ທີ່​ມີ​ມາດຖານ​ເງື່ອນ​ໄຂ​ທາງ​ເຕັກນິກ ​ແລະ ວິຊາ​ການ​ຄົບ​ຖ້ວນ​ໃນ​ການ​ເຂົ້າຮ່ວມ​ປະມູນ​ໂຄງ ການ​ໂຄງ​ລ່າງ​ພື້ນຖານ ​ແລະ ໂຄງການ​ບໍລິການ​ຂອງ​ລັດ ​ໂດຍ​ສະ​ເພາະ​​ໂຄງການ​ລົງທຶນ​ສາກົນ​ໃນ​ຮູບ​ແບບ​ການ​ຮ່ວມ​ລັດ-​ເອກະ​ຊົນ​ທີ່​ຈະ​ຂະຫຍາຍຕົວ​ແຮງ​ໃນ ASEAN ​ແລະ GMS, ຜັນ​ຂະ ຫຍາຍ​ວຽກ​ງານ​ຢ່າງ​ຕໍ່​ເນື່ອງ ແລະ ທັງ​ສົ່ງ​ເສີມ​ເຕັກນິກ​ວິຊາ​ການ​ຂອງ​ຄົນ​ລາວ​ສູງ​ຂຶ້ນ. ພ້ອມ​ນີ້ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ສືບຕໍ່​ປະຕິບັດ ​ແລະ ຜັນ​ຂະຫຍາຍ​ກິດຈະກຳ​ສິນຄ້າ​ໜຶ່ງ​ເມືອງ​ໜຶ່ງ​ຜະລິດ​ຕະພັນ​ໃຫ້​ຫຼາຍ​ຂຶ້ນທົ່ວ​ທຸກ​ແຂວງ ​ເພື່ອ​ເປັນ​ການ​ສ້າງ​ຍີ່​ຫໍ້ (Brand Name - Made in Laos) ​ໃຫ້​ກາຍ​ເປັນ​ສິນຄ້າ​ທີ່​ສາມາດ​ສົ່ງ​ອອກ​ໃນ​ຕະຫລາດ​ພາກພື້ນ ​ແລະ ສາກົນ, ສຳຄັນ​ທີ່​ສຸດ​ແມ່ນ​ຈະ​ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃນ​ເຂດ​ຊົນນະບົດ ​ແລະ ຫ່າງ​ໄກ​ສອກຫລີກ ​ເພື່ອ​ເຮັດ​ໃຫ້​ປະຊາກອນ​ມີ​ລາຍ​ຮັບ​ສູງ ​ແລະ ມີ​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ ​ແລະ ຊ່ວຍ​ຄົ້ນຄວ້າ​ນະ​ໂຍບາຍ​ດ້ານ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ທຸລະ​ກິດ​ໃຫ້​ສອດຄ່ອງ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ຫົວໜ່ວຍ​ທຸລະ​ກິດ​ໃນ​ປັດຈຸບັນ ​ເພື່ອ​ຊ່ວຍ​ຫລຸດຜ່ອນ​ຕົ້ນທຶນ​ການ​ຜະລິດ ​ແລະ ຊ່ວຍ​ສ້າງ​ໃຫ້​ຜະລິດ​ຕະພັນ​ລາວ​ສາ ມາດ​ແຂ່ງຂັນ​ກັບ​ຕະຫລາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້. ກົງ ກັນຂ້າມການ​ກຳນົດ​ອັດຕາ​ດອກ​ເບ້ຍ​ສູງ​ຈະ​ເປັນ​ຊ່ອງ​ຫວ່າງ​ໃຫ້​ນັກທຸລະກິດ​ບາງ​ຄົນ​ກູ້​ຢືມ​ເງິນ​ທີ່​ມີ​ອັດຕາ​ດອກ​ເບ້ຍ​ຕ່ຳ​ຢູ່​ຕ່າງປະ​ເທດ​ແລ້ວ​ມາ​ປ່ອຍ​ກູ້​ໃຫ້​ທຸລະ​ກິດ​ຢູ່ ສປປ ລາວ ​ເຊິ່ງຈະ​ເປັນ​ຜົນ​ກະ ທົບ​ຕໍ່​ລະບົບ​ການ​ເງິນ​ຂອງ​ລາວ​ໃນ​ອະນາຄົດ.

No comments:

Post a Comment