ພິທີລົງນາມໃນສັນຍາມອບ- ຮັບສິດໃຫ້ດຳເນີນການສຳຫລວດ,
ອອກແບບ ແລະ ປຸກສ້າງຫໍສະພາແຫ່ງຊາດຫລັງໄດ້ມີຂື້ນໃນວັນທີ 22 ເມສານີ້, ຢູ່ຫໍສະພາແຫ່ງຊາດ
ລະຫວ່າງທ່ານ ກອງສີ ແສງເດືອນ ຮອງຫົວໜ້າຫ້ອງການສະພາແຫ່ງຊາດ ແລະ ທ່ານ ອະກິຮິໂກະ
ຮີໂຣຕະນິ ປະ ທານບໍລິສັດ ໂອເຣນໂຕ ທີ່ປຶກສາ
ແລະ ໂດຍການເຈົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ,
ຫົວໜ້າຄະນະຊີ້ນຳລະດັບຊາດໂຄງການກໍ່ສ້າງດັ່ງ ກ່າວ. ສັນຍາລະບຸວ່າ: ນັບແຕ່ວັນທີ
28 ເມສານີ້, ຜູ້ຮັບເໝົາຈະຕ້ອງສຸມໃສ່ສຳຫລວດອອກແບບໂຄງການດັ່ງກ່າວໃຫ້ສຳເລັດກ່ອນກາງເດືອນ
ກັນຍາ 2014, ແລະ ນີ້ຖືເປັນໂຄງການໃຫຍ່ທີ່ ສຳຄັນຂອງສະພາແຫ່ງຊາດ ໂດຍທີ່ຜ່ານມາຫ້ອງວ່າການສະພາແຫ່ງຊາດກໍໄດ້ມອບໃຫ້
ບໍລິສັດ ອາກຄີເນຍ ອາໂຊຊີເອັດ ເປັນຜູ້ອອກແບບ ແລະ ປະເມີນມູນຄ່າການກໍ່ສ້າງ,
ຊຶ່ງມາຮອດ
ດຽວນີ້ໄດ້ສຳເລັດໂດຍພື້ນຖານ, ເພື່ອຮັບປະກັນໃຫ້ການອອກແບບຖືກຈັດຕັ້ງປະຕິບັດຢ່າງຖືກ
ຕ້ອງຕາມຂັ້ນຕອນ, ໄດ້ມາດຕະ ຖານ ແລະ ເປັນການຢັ້ງຢືນຄືນຄວາມຖືກຕ້ອງ ຕາມທິດຊີ້ນຳຂອງຄະນະປະຈຳສະພາແຫ່ງຊາດ
ແລະ ຄະນະຊີ້ນຳລະດັບຊາດ. ດັ່ງນັ້ນ, ທາງເຈົ້າຂອງໂຄງການຈິ່ງຕົກລົງວ່າຈ້າງໃຫ້
ບໍລິສັດ ໂອເຣນໂຕ ເປັນຜູ້ດຳເນີນການກວດກາການອອກແບບ ຕົວຈິງໃນຂັ້ນຕໍ່ໄປ.
No comments:
Post a Comment